ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ພົບປະກັບ ນາຍົກອິສຣາແອລ ທີ່ນະຄອນ ເຈຣູຊາແລັມ (ວີດີໂອ)


ທ່ານ John Kerry (ຊ້າຍ) ແລະທ່ານ Benjamin Netanyahu ທີ່ນະຄອນ Jerusalem (6 ພະຈິກ 2013)
ທ່ານ John Kerry (ຊ້າຍ) ແລະທ່ານ Benjamin Netanyahu ທີ່ນະຄອນ Jerusalem (6 ພະຈິກ 2013)
ນາຍົກ​ລັດຖະມົນຕີ Israel ທ່ານ Benjamin Netanyahu
ກ່າວ​ວ່າ ທ່ານ​ຕ້ອງການຢາກ​ມີສັນຕິພາບ ກັບຊາວ​ປາ​ແລ​ສ​ໄຕ
ແລະ​ຫວັງ​ວ່າ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John
Kerry ທີ່​ກຳລັງ​ຢ້ຽມຢາມ​ພາກ​ຕາ​ເວັນ​ອອກ​ກາງ​ໃນ​ເວລາ​ນີ້
ສາມ​າດນຳ​ເອົາ​ການ​ເຈລະຈາ​ນີ້ກັບ ຄືນ​ໄປ​ສູ່​ບ່ອນ​ທີ່​ການ​ຕົກ
ລົງຄັ້ງ​ປະຫວັດ​ສາດ ສາມາດ​ບັນລຸ​ກັນ​ໄດ້.

ທ່ານ Netanyahu ​ໄດ້ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຂະນະ​ທີ່
​ທ່ານຢືນ​ຄຽງ​ຂ້າງ​ທ່ານແຄຣີ ​ໃນ​ຂະນະ​ທີ່​ທັງ 2 ທ່ານ ເລີ້ມ​
ປະຊຸມ ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່​ກຸງ Jerusalem. ຜູ້​ນໍາ​ຂອງ
Israel ​ໄດ້​ກ່າວແບບ​ສະຫງວນ​ທ່າ​ທີ​ກ່ຽວ​ກັບການ​ເຈລະຈາ
​ສັນຕິພາບ ທີ່ໄດ້​ເລີ້ມມາ​ເປັນ​ເວລາ​ 3 ​ເດືອນແລ້ວ ນັ້ນ. ທ່ານ​ເວົ້າວ່າ“ຂ້າພະ​ເຈົ້າ
​ເປັນ​ຫວ່ງ ກ່ຽວ​ກັບ​ຄວາມ​ກ້າວໜ້າ ​ເພາະວ່າ ຂ້າພະ​ເຈົ້າເຫັນ​ຊາວ​ປາ​ແລ​ສໄຕ
ຍັງ​ສືບ​ຕໍ່ ຍຸຍົງ​ເກາະ​ຜິດຍັງ​ສືບ​ຕໍ່​ສ້າງ​ວິ​ກິດ​ການ​ທີ່​ບໍ່​ແທ້​ຈິງ​ຂຶ້ນ​ແລະ​ຍັງ​ສືບຕໍ່
​ຫລີກ​ລ່ຽງ​ແລະ​ຫລົບໜີ ການ​ຕັດສິນ​ໃຈຄັ້ງ​ປະ​ຫວັດ​ສາດ ທີ່​ມີ​ຄວາມ​ຈໍາ​ເປັນ​ທີ່ຈະ​
ສ້າງສັນ​ຕິ​ພາບ​ຢ່າງ​ແທ້​ຈິງ.”


ທ່ານ Kerry ຜູ້​ຊຶ່ງໄດ້​ພົບ​ປະ​ກັບ ກັບ​ທ່ານປະທານາທິບໍດີ Mahmoud Abbas ​ໃນ​ວັນ​ພຸດ
​ມື້​ນີ້ ​ກ່າວ​ວ່າ ມັນ​ຈະ​ມີ​ຄວາມ​ຫຍຸ້ງຍາກ ​ແລະ​ເຄັ່ງ​ຕຶງສະ​ເໝີ ​ໃນ​ການ​ເຈລະຈາກັນ ​ແຕ່​ວ່າ
ທ່ານ​ກໍ​ໝັ້ນ​ໃຈວ່າ ທັງ​ສອງ​ຝ່າຍຈະ​ສາມາດ​ເຮັດ​ວຽກຜ່ານ​ຜ່າ​ເລື່ອງ​ເຫຼົ່ານີ້​ນໍາ​ກັນ​ໄດ້. ທ່ານ
ກ່າວ​ວ່າ ທັງ​ຝ່າຍ Israel ​ແລະປາ​ແລ​ສ​ໄຕ ຕ່າງ​ກໍ​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະຕ້ອງ​ປະ​ນີປະນອມ
​ແລະ​ມີ​ການ​ຕັດສິນ​ໃຈ​ທີ່​ລໍາບາກ ​ເພື່ອ​ໃຫ້​ບັນລຸເປົ້າໝາຍຂອງ​ຕົນ​.

ທ່ານ​ຍັງ​ໄດ້​ກ່າວ​ເຖິງ ຄວາມ​ເປັນ​ຫວ່ງ​ເປັນໃຍ ຂອງທ່ານ Netanyahu ທີ່​ວ່າ​ມະຫາ​
ອຳນາດ​ຂອງ​ໂລກ ອາດ​ຈະ​ເຈລະຈາ​ຫາ​ທາງ​ຕົກລົງ​ກັບ​ອີຣ່ານ ທີ່​ຈະ​ຫລຸດຜ່ອນ​ການ​ລົງ
​ໂທດຕໍ່​ປະ​ເທດດັ່ງກ່າວ ​ເພື່ອ​ເປັນ​ການ​ຕອບ​ແທນ ​ຕໍ່ສິ່ງ​ໃດ​ກໍ​ຕາມ​ທີ່​ໜ້ອຍ​ໄປ​ກວ່າການ
​ທັບ​ມ້າງ​ໂດຍສິ້ນ​ເຊີງ ຕໍ່​ໂຄງການ​ກັ່ນ​ທາດ​ຢູ​ເຣນຽມ​ຂອງ​ອີຣ່ານນັ້ນ.

ທ່ານ Kerry ກ່າວ​ວ່າ ຈຸດປະສົງ​ຂອງ​ພວກ​ເຮົາ​ນັ້ນ ​ແມ່ນ​ຢາກ​ໃຫ້​ອີຣານ ມີ​ແຕ່​ໂຄງການ​
ນິວ​ເຄລຍ ​ໃນທາງສັນຕິ​ເທົ່າ​ນັ້ນ. ​ແລະທີ່​ຈິງ​ແລ້ວ ພວກ​ເຮົາຕ້ອງ​ໃຫ້​ເປັນ​ທີ່​ແນ່​ໃຈວ່າ
ມັນ​ເປັນ​ໜ້າ ທີ່​ຂອງ​ພວກ​ເຮົາ ​ເປັນຄວາມ​ຮັບຜິດຊອບ​ຂອງ​ໂລກ ​ເພື່ອ​ຢາກ​ຮູ້ຈັກ​ຢ່າງ​
ແນ່ນອນ​ວ່າ ມັນ​ເປັນ​ໂຄງການ​ໃນ​ທາງ​ສັນຕິ ​ແລະ​ບໍ່​ມີ​ຄວາມ​ສາມ​າດທີ່​ຈະ​ຜະລິດ​ອາວຸດ
​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ​ໄດ້.

US MIDEAST VOSOT.mov
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG