ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ຄາດວ່າ ພັກຄອມມິວນິສ ຈີນ ແລະ ຫວຽດນາມ ຈະແກ້ໄຂ ການຜິດຖຽງ ເທື່ອຫລ້າສຸດ


ຕຳຫລວດ ແລະເຈົ້າໜ໊າທີ່ຮັກສາຄວາມປອດໄພ ຖ່າຍຮູບພວກ ປະທ້ວງ ທີ່ຂຽນປ້າຍວ່າ "Haiyang 981 ບ່ອນເຈາະນໍ້າມັນ ໜີອອກຈາກ ຫວຽດນາມ."

ຈີນ​ໄດ້​ກັບ​ຄືນ​ໄປກ່າວ​ໂຈມ​ຕີຫວຽດນາມ ຊຶ່ງເປັນຄູ່​ປໍ​ລະ​ປັກ​ ທີ່​ເຂັ້ມ​ແຂງ​ທີ່​ສຸດ ​ໃນ​ການ
​ຂັດ​ແຍ້​ງ​ຢູ່​ທະ​ເລ​ຈີ​ນ​ໃຕ້ ຫລັງ​ຈາກ​ນຶ່ງ​ປີໃນການ​ສ້າງສັນ​ຕິ​ພາບ ​ແຕ່​ບັນດາ​ນັກວິ​ເຄາະ
​ເຊື່ອ​ວ່າ ພັກ​ຄອມ​ມິ​ວນິສຂອງ​ປະ​ເທດທັງ​ສອງ​ ຈະ​ພົບ​ປະກັນ​ເພື່ອ​ປ້ອງ​ກັນ ​ບໍ່​ໃຫ້​ຄວາມ
ເຄັ່ງ​ຕຶງເພີ້​ມທະວີ​ຂຶ້ນ.

ການ​ຢ້ຽມຢາມ​ຊຶ່ງ​ໄດ້​ຍຸຕິ​ລົງ​ຢ່າງ​ກະທັນຫັນໃນ​ເດືອນ​ແລ້ວ​ ໂດຍ​ເຈົ້າ​ໜ້າ​ທີ່​ທະຫານ​ຈີນ
​ແລະ​ອັນ​ທີ່​ປາກົດ​ວ່າເປັນຄວາມ​ກົດ​ດັນ​ຈາກ​ປັກ​ກິ່ງ​ໃນ​ເດືອນ​ນີ້ເພື່ອເຮັດໃຫ້​ຫວຽດນາມ
​ຢຸດເຊົາານສຳ​ຫຼວດ​ນໍ້າມັນ​ຢູ່​ນອກ​ຝັ່ງ​ທະ​ເລ ທີ່​ໄດ້​ເຮັດ​ໃຫ້​ທັງ​ສອງຝ່າຍເກີດ​ການ​ຂັດ​ແຍ້​ງກັນນັ້ນ. ຄວາມ​ເຄັ່ງ​ຕືງ​ໃໝ່ ເກີດ​ຂື້ນນຶ່ງ​ປີ ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ປະ​
ເທດ ​ໄດ້​ພົບປະ​ກັນ​ເພື່ອເຈລະຈາກ່ຽວ​ກັບ ການຮ່ວມ​ມື​ທາງ​ທະ​ເລ ​ແລະ​ຄວາມ​ສຳພັນ
ທາງ​ດ້ານ​ເສດຖະກິດ​ອື່ນໆ.

​ເຖິງ​ແມ່ນມີ​ຄວາມ​ຢ້ານ​ກົວ​ວ່າ ຈະ​ເກີດ​ການຂັດ​ແຍ້​ງຂຶ້ນ​ອີກ​ເຊັ່ນ​ການຈະລາຈົນ​ຕ້ານ
ຈີນໃນ​ປີ 2014 ຢູ່​ໃນ​ຫວຽດນາມ ຫລືການ​ປະ​ທະ​ກັນ ​ທາງທະ​ເລ ໃນ​ປີ 1974 ​ແລະ
1988 ​ແຕ່​ພວກ​ນັກ​ຜູ້​ສັງ​ເກດ​ການ​ຄາດ​ວ່າ ຜູ້ນຳຂອງ​ສອງປະ​ເທດ​ເພື່ອນ​ບ້ານ​ຄອມ​
ມິ​ວນິສ ອາດ​ຈະ​ພົບ​ປະກັນ​ເພື່ອແກ້​ໄຂ​ບັນຫາ​ຂັດແຍ້​ງກັນ​ໃນ​ປັດຈຸບັນນີ້.

ທ່ານ Oh Ei Sun ອາຈານ​ສອນ ການ​ສຶກສາ​ນາໆ​ຊາດ ທີ່​ມີ​ຫາ​ວິທະຍາ​ໄລ Nanyang
ຂອງ​ສິງກະ​ໂປ ກ່າວ​ວ່າ ກົນ​ໄກ​ດັ່ງກ່າວ ​ແມ່ນ​ໄດ້​ຮັບ​ຜົນ​ມາ​ແລ້ວ ​ໃນ​ໄລຍະ 10 ປີ
​ທີ່​ຜ່ານ​ມາ​.

ທ່ານ Oh ​ເວົ້າວ່ວາ “ສິ່ງ​ທີ່​ພວກ​ທ່ານ​ເຫັນ​ຢູ່​ນີ້ ​ເບິ່ງ​ຄື​ວ່າ​ເປັນ​ການ​ຂັດ​ແຍ້​ງກັນ​ຢ່າງ​ຮ້​າຍ​
ແຮງ ​ແຕ່ໃນ​ອີກ​ດ້ານນຶ່ງ ກໍ​ມີ​ຄວາມ​ສຳພັນ​ພິ​ເສດ ພິ​ເສດ​ໃນ​ອັນ​ທີ່​ເອີ້ນວ່າ ຄວາມ​ສຳພັນ​
ພັກ​ຕໍ່​ພັກ ລະຫວ່າງ​ພັກ​ຄອມ​ມິວນິສຈີນ ​ແລະພັກ​ຄອມ​ມູນິສຫວຽດນາມ ດັ່ງນັ້ນຂ້າພະ​
ເຈົ້າຈຶ່ງ​ຫວັງ​ວ່າ ​ໃນ​ໄລຍະ​ສອງ​ສາມ​ເດືອນ​ຂ້າງ​ໜ້າ ຫຼືບາງທີ​ອາດ​ຈະເປັນສອງ​ສາມ​ອາ
ທິດທ່ານ​ກໍ​ຈະ​ເຫັນ​ພວກ​ຜູ້​ແທນ​ຂອງ​ພັກ.”

ເນື້ອທີ່ ທີ່ຈີນທວງເອົາຢູ່ທະເລຈີນໃຕ້
ເນື້ອທີ່ ທີ່ຈີນທວງເອົາຢູ່ທະເລຈີນໃຕ້

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG