ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈັດຄອນເສີດ ສະຫລອງ ວັນນັກລົບເກົ່າ


Megastar-Studded Concert on the National Mall to Honor Veteran’s Day
please wait

No media source currently available

0:00 0:02:36 0:00

ການສະ​ແດງ​ຄອນ​ເສີດ ໃຫ້ເບິ່ງຟຣີທີ່ບໍ່ຕ້ອງຊື້ບັດເຂົ້າ ​ໃນນະ
ຄອນຫລວງວໍຊິງ​ຕັນ ​ທີ່ໄດ້​ຖ່າຍທອດໄປ​ທົ່ວ​ໂລກນັ້ນ ໄດ້ມ້ວນ
ທ້າຍ​ການ​ສະຫລອງ ວັນ​ນັກ​ລົບ​ເກົ່າ ຢູ່​ໃນ​ສະຫະລັດ.

ຫລາຍ​ຮ້ອຍພັນ​ຄົນໄດ້​ພາກັນ​ມາ​ເບິ່ງ ການສະແດງຄອນ​ເສີດ
ເທຶ່ອທຳ​ອິດ​ແກ່​ນັກ​ລົບ​ຜູ້​ກ້າຫານ ​ໂດຍ​ມີ​ດາຣາທີ່​ມີ​ຊື່​ສຽງໂດ່ງດັງ
ຄື Bruce Springsteen, Rihanna, Carrie Under-wood
|​ແລະ Eminem ມາຮ່ວມ.

ຄອນ​ເສີດນີ້ ​ແມ່ນໄດ້​ແນໃສ່​ເພື່ອສ້າງຄວາມຕື່ນຕົວ ຕໍ່ບັນຫາ
ຕ່າງໆ ​ຂອງພວກ ຊາຍ-ຍິງອາເມຣິກັນທີ່ເຂົ້າຮັບໃຊ້ຊາດ ໄດ້​
ປະ​ເຊີນ​ໜ້າ​ເວລາ​ເຂົາ​ເຈົ້າ​ກັບ​ມາ​ບ້ານ ​ແລະ​ອອກ​ຈາກ​ໜ້າ​ທີ່ແລ້ວ.

ນັກ​ລົບ​ເກົ່າທີ່ພິການຄົນ​ນຶ່ງກ່າວ​ວ່າ ການສ​ະ​ແດງ​ຄອນເສີດນີ້ແມ່ນເປັນ​ເທຶ່ອທຳ​ອິດ ທີ່
​ທ່ານ​ມີ​ຄວາມ​ຮູ້ສຶກວ່າ ​ໄດ້​ຮັບ​ກຽດ​ໃນ​ການ​ຮັບ​ໃຊ້ປະເທດຊາດ​ຂອງ​ທ່ານ.

Donald Morgan, Veterans Day
please wait

No media source currently available

0:00 0:00:09 0:00

ການສະ​ແດງຄອນເສີດແມ່ນຈຸດສຸດຍອດ ຂອງການສະເຫລີມສະຫລອງຢູ່​ໃນ ທົ່ວປະ​ເທດ
​ເພື່ອຄຳນັບບັນດາ​ນັກ​ລົບ​ເກົ່າ​ ຂອງ​ທຸກໆ​ສົງຄາມ.

ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວ​ຢູ່​ໃນ​ພິທີ​ ທີ່ສຸສານ​ແຫ່ງ​ຊາດ
Arlington ນອກ​ນະຄອນຫລວງ Washington ວ່າ “​ແຕ່​ລະ​ລຸ້ນ ຄົນ” ຂອງພວກ​ນັກ​ລົບ
​ເກົ່າອາ​ເມຣິກັນ ​ເປັນນັກ​ລົບ​ທີ່​ເກັ່ງ​ກ້າ​ທີ່​ສຸດທີ່ປະ​ເທດ​ມີ​ໄວ້ໃຫ້.

Jacob Rowe, military serviceman, Concert for Valor
please wait

No media source currently available

0:00 0:00:13 0:00

ວັນນັກ​ລົບ​ເກົ່າ​ໄດ້​ມີການ​ສະຫລອງ​ເປັນເທື່ອ​ທຳ​ອິດຢູ່​ໃນສະຫະລັດ ​ໃນ​ປີ 1919 ຄືວັນ
ສິ້ນສຸດ​ສົງຄາມ ອັນ​ເປັນ​ຂີດໝາຍ ​ໃນການການ​ສີ້​ນສຸດລົງ ຂອງສົງຄາ​ມ​ໂລກ​ຄັ້ງ​ທີນຶ່ງ
​ໃນ​ວັນ​ທີ 11 ​ເດືອນ​ພະ​ຈິກ.

ວັນ​ພັກ ເນື່ອງໃນວັນນົກລົບເກົ່າສະຫະລັດ ແມ່ນບັງເອີນກົງ​ກັບ​ວັນພັກໃນການ ສິ້ນສຸດ
ຂອງສົງ​ຄາມ​ໂລກ​ຄັ້ງ​ທີ​ນຶ່ງ ທີ່ສະຫລອງ​ກັນຢູ່​ທົ່ວ​ໂລກ ຮວມທັງວັນ​ລະ ນຶກ​ຢູ່​ປະ​ເທດ
​ອັງກິດ ​ແລະ​ບັນດາ​ປະ​ເທດ​ອານາ​ນິຄົມ ເຊັ່ນອອສ​ເຕຣ​ເລຍ ​ແລະ​ກາ​ນາ​ດາ.

Meredith Newell, Veterans Day
please wait

No media source currently available

0:00 0:00:07 0:00

XS
SM
MD
LG