ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຢືນຢັນ ກ່ຽວກັບເລືອດກ້າມ ທີ່ບໍ່ຄ່ອຍມີ ພົວພັນກັບຢາວັກຊີນອາສຕຣາເຊເນກາ ເຮັດໃຫ້ປະເທດຕ່າງໆ ອອກຄຳແນະນຳໃໝ່


ປ້າຍຢູ່ປະຕູສະແດງໃຫ້ເຫັນ ຢາວັກຊີນອາສຄຣາເຊເນກາ ທີ່່ກຳລັງໃຊ້ສັກ ຢູສູນກາງໃນນະຄອນບູກາແຣັສ ປະເທດໂຣມາເນຍ ໃັນທີ 7 ເມສາ 2021.
ປ້າຍຢູ່ປະຕູສະແດງໃຫ້ເຫັນ ຢາວັກຊີນອາສຄຣາເຊເນກາ ທີ່່ກຳລັງໃຊ້ສັກ ຢູສູນກາງໃນນະຄອນບູກາແຣັສ ປະເທດໂຣມາເນຍ ໃັນທີ 7 ເມສາ 2021.

ຫຼາຍປະເທດໄດ້ອອກຄຳແນະນຳໃໝ່ ໃນການໃຊ້ຢາວັກຊີນ ກັນໂຄວິດ-19 ອາສຕຣາ
ເຊເນກາ ຫຼັງຈາກຜູ້ອອກກົດລະບຽບຢາ ສະຫະພາບຢູໂຣບໄດ້ປະ ກາດວ່າ ມີການ
ເຊື່ອມໂຍງລະຫວ່າງຢາວັກຊີນ ແລະການມີເລືອດກ້າມ ທີ່ບໍ່ ຄ່ອຍເຫັນ ທີ່ອາດຮ້າຍແຮງ
ເຖິງຕາຍໄດ້.

ອັງກິດ ບ່ອນທີ່ຢາວັກຊີນໄດ້ພັດທະນາຮ່ວມໂດຍ ຜູ້ຜະລິດຢາອັງກິດ-ສະວີເດັນ ແລະບັນ
ດານັກວິທະຍາສາດ ທີ່ມະຫາວິທະຍາໄລອັອກສຝອດ ໄດ້ກ່າວ ວ່າຕົນຈະສະເໜີທາງ
ເລືອກໃຫ້ແກ່ພວກຜູ້ໃຫຍ່ອາຍຸຕໍ່າກວ່າ 30 ປີ. ບັນດານັກ ຄົ້ນຄວ້າທີ່ມະຫາວິທະຍາໄລ
ອັອກສຝອດ ຍັງໄດ້ໂຈະການທົດລອງຂອງຢາວັກ ຊີນອາສຕຣາເຊເນກາ ທີ່ພົວພັນກັບ
ພວກເດັກນ້ອຍແລະຊາວໜຸ່ມ ໃນຂະນະທີ່ ບັນດາຜູ້ອອກກົດລະບຽບອັງກິດປະຕິບັດ
ການທົບທວນຄວາມປອດໄພຂອງການສັກຢາສອງເຂັມ.

ອົງການຂ່າວຣອຍເຕີ ກ່າວວ່າ ສະເປນ ແລະຟິລິບປິນ ຈະຈຳກັດການໃຊ້ຢາວັກຊີນດັ່ງ
ກ່າວ ສຳລັບຄົນທີ່ອາຍຸກາຍ 60 ປີ ຂຶ້ນໄປ ໃນຂະນະທີ່ໜັງສືພິມ ວໍຊິງຕັນໂພສທ໌ ກ່າວວ່າ
ອີຕາລີໄດ້ອອກຄຳແນະນຳ ທີ່ຄ້າຍຄືກັນ.

ອົງການຢາຢູໂຣບ ກ່າວໃນວັນພຸດທີ່ຜ່ານມາວ່າ ເລືອດກ້າມເຂົ້າຢູ່ໃນບັນຊີວ່າ ເປັນຜົນ
ຂ້າງຄຽງທີ່ບໍ່ຄ່ອຍມັກມີ ຂອງຢາວັກຊີນກັນໄວຣັສໂຄໂຣນາອາສຕຣາເຊເນກາ. ແຕ່ໄດ້
ດຳເນີນເນັ້ນໜັກວ່າ ເປັນຜົນປະໂຫຍດຕໍ່ການສ່ຽງໃດໆທັງໝົດ. ເລືອດກ້າມທີ່ບໍ່ໍ່ຄ່ອຍມີ
ພົວພັນກັບການຕາຍຢ່າງໜ້ອຍ 14 ຄົນຢູ່ທົ່ວຢູ ໂຣບ.

ອາສຕຣາເຊເນກາ ໄດ້ເປັນຢາວັກຊີນທີ່ສຳຄັນໃນການໂຄສະນາສັກທີ່ວອງໄວ ດີເລີດໃນ
ອັງກິດ ຊຶ່ງໄດ້ຮັບອັດຕາການສັກຢາທີ່ສຳຄັນ ຢູ່ໃນຢູໂຣບທັງໝົດ. ແຕ່ວ່າຢາວັກຊີນໄດ້ມີ
ບັນຫາການນຳອອກຢູ່ທົ່ວໂລກ ໃນຂັ້ນເລີ້ມຕົ້ນ ເພາະວ່າ ຂາດຂໍ້ມູນຈາກຫ້ອງທົດລອງ
ເທື່ອສຸດທ້າຍ ຜົນທະທົບຕໍ່ຄົນທີີ່ມີອາຍຸແກ່ ທີ່ໄດ້ເຮັດໃຫ້ຄວາມພະຍາຍາມການສັກຢາລ້າ
ຊ້າຢູ່ທົ່ວຢູໂຣບ. ຫຼາຍປະເທດໄດ້ຢຸດ ເຊົາໃຊ້ຢາວັກຊີນອາສຕຣາເຊເນກາ ຫຼັງຈາກມີລາຍ
ງານທີ່ໄດ້ປາກົດອອກມາ ເທື່ອທຳອິດ ຂອງເຫດການເລືອດກ້າມ.

ຢາວັກຊີນຍັງມີຄວາມຮ້າຍແຮງຕໍ່ ການໂຄສະນາສັກຢາຂອງຢູໂຣບ ແລະ ຮ້າຍແຮງຕໍ່
ຢຸດທະສາດຢູ່ທົ່ວໂລກ ຂອງການສະໝອງຢາວັກຊີນແກ່ບັນດາປະ ເທດທີ່ທຸກຈົນ. ຢາວັກ
ຊີນມີລາຄາຖືກ ໃຊ້ໄດ້ງ່າຍກ່ອນບັນດາຢາຄູ່ແຂ່ງຈາກ ຟາຍເຊີຣ-ບາຍໂອແອນເທັກສ໌
ແລະໂມເດີນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG