ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຕ່ລະປະເທດ ຈະຕັ້ງເງື່ອນໄຂ ການຊ່ວຍເຫຼືອຂອງຕົນ ທີ່ແຕກຕ່າງກັນ


ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ ສປປ ລາວ.
ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ ສປປ ລາວ.

ການໃຫ້ຄວາມຊ່ວຍເຫຼືອຂອງຕ່າງປະເທດ ລ້ວນແລ້ວແຕ່ມີເງື່ອນໄຂທັງນັ້ນ ອີງຕາມຄຳເວົ້າຂອງສາສະດາຈານທີ່ອອກກິນເບ້ຍບຳນານແລ້ວທ່ານນຶ່ງ. ດຣ. ກູ ຢາງ ທີ່ເຄີຍສອນຢູ່ມະຫາວິທະຍາໄລ ລັດຄາລີຟໍເນຍ ທີ່ສະແຕນິສລອສ ກ່າວວ່າ:


“ທຸກໆປະເທດຈະມີເງື່ອນໄຂ ສຳລັບເງື່ອນໄຂ ຂອງສະຫະລັດນັ້ນ ຈະແມ່ນການປັບປຸງສິດທິມະນຸດ ການຄ້າມະນຸດ ການສໍ້ລາດບັງຫຼວງ ຈະຕ້ອງຫຼຸດລົງ ສູ່ລະດັບຕ່ຳສຸດ ແລະຈະຕ້ອງມີຄວາມຮັບຜິດຊອບ ຕໍ່ການໃຊ້ຈ່າຍທຸກໆໂດລາ ທີ່ສະຫະລັດສະໜອງໃຫ້ພວກເຂົາເຈົ້າ.”

ສາສະດາຈານກູ ຢາງ ກ່າວວ່າ ຈີນກໍເຊັ່ນດຽວກັນມີເງື່ອນໄຂທີ່ອາດບໍ່ເປີດເຜີຍໃຫ້ຮູ້ ເຊັ່ນວ່າ ປະເທດທີ່ຮັບການຊ່ວຍເຫຼືອ ຈະຕ້ອງສະໜັບສະໜຸນ ນະໂຍບາຍຈີນດຽວ ເປີດປະ ເທດເພື່ອຮັບການສົ່ງອອກແລະນຳເຂົ້າຂອງຈີນແລະອະນຸຍາດໃຫ້ຈີນເປັນຜູ້ພັດທະນາພື້ນຖານໂຄງລ່າງ ດ້ວຍການກູ້ຢືມເງິນຈາກຈີນ. ສາສະດາຈານກູ ຢາງ ກ່າວວ່າ:


“ຈີນ ໃນອີກດ້ານນຶ່ງນັ້ນ ຖ້າລາວບໍ່ສາມາດຈ່າຍຄືນໄດ້ ພວກເຂົາກໍຈະເວົ້າວ່າ​ ພວກທ່ານຈະຕ້ອງອະນຸຍາດໃຫ້ພວກເຮົາເອົາປ່າໄມ້ ບໍ່ແຮ່ ບໍ່ຄຳ ບໍ່ເງິນ ພວກເຮົາຕ້ອງໄດ້ວາງແຜນເຮັດສຳປະທານ.”

ດຣ. ກູ ຢາງ ກ່າວວ່າ ສະຫະລັດຈະບໍ່ເອົາຊັບສິນໃດໆ ບໍ່ເອົາອະສັງຫາລິມມະຊັບຫຼືບໍ່ເອົາປ່າໄມ້ຈາກລາວ ສິ່ງຕ່າງໆທີ່ພວກເຂົາເຈົ້າອາດຈະເຮັດ ກໍຄື ຢຸດເຊົາການໃຫ້ເງິນຊ່ວຍ ເຫຼືອ ໃນປີຕໍ່ໄປ.

XS
SM
MD
LG