ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫ້ອງການ ໂຄສະນະຫາສຽງ ຂອງທ່ານນາງ Clinton ອາດຖືກ ພວກເຈາະຂໍ້ມູນ ໂຈມຕີ


ຄົນພາກັນຢືນຢູ່ນອກ ຫ້ອງການໃຫຍ່ ຂອງຄະນະກຳມະການ ແຫ່ງຊາດພັກເດໂມແຄຣັດ ທີ່ນະຄອນຫລວງວໍຊິງຕັນ.
ຄົນພາກັນຢືນຢູ່ນອກ ຫ້ອງການໃຫຍ່ ຂອງຄະນະກຳມະການ ແຫ່ງຊາດພັກເດໂມແຄຣັດ ທີ່ນະຄອນຫລວງວໍຊິງຕັນ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ກາງ​ກຳລັງ​ສືບສວນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ພວກແຮັກ​ເກີ້ອາດ​ໄດ້​ເຈາະ​ເຂົ້າ​ໄປ​ໃນຕາໜ່າງຄອມ​ພິວ​ເຕີ ຂອງ​ຜູ້​ສະໝັກ​ປະ ທານາທິບໍດີພັກ​ເດ​ໂມ​ແຄຣັດທ່ານ​ນາງ Hillary Clinton ຊຶ່ງ​ເປັນສ່ວນ​ນຶ່ງໃນ​ການ​ໂຈມ​ຕີ​ທາງ​ອິນ​ເຕີແນັດຂະ ໜາດ​ໃຫຍ່​ຕໍ່ພັກ​ເດ​ໂມ​ແຄຣັດຂອງສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່ປະຕິບັດ​ກົດໝາຍ​ໄດ້​ກ່າວ​ຕໍ່ສື່​ມວນ​ຊົນ​ສະຫະລັດວ່າ ຫ້ອງການ​ ສືບ​ລັບ​ລັດຖະບານ​ກາງຫຼື FBI ​ແລະ​ກະຊວງ​ຍຸຕິ​ທຳ​ກຳລັງ​ທຳການ​ສືບສວນກ່ຽວ​ກັບ​ເລື້ອງນີ້ຢູ່.

ທັງ​ສອງ​ອົງການ​ ຕ່າງ​ກໍ​ບໍ່​ຍອມ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ລາຍ​ງານ​ການ​ສືບສວນ​ນີ້. ອົງການ FBI ​ໄດ້​ຂຽນ​ຫາວີ​ໂອ​ເອ ວ່າ “ຕົນຮູ້​ເລື້ອງ​ດີ ກ່ຽວ​ກັບ​ລາຍ​ງານ​ຂອງ​ສື່​ມວນຊົນທີ່​ວ່າ ມີ​ການ ລ່ວງລໍ້າ​ທາງ​ອິນ​ເຕີ​ແນັດ ຕໍ່​ອົ​ງການຈັດຕັ້ງທາງ​ການ​ເມື​ອງ ຫລາຍ​ອົງການແລະ​ກຳລັງ​ປະຕິບັດ​ງານ​ເພື່ອ​ພິຈາລະ​ນາ​ເຖິງ​ຄວາມຖືກຕ້ອງ ລັກ ສະນະ​ແລະ​ຂອບ​ເຂດ​ຂອງ​ເລື້ອງດັ່ງກ່າວ. ສິ່ງ​ແວດ​ລ້ອມ​ກ່ຽວ​ກັບການ​ຂົ່ມຂູ່​ທາງ ອິນ​ເຕີ​ແນັດຍັງ​ດໍາ​ເນີນຢູ່​ຕໍ່ມາ​ໂດຍ​ຄ່ອຍໆ​ປາກົດ​ໃຫ້​ເຫັນວ່າ​ພວກ​ໂຈມ​ຕີທາງ​ອິນ​ເຕີ​ແນັດ​ແນ​ເປົ້າ​ໝາຍ​ໃສ່​ທຸກພາກສ່ວນ ​ແລະ​ຂໍ້​ມູນ​ຂອງ​ເຂົາ​ເຈົ້າ.”

ພວ​ກ​ເຈົ້າ​ໜ້າ​ທີ່​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ Clinton ​ໄດ້​ຕອບ​ໃນ​ແລງ​ວັນ​ສຸກ​ວານ​ນີ້​ ​ໂດຍ​ກ່າວ​ວ່າ ນຶ່ງ​ໃນ​ຈຳນວນ​ບ່ອນ​ເກັບ​ຂໍ້​ມູນ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ບຸກລຸກ​ ​ແຕ່​ວ່າ​ໂຄງການ ວິເຄາະ​ດັ່ງກ່າວແມ່ນ​ຄວບ​ຄຸມ​ໂດຍຄະນະ​ກຳມະການແຫ່ງ​ຊາດຂອງ​ພັກ​ເດ​ໂມ​ແຄຣັດ​ ຫລື DNC ທີ່ຮູ້ກັນແລ້ວວ່າ​ໄດ້​ຖືກໂຈມ​ຕີ. ​ໂຄສົກ​ທ່ານ​ນາງ Clinton ຄື​ທ່ານ Nick Merrill ກ່າວ​ວ່າ ບັນດາ​ຜູ້​ຊ່ຽວຊານຄວາມ​ປອດ​ໄພ ​ບໍ່​ໄດ້​ພົບ​ເຫັນ​ຫລັກ​ຖານໃດໆ​ທີ່​ວ່າ ລະບົບ​ໂຄສະນາ​ຫາ​ສຽງ​ພາຍ​ໃນ​ໄດ້​ຖືກໂຈມ​ຕີ.

ພວກປະທ້ວງພາກັນຮ້ອງໂຮຢູ່ອອ້ມນະຄອນ Philadelphia ໃນມື້ທຳອິດຂອງກອງປະຊຸມໃຫຍ່ພັກເດໂມແຄຣັດ.
ພວກປະທ້ວງພາກັນຮ້ອງໂຮຢູ່ອອ້ມນະຄອນ Philadelphia ໃນມື້ທຳອິດຂອງກອງປະຊຸມໃຫຍ່ພັກເດໂມແຄຣັດ.

ການ​ເປີດ​ເຜີຍ​ເຖິງ​ການ​ສືບສວນ​ໃນ​ວັນ​ສຸກ​ວານ​ນີ້ ກ່ຽວກັບ​ຄວາມ​ເປັນ​ໄປ​ໄດ້​ທີ່ ວ່າ​ມີ​ການ​ບຸກໂຈມ​ຕີທາງ​ອິນ​ເຕີ​ແນັດ ທີ່​ແນ​ເປົ້າໝາຍ​ໃສ່​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ Clinton ຫລັງ​ຈາກ​ໄດ້​ມີ​ການໂຈມ​ຕີ​ເຈາະ​ຂໍ້​ມູນຂອງ​ຄະນະ​ກຳ ມະ​ການ​ພັກ​ເດ​ໂມ​ແຄຣັດ
ແຫ່ງ​ຊາດ ​ແລະ​ຄະນະ​ກຳມະການ​ຊອກ​ຫາ​ເງິນ​ທຶນ​ພັກໃຫ້ແກ່ບັນດາ​ສະມາ​ຊິກສະພາ ​ແລະ​ຄະນະ​ກຳມະການໂຄສະນາ​ຫາ​ສຽງ​ລັດຖະ ສະພາ​ພັກ​ເດ​ໂມ​ແຄຣັດ ຫູື DCCC.

ພວກ​ເຈົ້າ​ໜ້າ​ທີ່​ພັກ​ເດ​ໂມ​ແຄຣັດ ​ໄດ້​ຊີ້​ໃສ່ຣັດ​ເຊຍ​ທີ່​ພົວພັນ​ກັບ​ການໂຈມ​ຕີ​ເຈາະ ຂໍ້​ມູນ​ທາງຄອມ​ພິວ​ເຕີ​ດັ່ງ​ກ່າວ ຊຶ່ງ​ພາ​ໃຫ້ມີການ​ກ່າວ​ຫາ​ ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ ຢືນຢັນ​ເພີ້ມ
ຂຶ້ນວ່າມົສກູ​ພວມພະຍາຍາມ​ໃຊ້​ອິດ​ທິພົນ​ຂອງ​ຕົນ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດໂດຍ​ໃຫ້​ການ​ສະໜັບສະໜູນ​ຜູ້​ສະໝັກ​ພັກຣີພັບ​ບລິ ​ກັນ ທ່ານ Donald Trump.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG