ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມເປັນຫ່ວງກ່ຽວກັບການລະບາດຂອງໂຄວິດ-19 ທ່າມກາງການເປີດປະເທດ ຍ້ອນພາວະເສດຖະກິດຕົກຕ່ຳ ແລະໄພເງິນເຟີ້


ໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ທີ່ເປັນໂຮງແຮມໃຫຍ່ທີ່ສຸດໃນລາວ ກຽມຕ້ອນຮັບນັກທ່ອງທ່ຽວ ແລະງານຕ່າງໆ ຫຼັງຈາກທີ່ ທາງການລາວ ໄດ້ປະກາດເປີດປະເທດແລ້ວ.
ໂຮງແຮມ ແລນມາກ ແມ່ຂອງ ຣີເວີໄຊ ທີ່ເປັນໂຮງແຮມໃຫຍ່ທີ່ສຸດໃນລາວ ກຽມຕ້ອນຮັບນັກທ່ອງທ່ຽວ ແລະງານຕ່າງໆ ຫຼັງຈາກທີ່ ທາງການລາວ ໄດ້ປະກາດເປີດປະເທດແລ້ວ.

ຫລັງຈາກປິດປະເທດໄດ້ 2 ປີກວ່າໆ ປະເທດລາວໃນທີ່ສຸດກໍໄດ້ເປີດຄືນຢ່າງເຕັມສ່ວນ ເພື່ອໃຫ້ນັກທ່ອງທ່ຽວເຂົ້າປະເທດໄດ້ແບບເກືອບວ່າ ບໍ່ມີຂໍ້ຈໍາກັດ ກ່ຽວກັບໂຄວິດ-19 ເລີຍ. ສະພາບການນີ້ເຮັດໃຫ້ຫລາຍຄົນ ໂດຍສະເພາະ ແມ່ນຢູ່ໃນຂະແໜງການທ່ອງທ່ຽວມີຄວາມຕື່ນເຕັ້ນດີໃຈ ແຕ່ກໍຍັງມີ ຫຼາຍຄົນມີຄວາມເປັນຫ່ວງ ກ່ຽວກັບໂຣກລະບາດນີ້ຢູ່. ໄຊ​ຈະ​ເລີ​ນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວວີໂອເອ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄ້າຍໆກັນກັບຫລາຍປະເທດໃນຂົງເຂດອື່ນຂອງໂລກ ເຊັ່ນມຽນມາ, ນີວຊີແລນ ແລະ ບັນດາປະເທດໃນຢູໂຣບ ລາວກໍໄດ້ເລີ້ມເປີດຮັບນັກທ່ອງທ່ຽວຢ່າງເຕັມສ່ວນແລ້ວ ໂດຍທີ່ບໍ່ໄດ້ຮຽກຮ້ອງ ໃຫ້ນັກທ່ອງທ່ຽວກັກຕົວ ພຽງແຕ່ຜູ້ໂດຍສານ ສະແດງບັດສັກຢາວັກຊິນຄົບຊຸດ ໃຫ້ເຈົ້າໜ້າທີ່ເບິ່ງ ແລະຜົນມີກວດພະຍາດໂຄວິດເປັນລົບ ກໍສາມາດເຂົ້າປະເທດໄດ້ປົກກະຕິ ເລີ້ມຕັ້ງແຕ່ວັນທີ 9 ເດືອນພຶດ ສະພາ 2022 ເປັນຕົ້ນມາ, ອີງຕາມແຈ້ງການຂອງຫ້ອງການສໍານັກງານນາຍົກ ລັດຖະມົນຕີ ລົງວັນທີ 7 ພຶດສະພາ ຜ່ານມານີ້.

ການປິດປະເທດ ໄດ້ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດ ເດີນທາງມາລາວຫລຸດລົງເຖິງ 74 ເປີເຊັນໃນປີຜ່ານມາ ຊຶ່ງໄດ້ນໍາຄວາມເສຍຫາຍມາໃຫ້ແກ່ທຸກລະກິດຕ່າງໆ ທີ່ກ່ຽວຂ້ອງກັບການທ່ອງທ່ຽວ ຫລາຍ, ອີງຕາມສະພາການຄ້າ ແລະອຸດສາຫະກໍາລາວ. ສະນັ້ນ ການເປີດປະເທດນີ້ ໄດ້ນໍາເອົາຄວາມດີໃຈ ມາໃຫ້ປະຊາຊົນລາວຫລາຍຄົນ ໂດຍສະເພາະແມ່ນກຸ່ມທີ່ເຮັດວຽກກ່ຽວກັບການທ່ອງທ່ຽວ ເພາະມັນສາມາດນໍາເງິນຕາຕ່າງປະເທດ ແລະສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນຢ່າງຫລວງຫລາຍ ດັ່ງ​ທ່ານສະເຫລີມ ຄໍາແພງວົງ ຮອງປະທານສະມາຄົມທຸລະກິດທ່ອງທ່ຽວ ທີ່ໃຫ້​ຂໍ້​ສັງ​ເກດເມື່ອມໍ່ໆມານີ້ ​ວ່າ:

“ມັນມີແນ່ນອນ ການທ່ອງທ່ຽວ ມັນເປັນວຽກງານໃຫຍ່ທີ່ສຸດ ສະພາບການຕ່າງໆຂອງໂລກນີ້ນະ ມັນຈະໝູນວຽນປ່ຽນໄປ ຕໍ່ໄປນີ້ທ່ອງທ່ຽວຈະດີຂຶ້ນຫລັງຈາກໂຄວິດນັ້ນ ເພາະວ່າອີງຕາມອົງການຄຸ້ມຄອງການທ່ອງທ່ຽວ, ສະມາຄົມທຸລະກິດ ແລະການທ່ອງທ່ຽວຂອງເຮົາກະຕິດຕາມຕະຫລອດຢູ່ ນັກທ່ອງທ່ຽວທຸກປະເທດ ອາຊີ, ເອີຣົບ, ອາເມຣິກາ ຕ່າງໆກໍຣີຈິສະເຕີເຂົ້າມາຢູ່ ”

ເຖິງຢ່າງໃດກໍຕາມ ລັດຖະບານລາວຍັງມີຫລາຍຢ່າງ ທີ່ຕ້ອງໄດ້ແກ້ໄຂ ກ່ຽວກັບການຂາດດຸນການຄ້າ ຊຶ່ງສົ່ງຜົນກັບໄພເງິນເຟີ້ ແລະລາຄາອາຫານ ແລະສິ່ງອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ ຕະຫລອດທັງເຄື່ອງຫັດຖະກໍາ ແລະສິ່ງຂອງລະນຶກຕ່າງໆ ຖີບຕົວສູງຂຶ້ນໃນເວລານີ້ ດັ່ງບົດສະເໜີຂອງກຸ່ມຕົວແທນທຸລະກິດທີ່ກ່ຽວຂ້ອງຈໍານວນ 50 ຫົວໜ່ວຍ ຂອງສາມແຂວງ ທີ່ມີແຫລ່ງທ່ອງທ່ຽວຫລັກ ຄື ນະຄອນຫລວງວຽງຈັນ, ເມືອງວັງວຽງ (ແຂວງວຽງຈັນ) ແລະແຂວງຫລວງພະບາງ ໃນອາທິດແລ້ວນີ້ ທີ່ສະໜັບສະໜຸນໂດຍ ສູນການຢູໂຣບ ສໍາລັບການທ່ອງທ່ຽວນິເວດແລະກະສີກໍາ ຫລື ECEAT.

ສະໜາມບິນສາກົນ ວັດໄຕ ຄຶກຄັກຂຶ້ນອີກຄັ້ງນຶ່ງ ຫຼັງຈາກທີ່ທາງການລາວ ໄດ້ປະກາດເປ່ີດປະເທດຢ່າງເປັນທາງການ ໃນວັນທີ 9 ພຶດສະພາ 2022.
ສະໜາມບິນສາກົນ ວັດໄຕ ຄຶກຄັກຂຶ້ນອີກຄັ້ງນຶ່ງ ຫຼັງຈາກທີ່ທາງການລາວ ໄດ້ປະກາດເປ່ີດປະເທດຢ່າງເປັນທາງການ ໃນວັນທີ 9 ພຶດສະພາ 2022.

ແຕ່ຢ່າງໃດກໍຕາມ ເພື່ອດຶງດູດເອົານັກທ່ອງທ່ຽວ ພາກສ່ວນກ່ຽວຂ້ອງກັບການ ບໍລິການໃນດ້ານທ່ອງທ່ຽວ ເຊັ່ນ ທຸລະກິດໂຮງແຮມ, ຮ້ານອາຫານ ແລະການ ຂົນສົ່ງ ກໍໄດ້ກຽມພ້ອມ ເພື່ອຮອງຮັບນັກທ່ອງທ່ຽວໄວ້ຫລາຍສົມຄວນ ດັ່ງການໃຫ້ສໍາພາດຂອງຜູ້ຈັດການຝ່າຍຂາຍ ໂຮງແຮມ Landmark Mekong Riverside ທີ່ເປັນໂຮງແຮມໃຫຍ່ທີ່ສຸດໃນລາວ ກັບພວກເຮົາວ່າ:

“ການກະກຽມຕ້ອນຮັບແຂກຢູ່ພາຍໃນປະເທດ ແລະຕ່າງປະເທດແມ່ນພ້ອມບໍລິການເຕັມທີ່ ເຊັ່ນ ການຈັດງານສ້າງສັນ ງານອີເວັນ ງານດອງ ແລະງານປະຊຸມນັບແຕ່ນ້ອຍຫາໃຫຍ່ ເປັນຈໍານວນຫລາຍໄດ້ແລ້ວ ພວກເຮົາມີທິມງານບຸກຄະລາກອນ ພະນັກງານໄວ້ເຕັມຮູບແບບແລ້ວທ່ານສາມາດນໍາແຂກມາໃຊ້ບໍລິການໄດ້ເລີຍ ສໍາລັບລະບຽບການຕ້ານພະຍາດໂຄວິດກະແມ່ນພວກເຮົາໄດ້ປະຕິດບັດຕາມລະບຽບຄື ໃສ່ຜ້າປິດປາກ ລ້າງມືດ້ວຍເຈວ ແລະໃຫ້ຮັກສາໄລ ຍະຫ່າງຕາມທີ່ສົມຄວນ”

ຂະນະດຽວກັນ ກໍຍັງມີຫລາຍຄົນໃນລາວ ຍົກໃຫ້ເຫັນຄວາມເປັນຫ່ວງທາງສຸຂະ ພາບຫລາຍສົມຄວນ ດັ່ງພະນັກງານທີ່ເຮັດວຽກຢູ່ນໍາ NGO ໃນນະຄອນຫລວງວຽງຈັນ ທ່ານນຶ່ງໄດ້ສະແດງຄວາມກັງວົນ ກ່ຽວກັບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເພີ້ມຂຶ້ນ ຢູ່ໃນປັດຈຸບັນນີ້ ອອກວ່າ:

ເຮັດວຽກນໍາສາກ໊ອກສາກົນ ໄປຕ່າງຂອກຕ່າງແຂວງແນ່ຫັ້ນແຫລະ ໂຄວິດກະຍັງຢ້ານຢູ່ລະເນາະໄປວຽກໄປການກະຍັງຕ້ອງໄດ້ຮັກສາໄລຍະຫ່າງກວດກາອຸ່ນນະພູມອີ່ຫຍັງ ໃຊ້ນໍ້າຢອກນໍ້າຢາລ້າງມອກລ້າງມືອີ່ຫຍັງ ລະບຽບຕາມມາດຕະ ການຫັ້ນລະເນາະ ຜູ້ອື່ນອາດຈະບໍ່ຢ້ານບໍ່ແນ່ໃຈ ເພາະວ່າໄປໃສມາກະຕ້ອງໄດ້ອັດປາກອັດດັງຫັ້ນລະເນາະ

ສະຫລຸບແລ້ວ ຫລັງຈາກປິດປະເທດໄດ້ 2 ປີກວ່າໆ ລາວ, ໃນທີ່ສຸດ, ກໍໄດ້ເລີ້ມເປີດປະເທດຄືນຢ່າງເຕັມສ່ວນ ໃນອາທິດຜ່ານມານີ້. ເນື່ອງຈາກນັກທ່ອງທ່ຽວ ສາມາດນໍາເງິນຕາເຂົ້າມາປະເທດ ແລະກະຕຸ້ນໃຫ້ຄົນລາວ ຢູ່ໃນຫລາຍສາຂາອາຊີບ ສາມາດມີວຽກເຮັດງານທໍາໄດ້ ມັນກໍພາໃຫ້ຫລາຍຄົນດີໃຈ ແລະ ມີຄວາມກະຕືລືລົ້ນນໍາ. ແຕ່ໃນທາງກົງກັນຂ້າມ ມັນກໍເຮັດໃຫ້ມີຄວາມສ່ຽງ ທີ່ ອາດຕາມມາຈາກການລະບາດຂອງພະຍາດໂຄວິດ-19 ທີ່ສູງຢູ່ແລ້ວໃນລາວ ເວລານີ້ ອາດເພີ້ມການແຜ່ລະບາດ ເປັນວົງກວ້າງອອກໄປອີກ.

XS
SM
MD
LG