ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

27 ຄົນຖືກຈັບກຸມ ໃນການປະທ້ວງ ທີ່ນະຄອນ ບອສຕັນ


ຕຳຫຼວດນຳຕົວຜູ້ປະທ້ວງຕໍ່ຕ້ານຄົນໜຶ່ງອອກໄປ, ຢູ່ໃກ້ໆ
ກັບບ່ອນໂຮມຊຸມນຸມ "ເສລີພາບໃນການປາກເວົ້າ" ຈັດຂຶ້ນໂດຍພວກນັກເຄື່ອນໄຫວອະນຸລັກນິຍົມ. ນະຄອນ ບອສຕັນ, ລັດ ແມສຊາຈູເສັດສ. 19 ສິງຫາ, 2017
ຕຳຫຼວດນຳຕົວຜູ້ປະທ້ວງຕໍ່ຕ້ານຄົນໜຶ່ງອອກໄປ, ຢູ່ໃກ້ໆ ກັບບ່ອນໂຮມຊຸມນຸມ "ເສລີພາບໃນການປາກເວົ້າ" ຈັດຂຶ້ນໂດຍພວກນັກເຄື່ອນໄຫວອະນຸລັກນິຍົມ. ນະຄອນ ບອສຕັນ, ລັດ ແມສຊາຈູເສັດສ. 19 ສິງຫາ, 2017

ຕຳຫຼວດນະຄອນ ບອສຕັນ ກ່າວວ່າ ເຂົາເຈົ້າໄດ້ຈັບກຸມປະຊາຊົນ 27 ຄົນ ໃນວັນເສົາ
ວານນີ້ ໃນວັນແຫ່ງການປະທ້ວງໃນນະຄອນ ບອສຕັນ ລັດ ແມສຊາຈູເສັດສ, ທີ່ຄາດວ່າ
ມີປະຊາຊົນປະມານ 40,000 ຄົນໄດ້ເຂົ້າຮ່ວມໃນການເຕົ້າໂຮມກັນນັ້ນ, ເຊິ່ງເກີດຂຶ້ນໜຶ່ງສັບປະດາ ຫຼັງຈາກການເດີນຂະບວນໂດຍພວກຄົນຜິວຂາວຈຳແນກຜິວພັນອື່ນໆໃນ
ເມືອງ ຊາລັອດສວິລ, ລັດເວີຈິເນຍ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ.

ຕຳຫຼວດຜູ້ກວດການ ທ່ານ William Evans ກ່າວວ່າ ປະຊາຊົນ 27 ຄົນໄດ້ຖືກຈັບກຸມ
ໃນຂໍ້ຫາຕ່າງໆ ລວມມີ ການໂຈມຕີ ແລະ ທຳຮ້າຍຮ່າງກາຍເຈົ້າໜ້າທີ່ຕຳຫຼວດ. 3 ຄົນ
ໄດ້ໃສ່ເສື້ອກັນລູກປືນ, ໜຶ່ງໃນນັ້ນມີອາວຸດ.

Boston Still on Edge Even With Nonviolent Protest
please wait

No media source currently available

0:00 0:02:29 0:00

ການຈັບກຸມໄດ້ມີຂຶ້ນຫຼັງຈາກການຊຸມນຸມເສລີພາບໃນການປາກເວົ້າໄດ້ຈົບລົງ ແລະ
ພວກປະທ້ວງຕໍ່ຕ້ານໄດ້ເລີ່ມແຕກກະຈາຍ, ແລະ ໄດ້ກວມເອົາຖະໜົນແຫ່ງຕ່າງໆໃກ້ກັບ
ໃຈກາງສວນສະທາລະນະ ນະຄອນ ບອສຕັນ. ວິດີໂອຂ່າວໄດ້ສະແດງໃຫ້ເຫັນບັນດາ
ເຈົ້າໜ້າທີ່ໃນຊຸດປາບປາມຈະລາຈົນ ປະທະກັບພວກປະທ້ວງຕໍ່ຕ້ານ ໃນເວລາທີ່ບັນດາ
ເຈົ້າໜ້າທີ່ໄດ້ພະຍາຍາມທີ່ຈະຕ້ອມເຂົາເຈົ້າໄປໃນທິດທາງດຽວ.

ນັກຂ່າວວີໂອເອຄົນໜຶ່ງລາຍງານວ່າ ແຂກຢູ່ໃນໂຮງແຮມທີ່ລາວໄປພັກຢູ່ ໄດ້ຖືກບອກ
ໃຫ້ຢູ່ໃນໂຮງແຮມຍ້ອນພວກປະທ້ວງໄດ້ອອກມາເຕັມຖະໜົນວໍໍຊິງຕັນ ແລະ ຖະໜົນ
ເທຣມັອນ. ຜູ້ລາຍງານຂ່າວຄົນດັ່ງກ່າວສາມາດເຫັນພວກປະທ້ວງປະມານ 100 ຄົນ
ຈາກປ່ອງຢ້ຽມໃນຫ້ອງຂອງລາວຮ້ອງຄຳວ່າ “ຖະໜົນຂອງພວກເຮົາ.”

VOA's Carolyn Presutti Reports From Competing Boston Rallies
please wait

No media source currently available

0:00 0:02:29 0:00

ນັກເຄື່ອນໄຫວຝ່າຍຊ້າຍຫຼາຍພັນຄົນ ທີ່ໄດ້ເດີນຂະບວນໃນວັນເສົາວານນີ້ ມີຈຳນວນ
ຫຼາຍກວ່າຜູ້ທີ່ໄດ້ເຂົ້າຮ່ວມໃນການຊຸມນຸມເສລີພາບໃນການປາກເວົ້າ ທີ່ປະກອບມີນັກ
ເວົ້າຈາກພັກການເມືອງອະນຸລັກນິຍົມ ທີ່ໄດ້ເກີດຂຶ້ນໃນເດືອນກໍລະກົດທີ່ຜ່ານມາ ໂດຍ
ກຸ່ມທີ່ເອີ້ນຕົນເອງວ່າ ເສລີພາບໃນການປາກເວົ້າ ບອສຕັນ.

ທ້າວ John Medlar ໜຶ່ງໃນບັນດາຜູ້ຈັດງານເສລີພາບໃນການປາກເວົ້າ ບອສຕັນ, ໄດ້
ກ່າວຕໍ່ສື່ມວນຊົນຫຼາຍແຫ່ງວ່າ ການຊຸມນຸມຈະບໍ່ຕ້ອນຮັບພວກຄົນຜິວຂາວຈຳແນກສີ
ຜິວອື່ນ. ລາວໄດ້ກ່າວປະນາມກຸ່ມແບ່ງແຍກເຊື້ອຊາດຜິວພັນເຊັ່ນພວກ Ku Klux Klan
ເປັນຕົ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Thousands Gather in Boston for Competing Protests
please wait

No media source currently available

0:00 0:00:34 0:00

XS
SM
MD
LG