ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດທີ່ຄຸ້ມຄອງກ່ຽວກັບເກາະພູໄຟ ມີຄວາມຜິດ ກ່ຽວກັບໄພພິບັດຂອງພູໄຟໃນນິວຊີແລນ


ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 9 ທັນວາ 2019 ນີ້, ເຊິ່ງໄດ້ຮັບການສະໜອງໂດຍ ທ່ານໄມໂຄລ ເຊດ (Michael Schade), ບັນດານັກທ່ອງທ່ຽວ ພາກັນເບິ່ງການລະເບີດຂອງພູໄຟ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ ໃນເກາະສີຂາວ, ນິວຊີແລນ, ວັນທີ 31 ຕຸລາ 2023.
ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 9 ທັນວາ 2019 ນີ້, ເຊິ່ງໄດ້ຮັບການສະໜອງໂດຍ ທ່ານໄມໂຄລ ເຊດ (Michael Schade), ບັນດານັກທ່ອງທ່ຽວ ພາກັນເບິ່ງການລະເບີດຂອງພູໄຟ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ ໃນເກາະສີຂາວ, ນິວຊີແລນ, ວັນທີ 31 ຕຸລາ 2023.

ບໍລິສັດນິວຊີແລນທີ່ຄຸ້ມຄອງກັບເກາະພູໄຟ ເຊິ່ງໄດ້ລະເບີດຂຶ້ນໂດຍເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນໃນປີ 2019 ນັ້ນ, ໃນວັນອັງຄານມື້ນີ້ໄດ້ຖືກພົບວ່າ ມີຄວາມຜິດທີ່ບໍ່ໄດ້ປົກປ້ອງນັກທ່ອງທ່ຽວຢ່າງພຽງພໍ, ອີງຕາມລາຍງານຂອງອົງການຂ່າວ AFP.

ມີປະມານ 50 ຄົນຢູ່ເທິງເກາະສີຂາວ ຫຼື ຮູ້ໃນອີກຊື່ນຶ່ງວ່າ ວາກາຣີ (Whakaari), ໃນ ເດືອນທັນວາ ປີ 2019 ເມື່ອພູໄຟດັ່ງກ່າວ ໄດ້ເຜົາໄໝ້ຂີ້ເຖົ່າ ແລະຜົ່ນອາຍແກັສອອກມາຈາກປ່ອງພູໄຟຢ່າງຮຸນແຮງ.

ການ​ລະ​ເບີດ​ທີ່ຮ້າຍແຮງ ​ຍັງ​ໄດ້​ເຮັດ​ໃຫ້ 25 ຄົນ​ບາດ​ເຈັບ​ສາຫັດຈາກການຖືກໄຟລວກ.

ສານໃນນະຄອນ ອອັກແລນ ພົບວ່າ ການຄຸ້ມຄອງບໍລິຫານຂອງບໍລິສັດ ວາກາຣີ ລົ້ມແຫຼວ ໃນການ "ປະເມີນຄວາມສ່ຽງ" ໃຫ້ແກ່ນັກທ່ອງທ່ຽວ ຫຼື ສະຫນອງອຸປະກອນປ້ອງກັນໃຫ້ແກ່ພວກເຂົາເຈົ້າຢ່າງພຽງພໍ.

ຜູ້ພິພາກສາ ທ່ານອີແວນເຈລໂລສ ໂທມາສ (Evangelos Thomas) ກ່າວວ່າ "ນີ້ແມ່ນສິ່ງສໍາຄັນຕໍ່ການຮັບປະກັນວ່າ ການທ່ອງທ່ຽວສາມາດດໍາເນີນໄປໄດ້ຢ່າງປອດໄພ."

ຂໍ້ກ່າວຫາທີສອງ ກ່ຽວກັບການຮັບປະກັນຄວາມປອດໄພຂອງພະນັກງານເຫຼົ່ານັ້ນ ທີ່ເຮັດວຽກຢູ່ໃນເກາະ ໄດ້ຖືກຍົກເລີກໄປ.

ບໍລິສັດຄຸ້ມຄອງບໍລິຫານ ແມ່ນ 13 ບໍລິສັດສຸດທ້າຍ ແລະອົງການຈັດຕັ້ງໃນເບື້ອງຕົ້ນ ໄດ້ຖືກຂໍ້ຫາກ່ຽວກັບໄພພິບັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG