ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳລັງ ຮັກສາຄວາມປອດໄພ ອີຣັກ ເລີ່ມບຸກໂຈມຕີ ເພື່ອຍຶດເມືອງ Fallujah ຄືນ


Iraq Fallujah
please wait
Embed

No media source currently available

0:00 0:02:06 0:00

ກອງກຳລັງຮັກສາຄວາມໝັ້ນຄົງຂອງ ອີຣັກ ໄດ້ເລີ່ມການປະຕິບັດການ ໃນວັນຈັນມື້ນີ້ ເພື່ອຍຶດຄືນເມືອງ Fallujah ຈາກພວກຫົວຮຸນແຮງກຸ່ມລັດອິສລາມ ດ້ວຍການບຸກເຂົ້າ ຖານທີ່ໝັ້ນຈາກຫຼາຍຈຸດ, ອີງຕາມ ການກ່າວຂອງບັນດາຫົວໜ້າກອງທັບ.

ແຜນທີ່ ເມືອງ Fallujah ຂອງ ອີຣັກ
ແຜນທີ່ ເມືອງ Fallujah ຂອງ ອີຣັກ

ທ່ານ Sabah al-Norman ໂຄສົກກອງກຳລັງທະຫານ ປາບປາມລັດທິກໍ່ການຮ້າຍ ລະດັບສູງ ຂອງອີຣັກ ໄດ້ກ່າວຕໍ່ອົງການຂ່າວຝຣັ່ງ ວ່າ “ພວກເຮົາໄດ້ເລີ່ມ ປະຕິບັດການ ຂອງພວກເຮົາ ເພື່ອບຸກເຂົ້າໃນເມືອງ Fallujah ໃນຕອນເຊົ້າຂອງມື້ນີ້.”

ໃນຂະນະທີ່ການຕໍ່ສູ້ໄດ້ເລີ່ມຂຶ້ນ, ມັນໄດ້ເກີດມີຄວາມເປັນຫ່ວງ​ເປັນ​ໃຍກ່ຽວກັບ ຊະຕາກຳ ຂອງພວກພົນລະເຮືອນ ທີ່ຕິດຄ້າງຢູ່ໃນເມືອງ ທີ່ຖືກຍຶດໂດຍພວກລັດອິສລາມນັ້ນ.

ທ່ານ Muhammed ທະຫານທີ່ຢູ່ໃນແຖວໜ້າຂອງກອງກຳລັງພິເສດອີຣັກ ໄດ້ຕິດຕໍ່​ ໂດຍ ອົງການຂ່າວທາງໂທລະສັບເມື່ອບໍ່ດົນມານີ້, ເຊິ່ງໄດ້ກ່າວໂດຍບໍ່ປະສົງໃຊ້ຊື່ເຕັມ ຂອງ ທ່ານວ່າ “ກຸ່ມລັດອິສລາມ ຫຼື ພວກ IS ໄດ້ວາງລະເບີດໄວ້ຢູ່ຫົນທາງຫຼາຍສາຍ, ພວກ ເຂົາ ໃຊ້ພວກລະເບີດສະຫຼະຊີບ.”

ເມືອງ Fallujah ເປັນຖານທີ່ໝັ້ນຂອງຊາວ Sunni ໄດ້ຖືກຄອບຄອງໂດຍພວກ IS ຍາວ ນານກວ່າເມືອງອື່ນໆໃນ ອີຣັກ ແລະ ພວກນັກຮົບແມ່ນເຊື່ອວ່າ ຈະປົກປ້ອງຢ່າງເລິກເຊິ່ງ ຢູ່ໃນຕົວເມືອງ.

ທ່ານໄດ້ກ່າວວ່າ “ພວກເຮົາພຽງແຕ່ລໍຖ້າຄຳສັ່ງເພື່ອເຄື່ອນຍ້າຍເຂົ້າ ແລະກໍສັງຫານ ພວກ Daesh ເຊິ່ງເປັນອີກຊື່ໜຶ່ງຂອງພວກກຸ່ມລັດອິສລາມ.”

ພວກຄອບຄົວຊາວອີຣັກ ເຫັນໄດ້ຢູ່ໃກ້ ຄຸ້ມ al-Sejar ໃນແຂວງ Anbar, ຫຼັງຈາກໄດ້ຫລົບໜີ ອອກຈາກເມືອງ Fallujah, ວັນທີ 27 ພຶດສະພາ 2016, ໃນລະຫວ່າງການປະຕິບັດການໃຫຍ່ ໂດຍ ກຳລັງທີ່ສະໜັບສະໜູນ ລັດຖະບານຊີເຣຍ ເພື່ອຍຶດເອົາເມືອງຄືນມາຈາກກຸ່ມລັດອິສລາມ.
ພວກຄອບຄົວຊາວອີຣັກ ເຫັນໄດ້ຢູ່ໃກ້ ຄຸ້ມ al-Sejar ໃນແຂວງ Anbar, ຫຼັງຈາກໄດ້ຫລົບໜີ ອອກຈາກເມືອງ Fallujah, ວັນທີ 27 ພຶດສະພາ 2016, ໃນລະຫວ່າງການປະຕິບັດການໃຫຍ່ ໂດຍ ກຳລັງທີ່ສະໜັບສະໜູນ ລັດຖະບານຊີເຣຍ ເພື່ອຍຶດເອົາເມືອງຄືນມາຈາກກຸ່ມລັດອິສລາມ.

ໃນຂະນະທີ່ການຕໍ່ສູ້ ແລະ ການໂຈມຕີທາງອາກາດໃນທົ່ວຕົວເມືອງ ໄດ້ມີຄວາມຮຸນ​ແຮງ ຂຶ້ນ, ຊະຕາກຳຂອງພົນລະເຮືອນທີ່ຕິດຄ້າງຢູ່ໃນຕົວເມືອງແມ່ນໄດ້ຊຸດໂຊມລົງກວ່າເກົ່າ. ​ໃນ​ຂະນະ​ທີ່ ມີປະມານ 800 ຄົນ ສາມາດທີ່ຈະຫຼົບໜີອອກມາໄດ້, ແຕ່ຍັງມີອີກຫຼາຍພັນ ຄົນ ແມ່ນບໍ່ສາມາດ ອອກມາໄດ້.

ອົງການ UNHCR ກ່າວວ່າ ພວກເຂົາເຈົ້າໄດ້ຮັບການລາຍງານ ກ່ຽວກັບການທົນ​ທຸກ ທໍລະມາ​ນ ຂອງພົນລະເຮືອນຢ່າງໂຫດຮ້າຍສາມານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Concerns Over Civilian Suffering as Iraqi Forces Surround Fallujah
please wait

No media source currently available

0:00 0:00:41 0:00

XS
SM
MD
LG