ສາຍການບິນ Delta ຄາດວ່າ ຈະຍົກເລີກປະມານ 100 ຖ້ຽວບິນ ໃນເຊົ້າວັນອັງຄານມື້ນີ້ ແລະອີກຫຼາຍກວ່າ 200 ຖ້ຽວບິນຈະມີການຊັກຊ້າ ໃນຂະນະທີ່ຕົນສືບຕໍ່ ສ້ອມແປງລະບົບຄອມພິວເຕີ ທີ່ໄດ້ປະສົບກັບບັນຫາໃນວັນຈັນວານນີ້.
ສາຍການບິນ Delta ໄດ້ຖິ້ມໂທດໃສ່ໄຟຟ້າມອດ ຢູ່ສູນກາງໃຫຍ່ຂອງສາຍການບິນ ທີ່ນະ ຄອນ Atlanta ໂດຍກ່າວວ່າ ບາງລະບົບຄອມພິວເຕີ້ທີ່ສຳຄັນຂອງຕົນ ບໍ່ສາມາດປ່ຽນໄປໃຊ້ລະບົບໄຟຟ້າສຳຮອງທີ່ກະກຽມໄວ້ ຊຶ່ງຈະສາມາດເຮັດໃຫ້ລະບົບຄອມພິວເຕີ້ແລ່ນໄດ້ຕໍ່ໄປຕາມປົກກະຕິນັ້ນ.
ໂດຍປາດສະຈາກຕາໜ່າງຄອມພິວເຕີ້ທີ່ປະຕິບັດງານໄດ້ແລ້ວ ສາຍການບິນ Delta ຈຶ່ງໄດ້ ສັ່ງໃຫ້ຖ້ຽວບິນທັງໝົດຂອງຕົນງົດບິນ ເປັນເວລາຫຼາຍຊົ່ວໂມງໃນວັນຈັນວານນີ້ ຊຶ່ງໃນທີ່ສຸດ ກໍໄດ້ຍົກເລີກຫຼາຍກວ່າ 870 ຖ້ຽວບິນ ໃນທົ່ວສະຫະລັດ ແລະຍິ່ງໄປກວ່ານັ້ນ ມີອີກຫຼາຍພັນຖ້ຽວບິນໄດ້ມີການຊັກຊ້າ.
ຖ້ຽວບິນຕ່າງໆ ແມ່ນໄດ້ກັບຄືນມາບິນອີກ ໃນຕອນແລງວັນຈັນວານນີ້ ແຕ່່ວ່າ ສາຍການບິນ Delta ໄດ້ກ່າວວ່າ ຄວາມພະຍາຍາມສ້ອມແປງທີ່ຍັງດຳເນີນຢູ່ຕໍ່ມານັ້ນ ໄດ້ນຳໄປສູ່ການຍົກ ເລືອກຖ້ຽວບິນແລະເຮັດໃຫ້ມີການຊັກຊ້າອີກຈຳນວນນຶ່ງໃນວັນອັງຄານມື້ນີ້.
ພວກນັກຊ່ຽວຊານດ້ານອຸດສາຫະກຳການບິນ ກ່າວວ່າ ໄດ້ນຳເອົາການຫຼົ້ມແຫຼວຂອງລະບົບ ຄອມພິວເຕີ້ນີ້ ໄປພົວພັນໃສ່ການໂຮມໂຕຂອງບໍລິສັດ ທີ່ບັງຄັບໃຫ້ນຳເອົາລະບົບຄອມພິວ ເຕີ້ເກົ່າ ຂອງບໍລິສັດທີ່ເປັນຄູ່ແຂ່ງມາຮວມເຂົ້າກັນເປັນລະບົບດຽວ ເພື່ອຂະຫຍາຍການປະຕິບັດງານຂອງລະບົບຄອມພິວເຕີ້ບໍລິສັດໃໝ່.
ພວກນັກວິເຄາະກ່າວວ່າ ຄວາມລົ້ມແຫລວຂອງລະບົບຄອມພິວເຕີ້ເກົ່າແມ່ນຖືວ່າເປັນເລື້ອງ ທຳມະດາໄປແລ້ວ ສຳຫຼັບສາຍການບິນທີ່ຈະໃຊ້ລະບົບທີ່ກ່ຽວຂ້ອງກັບການຈັດຖ້ຽວບິນອັດຕະໂນມັດ ແລະຈັດການຢູ່ເບື້ອງຫຼັງກິດຈະກຳຕ່າງໆ ທີ່ພົວພັນກັບຫຼາຍໆພາກສ່ວນ ນັບຕັ້ງແຕ່ ການວາງແຜນຕາຕະລາງການເຮັດວຽກຂອງພວກພະນັກງານ ຈົນໄປເຖິງຕະຕະລາງ ສະແດງການຂຶ້ນແລະລົງຂອງເຮືອບິນນຳອີກ.