ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄວາມ​ເຄັ່ງ​ຕຶງ​ຢູ່​ຊາຍ​ແດນ​ຣັດ​ເຊຍ-​ຢູ​ເຄຣນ ຄື​ຈຸດ​ເພັ່ງ​ເລັງ​ຂອງ​ການ​ພົບ​ປະ​ກັນ ​ລ​ະ​ຫວ່າງ​ເນ​ໂຕ້ ແລະຣັດ​ເຊຍ


ທ່ານນາງ Wendy Sherman, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສຫລ ຖືກຕ້ອນຮັບໂດຍທ່ານນາງ Delphine Pronk, ປະທານຄະນະກຳມະການດ້ານການເມືອງແລະຄວາມໝັ້ນຄົງຂອງສະພາຢູໂຣບຢູ່ຫ້ອງການຂອງສະພາດັ່ງກ່າວໃນນະຄອນ Brussels ຂອງແບລຈ້ຽມ, 11 ມັງກອນ, 2022.
ທ່ານນາງ Wendy Sherman, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສຫລ ຖືກຕ້ອນຮັບໂດຍທ່ານນາງ Delphine Pronk, ປະທານຄະນະກຳມະການດ້ານການເມືອງແລະຄວາມໝັ້ນຄົງຂອງສະພາຢູໂຣບຢູ່ຫ້ອງການຂອງສະພາດັ່ງກ່າວໃນນະຄອນ Brussels ຂອງແບລຈ້ຽມ, 11 ມັງກອນ, 2022.

ຣັດ​ເຊຍ ​ແລະ​ອົງການ​ເນ​ໂຕ້​ໄດ້​ພົບ​ປະ​ກັນ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ນະ​ຄອ​ນ​ຫລວງບ​ຣັ​ສ​ເຊີ​ລສ໌ ຂອງ​ແບ​ລ​ຈ້ຽມ ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາມ​ຊາຍ​ແດນ​ລະຫວ່າງຣັດ​ເຊຍ ​ແລະ​ຢູ​ເຄຣນ.

ເນ​ໂຕ້ຄັດຄ້ານ​ຕໍ່ການ​ເພີ້ມ​ກຳລັງ​ທະຫານຂຶ້ນ​ຂອງຣັດ​ເຊຍ ​ຢູ່​ຕາມ​ຊາຍ​ແດນ, ​ໂດຍ​ກ່າວ​ວ່າ ເຂົາ​ເຈົ້າ​ບ່ອນທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ຢູ​ໂຣບ. ສ່ວນ​ຝ່າຍ​ຣັດ​ເຊຍນັ້ນ, ກ່າວ​ວ່າ ຕົນ​ພວມ​ຊອກ​ຫາ​ການຮັບປະກັນ​ຄວາມ​ໝັ້ນ​ຄົງ ​ເຊັ່ນ​ການ​ຈຳກັດ​ການ​ຂະຫຍາຍ​ສະມາຊິກ 30 ປະ​ເທດ​ພັນທະ​ມິດ​ຂອງ​ເນ​ໂຕ, ​ໂດຍ​ໃຫ້​ເຫດ​ຜົນວ່າ​ການ​ລວມເອົາປະ​ເທດນຶ່ງ ເຊັ່ນ​ຢູ​ເຄ​ຣນທີ່ຢູ່ຊາຍ​ແດນຂອງ​ຕົນ​ເຂົ້າ​ໄປແມ່ນ​ເປັນ​ການ​ຂົ່ມຂູ່.

ເອກອັກຄະລັດຖະທູດສະຫະລັດປະຈຳອົງການເນໂຕ້, ທ່ານ​ນາງຈູ​ລຽນ ສ​ມິດ (Julianne Smith) ກ່າວຕໍ່ພວກນັກຂ່າວກ່ອນການເຈລະຈາໃນວັນພຸດມື້ນີ້ວ່າ ຝ່າຍເນ​ໂຕ້ມີ​ຄວາມມຸ້ງໝັ້ນທີ່ຈະເບິ່ງວ່າ ວິ​ທີການທູດສາມາດຫລຸດຜ່ອນສະຖາ ນະການໄດ້ຫຼືບໍ່ ແລະຫົວຂໍ້ໂດຍລວມຂອງການສົນທະນາກັນ ຈະແມ່ນກ່ຽວກັບ “ການຫຼຸດຜ່ອນຄວາມສ່ຽງ, ຄວາມໂປ່ງໃສ, ການຄວບຄຸມອາວຸດ ແລະວິທີ ການຕ່າງໆ ທີ່ພວກເຮົາຕິດຕໍ່ສື່ສານນຳກັນແລະກັນ."

ທ່ານ​ນາງ​ສະ​ມິດສະແດງຄວາມເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຂອງສະຫະລັດ ກັບຢູ ເຄຣນ, ໂດຍກ່າວຕື່ມວ່າ "ການກະທຳຂອງຣັດເຊຍໄດ້ເລັ່ງເຮັດ​ໃຫ້ວິກິດການ ນີ້ເກີດ​ໄວ​ຂຶ້ນ" ແລະພັນທະມິດເນ​ໂຕ້ແມ່ນ ພ້ອມແລ້ວທີ່ຈະສະກັດກັ້ນການ ຮຸກຮານເພີ້ມອີກຂອງຣັດເຊຍ.

ທ່ານນາງສະ​ມິດກ່າວວ່າ "ຖ້າຣັດເຊຍໄປ​ຕາມເສັ້ນທາງທີ່ໄປ​ສູ່ການປະເຊີນໜ້າ ກັນ ແລະການກະທຳທາງທະຫານ, ພວກເຮົາໄດ້ຊີ້ແຈງຢ່າງຈະແຈ້ງຕໍ່ວັງເຄ​ຣັມ ລິນແລ້ວວ່າ ພວກເຮົາຈະຕອບໂຕ້​ຄືນຢ່າງເດັດ​ດ່ຽວ, ລວມທັງມາດຕະການດ້ານ ເສດຖະກິດທີ່ມີຜົນກະທົບສູງ.” ທ່ານ​ນາງ​ກ່າວ​ອີກວ່າ "ໃນຖານະທີ່ເປັນພັນທະ ມິດ, ພວກເຮົາພ້ອມແລ້ວທີ່ຈະເສີມຂະ​ຫຍາຍການປ້ອງກັນຂອງເນ​ໂຕ້ໃນພາກ ຕາເວັນອອກ, ແລະພວກເຮົາກຽມພ້ອມທີ່ຈະເຮັດໃຫ້ມີ​ຜົນເສຍ​ຫາຍ​ຢ່າງ​ຮຸນ​ແຮງ ສຳ​ລັບການຮຸກຮານຂອງຣັດເຊຍອີກໃນຢູ​ເຄ​ຣນ."

ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ, ທ່ານ Dmitry Peskov ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ນະ​ຄອ​ນ​ຫລວງ​ມົ​ສ​ກູ​ຂອງຣັດ​ເຊຍ, 23 ທັນ​ວາ, 2021.
ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ, ທ່ານ Dmitry Peskov ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ​ນະ​ຄອ​ນ​ຫລວງ​ມົ​ສ​ກູ​ຂອງຣັດ​ເຊຍ, 23 ທັນ​ວາ, 2021.

ການ​ພົບ​ປະກັນ​ໃນ​ວັນ​ພຸດ​ມື້​ນີ້ ​ເປັນ​ໂອກາດທີ​ສອງ​ຂອງທັງ​ໝົດ​ສາມ​ໂອກາດ​ໃນ​ອາທິດ​ນີ້ ​ສຳລັບ​ພວກນັກ​ການ​ທູດ​ສະຫະລັດ​ແລະ​ຢູ​ໂຣບ​ເພື່ອ​ໂອ້​ລົມ​ກັບ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ໂດຍ​ກົງ ​ກ່ຽວ​ກັບ​ສະຖານະ​ການ​ກັບ​ຢູ​ເຄຣນ. ອົງ​ການ​ຄວາມໝັ້ນ​ຄົງແລະ​ການ​ຮ່ວມ​ມື​ໃນ​ຢູ​ຣົບ​ຈະພົບ​ປະກັນ​ໃນ​ວັນ​ພະ​ຫັດມື້ອື່ນນີ້​ ຢູ່ທີ່ນະ​ຄອນ​ຫລວງວຽນ​ນາຂອງອອ​ສເຕ​ຣຍ.

ທີ່​ນະຄອນ​ເຈ​ນີວານັ້ນ ​ໃນ​ວັນ​ຈັນ​ຜ່ານ​ມາ ນັກ​ການ​ທູດ​ສະຫະລັດ ​ແລະຣັດ​ເຊຍ ​ກໍໄດ້​ຈັດ​ກອງ​ປະຊຸມ​ຂອງ​ເຂົາ​ເຈົ້າ​ເອງ​ຂຶ້ນ ​ໂດຍທີ່​ທັງ​ສອງ​ຝ່າຍ ​ໄດ້​ສົ່ງ​ສັນຍານ ໃນ​ເວ​ລາ​ຕໍ່​ມາ​ວ່າ ​ບໍ່​ມີ​ຄວາມ​ຄືບ​ໜ້າ​ອັນ​ຫລວງຫລາຍເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG