ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອາຊຽນ ຈະລວມມີ ບັນຫາ ເກົາຫຼີເໜືອ ແລະ ອິດທິພົນ ຂອງ ຈີນ


ລັດຖະມົນຕີຕ່າງປະເທດ ສະມາຄົມ ບັນດາປະຊາຊາດ ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ແລະ ເລຂາທິການໃຫຍ່ ທ່ານ Le Luong Minh ຢືນຖ່າຍຮູບ ຮ່ວມກັນໃນລະຫວ່າງກອງປະຊຸມລັດຖະມົນຕີຕ່າງປະເທດ (AMM) ໃນນະຄອນຫຼວງ ມະນີລາ, ຟີລິບປິນ. 28 ເມສາ, 2017.
ລັດຖະມົນຕີຕ່າງປະເທດ ສະມາຄົມ ບັນດາປະຊາຊາດ ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ແລະ ເລຂາທິການໃຫຍ່ ທ່ານ Le Luong Minh ຢືນຖ່າຍຮູບ ຮ່ວມກັນໃນລະຫວ່າງກອງປະຊຸມລັດຖະມົນຕີຕ່າງປະເທດ (AMM) ໃນນະຄອນຫຼວງ ມະນີລາ, ຟີລິບປິນ. 28 ເມສາ, 2017.

ກອງປະຊຸມຂອງຄະນະລັດຖະມົນຕີການຕ່າງປະເທດ ຈາກ 10 ປະເທດສະມາຊິກ ສະ
ມາຄົມປະຊາຊາດ​ໃນ​ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ກັບລັດຖະມົນຕີ
ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໃນສັບປະດານີ້ ໄດ້ມີຂຶ້ນຖ່າມກາງ
ຄວາມເຄັ່ງຕຶງຢູ່ໃນແຫຼມເກົາຫຼີ ພ້ອມກັບຄວາມເປັນຫ່ວງກ່ຽວກັບອິດທິພົນທີ່ກຳລັງເພີ່ມ
ຂຶ້ນຂອງ ຈີນ ຢູ່ໃນເອເຊຍຕາເວັນອອກສຽງໃຕ້.

ກອງປະຊຸມນີ້ ແມ່ນໄດ້ຖືກກຽມພ້ອມຢ່າງເປັນທາງການ ໃສ່ການວາງແຜນຈັດກອງປະ
ຊຸມສຸດຍອດພາກພື້ນທີ່ຈະຈັດຂຶ້ນໃນເດືອນພະຈິກປີນີ້, ເຊິ່ງປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ມີກຳນົດຈະເຂົ້າຮ່ວມ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າ ລັດຖະມົນຕີການຕ່າງປະ ເທດ ອາຊຽນ ໄດ້ຮຽກ
ຮ້ອງໃຫ້ຈັດກອງປະຊຸມ​ໃນ​ຖານະ​ທີ່​ເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງພາກພື້ນ ທີ່
ຈະຮ່ວມງານກັບລັດຖະບານຊຸດໃໝ່.

ລັດຖະມົນຕີການຕ່າງປະເທດ ທ່ານ Tillerson ກ່ອນໜ້ານີ້ໄດ້ກ່າວວ່າ ບັນດາລັດຖະມົນ
ຕີຄາດວ່າຈະປຶກສາຫາລືກັນ ກ່ຽວກັບ ການຄ້າ, ການອ້າງກຳມະສິດ​ເອົາ​ດິນແດນໃນທະ
ເລ ຈີນໃຕ້, ການຄ້າມະນຸດ, ການກໍ່ອາຊະຍາກຳ ແລະ ບັນຫາອື່ນໆ.

ກອງປະຊຸມທີ່ ວໍຊິງຕັນ ມີຂຶ້ນລຸນຫຼັງຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ໄດ້ເດີນທາງຢ້ຽມຢາມພາກພື້ນເອເຊຍປາຊີຟິກ, ລວມທັງ ອິນໂດເນຍ ເມື່ອບໍ່ດົນມານີ້.

ໃນລະຫວ່າງການຢ້ຽມຢາມນັ້ນ, ທ່ານ Pence ໄດ້ກ່າວວ່າ ວໍຊິງຕັນ “ໄດ້ເອົາບາດກ້າວ ເພື່ອເສີມຂະຫຍາຍການເປັນຄູ່ຮ່ວມງານຂອງພວກເຮົາກັບ ອາຊຽນ ແລະ ສ້າງຄວາມ ເປັນມິດຕະພາບຂອງພວກເຮົາໃຫ້ເລິກເຊິ່ງ” ໂດຍແນເປົ້າທີ່ຈະຂະຫຍາຍສາຍພົວພັນ
ດ້ານເສດຖະກິດ ແລະ ການຮ່ວມມືດ້ານຄວາມປອດໄພ ໃນການຕໍ່ສູ້ລັດທິກໍ່ການຮ້າຍ
ແລະ ບັນຫາຂັດແຍ້ງຕ່າງໆ ກ່ຽວກັບ ທະເລຈີນໃຕ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG