ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄວາມເປັນຫ່ວງ ນັກເຄື່ອນໄຫວ ເພື່ອສິດທິ ມະນຸດ ຫຼາຍຂຶ້ນ ຍ້ອນການກັກໂຕ ສາສະດາຈານ ຈີນ ທີ່ໃຫ້ສຳພາດ ກັບ ວີໂອເອ


ຕຳຫຼວດຈີນ ໄດ້ພັງປະຕູເຂົ້າໄປໃນເຮືອນ ຂອງທ່ານ ຊັນ ເວິນກວງ, ສາສະດາຈານ ຜູ້ທີ່ໄດ້ກະສຽນແລ້ວ ຈາກມະຫາວິທະຍາໄລ ຊານດົງ (Shandong University) ຜູ້ທີ່ໄດ້ຕິຕຽນ ປະວັດສິດທິມະນຸດ ຂອງຈີນ, ໃນຂະນະທີ່ທ່ານ ໃຫ້ສຳພາດ ທາງໂທລະສັບ ກັບ ວີໂອເອ ພະແນກພາສາຈີນກາງ ໃນລາຍການໂທລະພາບ ທີ່ອອກອາກາດສົດຢູ່ນັ້ນ.
ຕຳຫຼວດຈີນ ໄດ້ພັງປະຕູເຂົ້າໄປໃນເຮືອນ ຂອງທ່ານ ຊັນ ເວິນກວງ, ສາສະດາຈານ ຜູ້ທີ່ໄດ້ກະສຽນແລ້ວ ຈາກມະຫາວິທະຍາໄລ ຊານດົງ (Shandong University) ຜູ້ທີ່ໄດ້ຕິຕຽນ ປະວັດສິດທິມະນຸດ ຂອງຈີນ, ໃນຂະນະທີ່ທ່ານ ໃຫ້ສຳພາດ ທາງໂທລະສັບ ກັບ ວີໂອເອ ພະແນກພາສາຈີນກາງ ໃນລາຍການໂທລະພາບ ທີ່ອອກອາກາດສົດຢູ່ນັ້ນ.

ການກັກໂຕນັກວິຊາການຊາວຈີນ ທີ່ໄດ້ອອກກິນເບ້ຍບຳນານແລ້ວນັ້ນ ຜູ້ທີ່ໄດ້ຖືກ
ຄວບຄຸມໂຕ ໃນລະຫວ່າງການໃຫ້ສຳພາດ ກັບວີໂອເອ ໃນລາຍການໂທລະພາບ
ທີ່ອອກອາກາດສົດຢູ່ນັ້ນ ໄດ້ກໍ່ໃຫ້ເກີດ ການວິພາກວິຈານ ຈາກບັນດານັກເຄື່ອນໄຫວ
ເພື່ອສິດທິມະນຸດ ແລະ ບັນດານັກວິເຄາະ ຜູ້ທີ່ເປັນຫ່ວງວ່າ ລັດຖະບານຈີນ ຈະເພີ້ມ
ການປາບປາມ ຕໍ່ພວກທີ່ບໍ່ເຫັນດີເຫັນພ້ອມ ຫຼາຍຂຶ້ນ.

ທ່ານ ຊັນ ເວິນກວງ ສາສະດາຈານ ຢູ່ທີ່ມະຫາວິທະຍາໄລ ຊານດົງ (Shandong
University) ຜູ້ທີ່ໄດ້ກະສຽນແລ້ວ ເປັນຜູ້ນຶ່ງທີ່ຕິຕຽນ ປະວັດສິດທິມະນຸດ ຂອງຈີນ
ແມ່ນເຊື່ອກັນວ່າ ທ່ານໄດ້ຖືກກັກໂຕໄວ້ໂຮງແຮມແຫ່ງນຶ່ງ ທີ່ດຳເນີນງານໂດຍກອງທັບ
ຈີນ ໃນເມືອງຈີນານ ຢູ່ທາງພາກຕາເວັນອອກຂອງຈີນ. ທ່ານ ຊັນ ໄດ້ຖືກນຳໂຕໄປ
ໃນລະຫວ່າງການໃຫ້ສຳພາດທາງໂທລະສັບ ກັບ ສຽງອາເມຣິກາ ຫຼື VOA ພະແນກ
ພາສາຈີນກາງ ໃນລາຍການໂທລະພາບ ບັນຫາ ແລະ ຄວາມເຫັນຕ່າງໆ ຫຼື Issues
& Opinions ເມື່ອຕອນເຊົ້າວັນພຸດຜ່ານມານີ້.

ທາງການຂອງຈີນ ບໍ່ໄດ້ເປີດເຜີຍຂໍ້ມູນໃດໆ ກ່ຽວກັບວ່າ ສາເຫດຫຍັງທີ່ ສາສະດາຈານ
ຈຶ່ງໄດ້ຖືກຄວບຄຸມໂຕ. ວີໂອເອ ໄດ້ພະຍາຍາມ ຕິດຕໍ່ກັບ ພະແນກຖະແຫລງຂ່າວ
ກະຊວງການຕ່າງປະເທດ ຂອງຈີນ ເພື່ອຂໍຄຳເຫັນ ແຕ່ສາຍໂທລະສັບມືຖື ທີ່ເປີດໃຫ້
ບໍລິການແກ່ມະຫາຊົນ ໄດ້ຖືກປິດໄວ້ ແລະ ສາຍໂທລະສັບຕັ້ງໂຕະ ກໍໄດ້ຖືກຕອບຮັບ
ເຊັ່ນກັນ.

ກົມຮັກສາຄວາມປອດໄພ ມະຫາຊົນ ຂອງມະຫາວິທະຍາໄລ ຊານດົງ ແລະ ສະຖານີ
ຕຳຫຼວດທາງຫຼວງຊານດາ ຂອງສຳນັກງານ ຮັກສາຄວາມປອດໄພ ມະຫາຊົນ ຂອງ
ເມືອງຈີນານ ກໍໄດ້ຖືກຕິດຕໍ່ຫາ. ທັງສອງກົມ ບໍ່ປະສົງໃຫ້ຄຳເຫັນ.

ແຫລ່ງຂ່າວຕ່າງໆ ໄດ້ບອກ ວີໂອເອ ພະແນກພາສາຈີນກາງ ວ່າ ທ່ານ ຊັນ ຖືກຄວບ
ຄຸມໂຕ ຢູ່ທີ່ ບ້ານພັກໃນເຂດພູດອຍຢານຊີ ທີ່ເປັນຂົງເຂດຂອງກອງທັບ ເມືອງຈີນານ
ອັນເປັນເຄືອຂ່າຍໂຮງແຮມ ແລະ ສູນຕ້ອນຮັບຂອງກອງທັບ.

ເມື່ອວັນສຸກວານນີ້ ນັກຂ່າວວີໂອເອ ປະຈຳຢູ່ທີ່ ປັກກິ່ງ ໄດ້ໄປຢ້ຽມຢາມ ບ້ານພັກຂອງ
ທ່ານ ຊັນ ຢູ່ໃນຕຶກອາຟາດເມັນແຫ່ງນຶ່ງ ແລະ ໄດ້ໂອ້ລົມກັບພວກເພື່ອນບ້ານໃກ້ຄຽງ
ຂອງທ່ານ ຊັນ. ພວກເຂົາເຈົ້າເວົ້າວ່າ ເປັນເວລາດົນນານແລ້ວ ທີ່ພວກເຈົ້າໜ້າທີ່ຮັກສາ
ຄວາມສະຫງົບ ໄດ້ສິ້ງຊອມເບິ່ງ ສາສະດາຈານ ຢູ່ນອກຕຶກອາພາດເມັນ ແລະ ໄດ້ຕິດ
ຕາມເບິ່ງການເຄືອນໄຫວຂອງເພິ່ນ. ບໍ່ມີຜູ້ໃດ ເວົ້າວ່າ ພວກເຂົາເຈົ້າເຂົ້າໃຈ ເຖິງ
ສາເຫດ ທີ່ທ່ານ ຊັນ ໄດ້ຖືກຈັບຕາເບິ່ງ.

ເພື່ອນບ້ານໃກ້ຄຽງຄົນນຶ່ງ ໄດ້ເວົ້າວ່າ ທ່ານ ຊັນ ເປັນ “ຄົນດີ ແລະ ເປັນເພື່ອນບ້ານ
ໃກ້ຄຽງທີ່ດີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG