ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​​​ບໍລິສັດສຳຫຼວດ ສຫລ ຈະເລີ້ມຄົ້ນຫາ ຖ້ຽວບິນ ມາເລເຊຍ ທີ່ຫາຍສາບສູນ ຄືນໃໝ່


ພາບທີ່ນຳອອກເຜີຍແຜ່ໃນວັນທີ 7 ສິງຫາ 2015 ໂດຍເຈົ້າໜ້າ
ທີ່ຝ່າຍສື່ສານຂອງຝຣັ່ງ, ພວມເບິ່ງອອກໄປຂ້າງນອກ ຈາກເຮືອບີນ ທີ່ທຳການຊອກຄົ້ນຫາ ຖ້ຽວບິນມາເລເຊຍ MH370 ທີ່ຫາຍສາບສູນ ຈາກຝັ່ງທະເລ ຂອງເກາະຣີອຸຍນິອົງ ຂອງຝຣັ່ງ.
ພາບທີ່ນຳອອກເຜີຍແຜ່ໃນວັນທີ 7 ສິງຫາ 2015 ໂດຍເຈົ້າໜ້າ ທີ່ຝ່າຍສື່ສານຂອງຝຣັ່ງ, ພວມເບິ່ງອອກໄປຂ້າງນອກ ຈາກເຮືອບີນ ທີ່ທຳການຊອກຄົ້ນຫາ ຖ້ຽວບິນມາເລເຊຍ MH370 ທີ່ຫາຍສາບສູນ ຈາກຝັ່ງທະເລ ຂອງເກາະຣີອຸຍນິອົງ ຂອງຝຣັ່ງ.

ບໍລິສັດສຳຫຼວດທາງທະເລບໍລິສັດນຶ່ງຂອງສະຫະລັດໄດ້ສົ່ງເຮືອໄປລິເລີ້ມການຊອກ
ຄົ້ນຫາຄືນໃໝ່ ຖ້ຽວບິນ MH370 ຂອງສາຍການບິນມາເລເຊຍທີ່ຫາຍສາບສູນ ໃນ
ເດືອນມີນາ ປີ 2014 ທີ່ມີຜູ້ໂດຍສານ ແລະຈຸບິນ 239 ຄົນ ຮວມຢູ່ໃນນັ້ນ ໃນຂະນະ
ທີ່ພວມເດີນທາງຈາກ ນະຄອນກົວລາລຳເປີ ໄປຍັງປັກກິ່ງ.

ເຮືອບິນ ຊຶ່ງໄດ້ມີການປ່ຽນທິດທາງ ຢ່າງທັນທີ ໃນລະຫວ່າງບິນຂ້າມ ທະເລຈີນໃຕ້
ແລະຢຸດເຊົາການຕິດຕໍ່ທາງວິທະຍຸນັ້ນ ແມ່ນນຶ່ງໃນຄວາມປິດສະໜາທີ່ໃຫຍ່ທີ່ສຸດ
ຂອງລະບົບການ ບິນໃນຍຸກໃໝ່. ມີການເຫັນເຮືອບິນດັ່ງກ່າວຄັ້ງສຸດທ້າຍໂດຍເຄື່ອງ
ເຣດາ ໃກ້ໆກັບພາກເໜືອສຸດຂອງເກາະສຸມາຕຣາ ແລະອາດປະສົບອຸບັດຕິເຫດຕົກ ໃນພື້ນທີ່ປະມານ 1,500 ກິໂລແມັດທາງພາກຕາເວັນຕົກຂອງອອສເຕຣເລຍ ອີງຕາມ
ຂໍ້ມູນຈາກດາວທຽມສື່ສານນັ້ນ.

ບໍລິສັດສຳຫຼວດ ໂອເຊີນ ອິນຟີນິຕີ ໄດ້ກ່າວໃນວັນພຸດວານນີ້ວ່າ ເຮືອລຳນຶ່ງຂອງຕົນ ໄດ້ມຸ່ງໜ້າໄປຍັງເຂດ ທີ່ອາດເປັນໄປໄດ້ ໃນການຊອກຄົ້ນຫາ ແລະຄາດວ່າ ລັດຖະ
ບານມາເລເຊຍ ຈະໄດ້ໃຫ້ການອະນຸມັດ ຕໍ່ສັນຍາ ໃນການຊອກຄົ້ນຫາຄືນໃໝ່ອີກ ໃນອີກບໍ່ເທົ່າມື້ຂ້າງໜ້ານີ້.

ເຈົ້າໜ້າທີ່ມາເລເຊຍກ່າວວ່າ ຕົນກຳລັງເຈລະຈາກັບບໍລິສັດໂອເຊິນອິນຟີນິຕີ ມາແຕ່
ເດືອນຕຸລາ ເພື່ອເຮັດສັນຍາຂັ້ນສຸດທ້າຍ ຊຶ່ງຈະຈ່າຍເງິນໃຫ້ແກ່ບໍລິສັດ ຖ້າບໍລິສັດ
ດັ່ງກ່າວພົບເຫັນເຮືອບິນທີ່ຫາຍສາບສູນໄປເທົ່ານັ້ນ.

ລັດຖະມົນຕີຂົນສົ່ງມາເລເຊຍ ທ່ານອາຊິສ ກາປຣາວີ ທີ່ກ່າວວ່າ ທ່ານບໍ່ຮູ້ຈັກກ່ຽວກັບ
ການເຄື່ອນໄຫວ ຂອງເຮືອບໍລິສັດໂອເຊິນອິນຟີນີຕີ ໂດຍເວົ້າ “ພວກເຮົາພວມຢູ່ໃນ
ການຕັດສິນໃຈຂັ້ນສຸດທ້າຍ”

ເຮືອຂອງບໍລິສັດດັ່ງກ່າວໄດ້ເດີນທາງອອກຈາກອາຟຣິກາໃຕ້ ແລະມີແຜນທີ່ຈະເດີນ
ທາງໄປເຖິງບໍລິເວນຊອກຄົ້ນ ພາຍໃນກາງເດືອນມັງກອນ. ເຮືອບິນນີ້ ບັນທຸກເຮືອດຳ
ນ້ຳນ້ອຍຫຼາຍໆລຳ ທີ່ສາມາດຊອກຄົ້ນຫາເຮືອບິນ ຢູ່ຕາມພື້ນທະເລໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG