ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການແຂ່ງຂັນດຸເດືອດຂຶ້ນ ເພື່ອຮັບເອົາກຳລັງທະຫານ ສະຫະລັດ ໃນ ຢູໂຣບ


ທະຫານເຂົ້າຮ່ວມໃນການຊ້ອມຮົບຂອງກອງທັບບົກ ສະຫະລັດ ໃກ້ກັບເມືອງ ໂຮເຮັນແຟລສ໌, ປະເທດ ເຢຍຣະມັນ. 9 ຕຸລາ, 2017.
ທະຫານເຂົ້າຮ່ວມໃນການຊ້ອມຮົບຂອງກອງທັບບົກ ສະຫະລັດ ໃກ້ກັບເມືອງ ໂຮເຮັນແຟລສ໌, ປະເທດ ເຢຍຣະມັນ. 9 ຕຸລາ, 2017.

ມັນອາດມີການແຂ່ງຂັນບາງຢ່າງເພີ່ມເຕີມ ສຳລັບກອງທະຫານ ສະຫະລັດ ຫຼາຍພັນຄົນທີ່ໃນໄວໆນີ້ ອາດຖືກສົ່ງອອກຈາກປະເທດ ເຢຍຣະມັນ.

ປະເທດ ໂປແລນ ແມ່ນຢູ່ໃນຖັນແຖວທີ່ຈະໄດ້ຮັບເອົາກຳລັງທະຫານປະມານ 9,500 ຄົນແລ້ວ, ທີ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີແຜນທີ່ ຈະຖອນອອກຈາກ ເຢຍຣະມັນ ລຸນຫຼັງການບໍ່ເຫັນພ້ອມ ກ່ຽວກັບ ລະດັບຄ່າໃຊ້ຈ່າຍໃນການປ້ອງກັນປະເທດ. ປະເທດ ລັດເວຍ ເວົ້າວ່າ, ເຂົາເຈົ້າກໍຢາກ ຈະໃຫ້ຖືກພິຈາລະນາເຊັ່ນກັນ.

ລັດຖະມົນຕີປ້ອງກັນປະເທດ ລັດເວຍ ທ່ານ ອາຕິສ ປາຣິກສ໌ ໄດ້ກ່າວໃນວັນ ພະຫັດວານນີ້ວ່າ ປະ ເທດຂອງທ່ານ ມີຄວາມຍິນດີທີ່ຈະຕ້ອນຮັບກອງກຳລັງ ສະຫະລັດ, ແນວໃດກໍຕາມ ທ່ານຫວັງວ່າເຂົາເຈົ້າຈະບໍ່ຕ້ອງໄດ້ທຳການໃຊ້ຈ່າຍເທົ່າກັບ ເຢຍຣະມັນ.

ທ່ານໄດ້ກ່າວ ໃນລະຫວ່າງກອງປະຊຸມປ້ອງກັນປະເທດ ຂອງ ສະຫະພາບ ຢູ ໂຣບ ທາງໄກວ່າ “ພວກເຮົາພ້ອມແລ້ວທີ່ຈະລົງທຶນ, ເພື່ອຮັບເອົາ ກຳລັງທະ ຫານອາເມຣິກັນ ຈຳນວນນຶ່ງໃນແຜ່ນ ດິນຂອງ ລັດເວຍ ເຊັ່ນກັນ.”

ທ່ານ ປາບຣິກສ໌ ໄດ້ກ່າວຕື່ມວ່າ “ພວກເຮົາບໍ່ໄດ້ພະຍາຍາມທີ່ຈະລົງໂທດ ເຢຍຣະມັນ. ພວກເຮົາເຂົ້າໃຈວ່າມັນຕ້ອງໄດ້ມີການຜັກດັນໃຫ້ ເຢຍຣະມັນ ປະກອບສ່ວນເພີ່ມເຕີມ, ແຕ່ການມີໜ້າຂອງ ເຢຍຣະມັນ ແມ່ນສຳຄັນສຳລັບ ຄວາມປອດໄພໃນໂລກ.”

ໃນປັດຈຸບັນນີ້ ເຢຍຣະມັນ ແມ່ນບ້ານຂອງກຳລັງທະຫານ ສະຫະລັດ ປະມານ 38,600 ຄົນ ແລະ ມີຖານທັບຫຼາຍແຫ່ງເຊິ່ງລວມມີ ຖານທັບອາກາດ ແຣມສ-ໄຕນ໌ ແລະ ຫ້າໃນເຈັດຂອງກອງທະ ຫານຮັກສາການຂອງກອງທັບບົກ ສະຫະລັດ ໃນ ຢູໂຣບ. ນອກຈາກນັ້ນ, ເມືອງ ສຕຸດກາດ ປະ ເທດ ເຢຍຣະມັນ, ກໍ ເປັນບ້ານຂອງທັງກອງບັນຊາການ ສະຫະລັດ ໃນ ຢູໂຣບ ແລະ ກອງບັນຊາ ການ ສະຫະລັດ ໃນອາຟຣິກາ.

ແຕ່ທ່ານ ທຣຳ ໄດ້ມີຄວາມອຶດອັດໃຈຍິ່ງຂຶ້ນໃນຫຼາຍບັນຫາກັບ ເຢຍຣະມັນ, ເຊິ່ງລວມມີການສືບຕໍ່ບໍ່ສາມາດບັນລຸຂໍ້ກຳນົດຄ່າໃຊ້ຈ່າຍການປ້ອງກັນປະເທດ ຂອງອົງການ NATO ແລະ ກ່ຽວກັບ ທໍ່ແກັສທຳມະຊາດ Nord Stream 2 ທີ່ມີມູນຄ່າ 11 ຕື້ໂດລາ, ທີ່ມີກຳນົດຈະສົ່ງອອກແກັສທຳມະ ຊາດໂດຍກົງຈາກ ຣັດເຊຍ ໄປຫາ ຢູໂຣບຕາເວັນຕົກ.

ທ່ານ ທຣຳ ໄດ້ກ່າວໃນຂະນະທີ່ຕ້ອນຮັບປະທານາທິບໍດີ ໂປແລນ ທ່ານ ແອນ ເດຣສ ດູດາ ຢູ່ທຳ ນຽບຂາວໃນເດືອນທີ່ຜ່ານມາວ່າ “ເຂົາເຈົ້າກຳລັງຈະໃຊ້ເງິນຫຼາຍພັນລ້ານໂດລາ ເພື່ອຊື້ພະລັງ ງານຈາກ ຣັດເຊຍ, ແລະ ຫຼັງຈາກນັ້ນພວກເຮົາຄວນທີ່ຈະປ້ອງກັນເຂົາເຈົ້າຈາກ ຣັດເຊຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG