ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ຕໍ່​ສູ້ ເພື່ອ​ການ​ເຮັດ​ວຽກ 40 ຊົ່ວ​ໂມງ​ຕໍ່​ອາ​ທິດ


ກຳ​ມະ​ກອນ​ເຊັ່ນ ກຳ​ມະ​ກອນ​ກໍ່​ສ້າງ ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ວຽກ 6 ວັນ​ຕໍ່​ອາ​ທິດ​ ໃນ ຫວຽດ​ນາມ. (VOA/Ha Nguyen)
ກຳ​ມະ​ກອນ​ເຊັ່ນ ກຳ​ມະ​ກອນ​ກໍ່​ສ້າງ ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ວຽກ 6 ວັນ​ຕໍ່​ອາ​ທິດ​ ໃນ ຫວຽດ​ນາມ. (VOA/Ha Nguyen)

ຄອບ​ຄົວ​ທີ່​ມີ​ຄວາມ​ສຸກ​ແມ່ນ​ເປັນ​ຄື​ກັນ​ໝົດ, ອີງ​ຕາມ​ທ່ານ ໂຕ​ລ​ສ​ຕ​ອຍ. ຄອບ​ຄົວ​ທີ່ບໍ່​ມີ​ຄວາມ​ສຸກ, ແນວ​ໃດ​ກໍ​ຕາມ, ມີ​ສະ​ມາ​ຊິກຫຼາຍ​ຄົນ​ໂພດ​ທີ່​ເຮັດ​ວຽກ​ເກີນ​ຂອບ​ເຂດ, ອີງ​ຕາມ​ທ່ານ ຫງວຽນ ທຽນ ຍ່ານ, ນຶ່ງ​ໃນ​ບັນ​ດາ​ເຈົ້າ​ໜ້າ​ທີ່ແຖວ​ໜ້າ​ຂອງ​ໜ່ວຍ​ງານ ຫວຽດ​ນາມ ທີ່​ຕໍ່​ສູ້​ເພື່ອຫຼຸດ​ເວ​ລາ​ການ​ເຮັດ​ວຽກ​ຕໍ່​ອາ​ທິດ​ລົງ​ເປັນ 40 ຊົ່ວ​ໂມງ.

ໃນ​ຖາ​ນະ​ເປັນ​ນຶ່ງ​ໃນ​ປະ​ເທດ ຄອມ​ມູ​ນິ​ສ ສອງ​ສາມ​ປະ​ເທດ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ໂລກ​ນັ້ນ, ຫວຽດ​ນາມ ມີ​ສັບ​ປະ​ດາ​ເຮັດ​ວຽກ ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ 48 ຊົ່ວ​ໂມງ ແລະ 6 ມື້​ຕໍ່​ອາ​ທິດ, ເຖິງ​ແມ່ນ​ໃນ​ຂະ​ນະ​ທີ່​ປະ​ເທດ​ອື່ນໆ ​ຕອນນີ້​ໄດ້​ສົງ​ໄສວ່າ ມັນ​ປະ​ຕິ​ບັດ​ໄດ້​ແທ້ຫຼືບໍ່ ​ທີ່​ຈະ​ຫວັງໃຫ້​ພະ​ນັກ​ງານເຮັດ​ວຽກ​ຢ່າງມີ​ປະ​ສິດ​ທິ​ຜົນ 8 ຊົ່ວ​ໂມງ​ຕໍ່​ມື້, 40 ຊົ່ວ​ໂມງ​ຕໍ່​ອາ​ທິດ. ປະ​ເທດ​ຕ່າງໆ​ນັບ​ຈາກ ຊີ​ເລ ຫາ ອອ​ສ​ເຕ​ຣ​ເລຍ ໄດ້ຫຼຸດ​ເວ​ລາ​ລົງ​ເປັນ 35 ຊົ່ວ​ໂມງ. ຫວຽດ​ນາມ ຕອນນີ້​ໄດ້​ຜັກ​ດັນ​ໃຫ້​ບໍ​ລິ​ສັດ​ຕ່າງໆ​ຫຼຸດເວ​ລາ​ລົງ​ເຖິງ​ຈຸດ 40 ຊົ່ວ​ໂມງ, ພ້ອມ​ກັບ​ການ​ພິ​ຈາ​ລະ​ນາ​ຕ່າງໆ​ສຳ​ລັບ​ກົດ​ຢ່າງ​ເປັນ​ທາງ​ການ​ໃນ​ອະ​ນາ​ຄົດ.

ຜູ້​ສະ​ໜັບ​ສະ​ໜູ​ນ​ເຊັ່ນ​ທ່ານ ຍ່ານ ໄດ້​ໂຕ້​ຖຽງ​ວ່າ ການ​ເຮັດ​ໃຫ້​ຄົນ​ເຮັດ​ວຽກຫຼາຍ​ຊົ່ວ​ໂມງບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ປະ​ສິດ​ທິ​ຜົນ​ເພີ່ມ​ຂຶ້ນ. ທ່ານຍັງ​ໄດ້​ອ້າງ​ເຖິງ​ຄວາມ​ກົດ​ດັນ​ຕໍ່​ຄອບ​ຄົວ​ຕ່າງໆ, ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຈິ​ຕະ​ນາ​ການວ່າ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ຕຶງ​ຄຽດ​ແນວ​ໃດ ຖ້າ​ຄົນ​ໃດ​ຄົນ​ນຶ່ງ​ຕ້ອງ​ອອກ​ໄປ​ເຮັດ​ວຽກ​ດົນ​ເຖິງ​ເຄິ່ງມື້.

ທ່ານ​ ຍ່ານ, ຜູ້​ທີ່​ເປັນ​ເລ​ຂາ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິ​ສ ຫວຽດ​ນາມ ໃນ​ນະ​ຄອນ ໂຮ່ ຈິ ມິນ ໄດ້​ກາວ​ວ່າ “ພວກ​ເຮົາ​ຢາກ​ໃຫ້​ສາ​ມີ ຫຼື ພັນ​ລະ​ຍາ​ຂອງ​ພວກ​ເຮົາ, ລູກ​ ຫຼື ອ້າຍ​ເອື້ອຍ​ຂອງ​ພວກ​ເຮົາ​ເຮັດ​ວຽກ 9 ຫ​າ 10 ຊົ່ວ​ໂມງ​ຕໍ່​ມື້​ໝົດ​ປີ ຫຼື 10 ຫາ 12 ຊົ່ວ​ໂມງ​ເປັນ​ເວ​ລາ​ຫົກ​ເດືອນບໍ່? ພວກ​ເຮົາ​ຕ້ອງ​ຕອບ​ຄຳ​ຖາມ​ນີ້​ດ້ວຍ​ຕົນ​ເອງ, ກ່ອນທີ່ພວກ​ເຮົາ​ຈະ​ເວົ້າເລື່ອງ​ເຮັດ​ວຽກ​ນອກ​ເວ​ລາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG