ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການແຂ່ງຂັນກີລາເຄືອ ຈັກກະພົບ ໄຂຂຶ້ນແລ້ວ


ການແຂ່ງຂັນກີລາກຸ່ມປະເທດເຄືອຈັກກະພົບໄຂຂຶ້ນແລ້ວທ່ີກຸງນີວເດລີ ອິນເດຍ
ວັນທີ 3 ຕຸລາ 2010
ການແຂ່ງຂັນກີລາກຸ່ມປະເທດເຄືອຈັກກະພົບໄຂຂຶ້ນແລ້ວທ່ີກຸງນີວເດລີ ອິນເດຍ ວັນທີ 3 ຕຸລາ 2010

ຫລັງ​ຈາກ​ໄດ້​ປະ​ເຊີນ​ກັບ​ບັນຫາ​ຕ່າງໆ​ໃນການ​ກະກຽມ ມາ​ເປັນ​ເວລາ​ຫລາຍ​ສັບປະດາ​ ງານ​ມະຫະກໍາ​ແຂ່ງຂັນ​ກີລາ​ຂອງ​ພວກ​ປະ​ເທດ​ເຄືອ​ຈັກກະ​ພົບ​ອັງກິດ ກໍໄດ້​ໄຂ​ຂຶ້ນ​ແລ້ວທີ່​ກຸງນິວ​ເດ​ລີ ​ໃນ​ພິທີແລະ​ການສະ​ແດງ​ທີ່ສະງ່າ​ງາມ ກ່ຽວ​ກັບວັດທະນະ​ທໍາ​ຂອງ​ອິນ​ເດຍ.

ເຈົ້າ​ຊາຍ Charles ​ແຫ່ງ​ອັງກິດ ຊ້ອງ​ໜ້າ​ກັນ​ປະທານາ ທິບໍດີອິນ​ເດຍ ທ່ານ​ນາງ Pratibha Patil ​ໄດ້​ປະກາດ​ ໄຂ​ການ​ແຂ່ງຂັນ​ກີລາ​ດັ່ງ ກ່າວຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ອາທິດ​ວານ​ນີ້​ ທີ່​ສະໜາມ​ກີລາ Jawaharlal Nehru ທີ່​ ມີ​ຜູ້​ຄົນ​ໄປ​ຮ່ວມ​ຢ່າງ​ໜາ​ແໜ້ນ​ນັ້ນ.

ພວກ​ຈັດການ​ແຂ່ງຂັນ​ກີລາ​ດັ່ງກ່າວ​ໄດ້​ປະສົບ​ກັບບັນຫາ​ຕ່າງໆນາໆ​ກ່ອນ​ເປີດ​ການ​ແຂ່ງຂັນ​ກີລາ ຮວມທັງ​ສະພາບ ການ​ທີ່​ເປິເປື້ອນ​ໃນ​ຄຸ້ມບ້ານ​ພັກ​ຂອງ​ພວກ​ນັກກີລາ ການ​ກ່າວ​ຫາ​ເລື່ອງ​ສໍ້​ລາດບັງ​ຫລວງ ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ​ໄພ​ແລະ​ດ້ານ​ສຸຂະພາບ ການ​ຊັກ​ຊ້າ​ໃນ​ການ​ກໍ່ສ້າງ​ສະຖານ​ທີ່​ແຂ່ງຂັນ ​ແລະ​ການ​ພັງ​ທະລາ​ຍລົງຂອງ​ຂົວ​ ທີ່ສ້າງ​ຂຶ້ນ​ສໍາລັບ​ໃຫ້​ຄົນ​ຍ່າງ​ ທີ່​ສະໜາມ​ກີລາ​ໃຫຍ່​ນັ້ນ.

ການແຂ່ງຂັນ​ກີລາ​ດັ່ງກ່າວ​ເປັນ​ເວລາ 11 ມື້ ​ກໍານົດ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ຈັນມື້​ນີ້ ​ໂດຍ​ຈະ​ມີ​ການ​ມອບຫລຽນ​ຄໍາ​ໃຫ້ແກ່​ພວກ​ຊະນະ​ການ​ແຂ່ງຂັນ​ໃນ​ກີລາ 8 ປະ​ເພດ. ການ​ແຂ່ງຂັນ​ຄັ້ງ​ນີ້​ໄດ້​ນໍາ​ນັກກີລາແລະ​ພວກເຈົ້າ ໜ້າ​ທີ່ມາ​ຮ່ວມ ​ເກືອບ 7 ພັນ​ຄົນ ຈາກ 71 ປະ​ເທດ ​ແລະ​ດິນ​ແດນ​ໃນ​ເຄືອ​ຈັກກະ​ພົບ​ອັງກິດ​.

XS
SM
MD
LG