ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທົ່ວໂລກ ສະແດງຄວາມເສົ້າສະຫຼົດໃຈ ແລະປະນາມ ການໂຈມຕີ ຢູ່ທີ່ສະໜາມບິນ ເທີກີ


ຄົນພາກັນເຕົ້າໂຮມກັນຢູ່ທາງເຂົ້າສະໜາມບິນນາໆຊາດ Ataturk ທີ່ນະຄອນ Istanbul ປະເທດເທີກີ.
ຄົນພາກັນເຕົ້າໂຮມກັນຢູ່ທາງເຂົ້າສະໜາມບິນນາໆຊາດ Ataturk ທີ່ນະຄອນ Istanbul ປະເທດເທີກີ.

ການສະ​ແດງຄວາມ​ເສົ້າ​ສະຫ​ລົດ​ໃຈ ​ແລະການ​ປະນາມ​ພວກ​ກໍ່​ການ​ຮ້າຍ ກຳລັງ​ຫລັ່ງໄຫລມາ​ຈາກ​ທົ່ວ​ໂລກ ຫລັງ​ຈາກ​ການໂຈມ​ຕີ​ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດ 41 ຄົນໃນ​ເທິ​ກີ.

ທຳນຽບຂາວ​ໄດ້​ປະນາມ​ໂດຍ​ທັນທີ ​ໃນ​ອັນ​ທີ່​ຮ້ອງ​ວ່າ “ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ໂຫດ ຫ້ຽມ” ຢູ່​ສະໜາມ​ບິນນາໆ​ຊາດ Ataturk ​ໃນ​ນະຄອນ Istanbul ​ໃນ​ວັນ​ອັງຄານ​ວານ​ນີ້​ ທີ່​ຍັງ​ໄດ້ເຮັດ​ໃຫ້ 200 ກວ່່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຜູ້​ທີ່​ຄາດ​ວ່າຈະ​ຖືກ​ສະ​ເໜີເປັນຜູ້​ສະໝັກ​ປະທານາທິບໍດີສະຫະລັດ ຂອງພັກຣີພັບ​ບລິ​ກັນ ທ່ານ Donald Trump ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ເປັນ “ທີ່ໜ້າເສົ້າ​ເສຍ ໃຈຫລາຍ.” ​ໂດຍ​ໄດ້​ກ່າວ​ເນັ້ນ​ໜັກ ​ຢູ່ໃນ​ຂໍ້ຄວາມ​ທາງ Tweeter ​ຂອງ​ທ່ານ​ວ່າ “ພວກ​ເຮົາ​ຕ້ອງ​ທຳ​ທຸກ​ວິ​ທີ ທາງທີ່​ເປັນ​ໄປ​ໄດ້ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ການ​ກໍ່​ການ​ຮ້າຍ​ທີ່​ໜ້າ​ຢ້ານ​ກົວ​ນີ້ ​ເຂົ້າມາ​ໃນສະຫະ ລັດ.” ທ່ານ Trump ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການ ຫ້າມ ບໍ່​ໃຫ້ຊາວ​ມຸສລິ​ມທັງ​ໝົດ ​ເຂົ້າມາສະ​ຫະລັດ ​ແຕ່​ຫວ່າງ​ມໍ່ໆ​ມາ​ນີ້​ທ່ານໄດ້​ຫລຸດຜ່ອນ​ຂໍ້ສະ​ເໜີ​ຂອງ​ທ່ານລົງ ຈຳກັດ​ແຕ່ພວກ​ທີ່ີມາ​ຈາກ​ບັນດາ​ປະ​ເທດ​ທີ່​ໄດ້ຮັບ​ຜົນ​ກະທົບ​ຈາກການ​ກໍ່​ການ​ຮ້າຍ.

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ໄດ້​ສ​ະ​ແດງ​ຄວາມ​ເສົ້າ​ສະຫ​ລົດ​ໃຈ​ແກ່​ປະຊາຊົນ​ເທິກີ ​ແລະຮຽກ​ຮ້ອງ​ໃຫ້​ສະຫະລັດ “ລົງ​ເລິກ” ​ໃນ​ “ການ​ຮ່ວມ​ມື” ກັບ​ບັນດາ​ພັນທະ​ມິດ​ຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ ​ແລະ​ຢູ​ໂຣບ​ເພື່ອ​ເອົາ ບົດບາດ​ກັບພວກ​ກໍ່ການ​ຮ້າຍແລະພວກ​ຫົວ​ຮຸນ​ແຮງ Jihad ຢູ່​ໃນ​ທົ່ວ​ໂລກ. ​ແລະ​ຍັງ​ໄດ້​ເຕືອນວ່າ ສະຫະລັດ​ບໍ່​ສາມາດ​ທີ່​ຈະ​ຖອນ​ກັບ​ຄືນ​ໄດ້” ​ນັ້ນຄື​ຄຳ​ເວົ້າຂອງ​ທ່ານ​ນາງ​ໄດ້​ກ່າວ​ຢູ່ໃນຖະ​ແຫລ​ງການ.

​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຍັງ​ໄດ້​ຮ້ອງ​ໃຫ້​ເພີ້ມການ​ຮ່ວມ ມື​ໃນ​ການ​ສູ້​ລົບ​ຕ້ານພວກ​ກໍ່​ການ​ຮ້າຍ. ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ “​ໄດ້​ຢືນ​ຢູ່​ຢ່າງ​ໝັ້ນຄົງ​ກັບ​ເທິ​ກີ ​ໃນ​ຂະນະ​ທີ່ປະ​ເທດ​ດັ່ງກ່າວ​ປະ​ເຊີນ​ໜ້າ​ກັບ​ການ​ຂົ່ມຂູ່ ​ແລະ​ພວກ​ຫົວ​ຮຸ​ນແຮງ​ຈັດ.” ນັ້ນຄື​ຄຳ​ເວົ້າຂອງ​ໂຄສົກທ່ານ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ.

ບັນດານັກຊ່ຽວຊານຊາກສົບ ກຳລັງພິສູດສົບ ຢູ່ນອກເດິ່ນບິນນາໆຊາດ Ataturk ທີ່ນະຄອນ Istanbul ປະເທດເທິກີ.
ບັນດານັກຊ່ຽວຊານຊາກສົບ ກຳລັງພິສູດສົບ ຢູ່ນອກເດິ່ນບິນນາໆຊາດ Ataturk ທີ່ນະຄອນ Istanbul ປະເທດເທິກີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG