ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ມັນເປັນເລື່ອງທຳມະດາ ທີ່ບັນດານັກການທູດ ຖືກແຕ່ງຕັ້ງ ທາງການເມືອງ ຈະຕ້ອງລາອອກ


ໂຄສົກກະຊວງຕ່າງປະເທດ ສຫລ ທ່ານ John Kirby ໃນລະຫວ່າງການຖະແຫຼງຂ່າວ ທີ່ນະຄອນຫຼວງວໍຊິງຕັນ. (1 ມັງກອນ 2016)

ທຳນຽບຂາວ​ໄດ້​ແນະນຳ​ໃຫ້​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ທັງ​ໝົດທີ່​ໄດ້​ຮັບ​ການແຕ່ງ ຕັ້ງ ທາງ​ການ​ເມືອງ ພາກັນ​ລາ​ອອກຈາກ​ໜ້າ​ທີ່ຂອງ​ພວກ​ທ່ານ ພາຍໃນ​ວັນ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່ງ ​ໃນ​ວັນ​ທີ 20 ມັງກອນ​ນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າວ​ໃນ​ວັນສຸກ​ວານ​ນີ້ວ່າ “ນັ້ນ​ແມ່ນ​ເລື່ອງ​ທຳ​ມະ​ດາ ມັນ​ເປັນ​ການ​ປະຕິບັດ​ທີ່​ມີ​ມາ​ຢູ່​ແລ້ວ” ​ແລະ​ທ່ານ​ໃຫ້ການ​ຢືນຢັນ​ວ່າບັນດາ​ເອກ​ອັກຄະ​ລັດ​ຖະທູດທີ່​ເປັນ​ນັກ​ການ​ທູດອາຊີບຂອງ​ກະຊວງ​ການ​ຕ່າງປະ​ເທດ ​ສະຫະລັດ ຊຶ່ງ​ປະກອບ​ເປັນ​ປະມານ 70 ​ເປີ​ເຊັນ​ຂອງ​ພວກ​ນັກ​ການ​ທູດ​ອາ​ເມຣິກັນ​ທັງ​ໝົດ​ທີ່​ຮັບໃຊ້​ຢູ່​ໃນ​ຕ່າງປະ​ເທດ ບໍ່​ໄດ້​ມີ​ການ​ຂໍ​ຮ້ອງ​ໃຫ້​ພວກ​ທ່ານ​ລາ​ອອກ.

​ທ່ານ Ronald Neuman ປະທານ​ ສະ​ຖາ​ບັນ​ການ​ທູດ​ອາ​ເມຣິກາ​ ກ່າວວ່າ “ບັນດາ​ເອກ​ ອັກຄະ​ລັດ​ຖະທູດ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງທາງການ​ເມືອງ ​ໄດ້​ຖືກແນະນຳ​ໃຫ້ລາ​ອອກ​ຍ້ອນ​ວ່າ ພວກ​ເຂົາ​ເຈົ້າ​ເປັນ​ຜູ້​ຕາງໜ້າ​ຂອງ​ລັດຖະບານ ​ທີ່ກຳ​ລັງ​ຈະ​ພົ້ນຈາກ​ໜ້າ​ທີ່.”

ທ່ານ John Kirby ກ່າວ​ຕື່ມ​ວ່າ “​ເວລາ​ທ່ານ​ເປັນ​ຜູ້​ທີ່​ໄດ້​ຮັບການ​ແຕ່ງຕັ້ງທາງການເມືອງ ສຳລັບ​ລັດຖະບານ​ຊຸດ​ນີ້ຫຼືຊຸດ​ໃດໆ​ກໍ​ຕາມ ທ່ານ​ກໍ​ບໍ່​ຄວນ​ຄາດ​ຫວັງ​ວ່າ ຈະ​ຢູ່​ກາຍ​ວັນ​ເຂົ້າ ຮັບ​ໜ້າ​ທີ່​ຂອງ​ລັດຖະບານ​ຊຸດ​ໃໝ່.

​ແນວ​ໃດ​ກໍ​ຕາມ ​ເບື້ອງຫລັງ​ການ​ເຄື່ອນ​ໄຫວ​ພາຍ​ໃນ​ອາທິດ​ນີ້ ກໍ​ແມ່ນ​ມີ​ການ​ເປີດ​ເຜີຍ​ວ່າ ຄະນະ​ໂອນ​ອຳນາດ​ຂອງ​ປະທານາທິບໍດີ​ທີ່ຖືກ​ເລືອກ​ໃໝ່ທ່ານ Donald Trump ​ໄດ້​ມີ ​ຄຳສັ່ງ​ກ່ອນ​ໜ້ານີ້ ເປັນໂທລະ​ເລກ​ທາງ​ການ​ທູດ ຂອງ​ກະຊວງຕ່າງປະ​ເທດ ສັ່ງ​ໃຫ້​ພວກ​ ທີ່ຖືກ​ແຕ່ງຕັ້ງ ທາງ​ການ​ເມືອງ​ທັງ​ໝົດ ອອກ​ຈາກໜ້າ​ທີ່​ຂອງ​ພວກ​ທ່ານ ​ໃນ​ຕ່າງປະ​ເທດ ພາຍ​ໃນ​ວັນ​ເຂົ້າຮັບ​ໜ້າ​ທີ່​ຂອງ​ລັດຖະບານຊຸດ​ໃໝ່. ໜັງສືພິມ New York Times ລາຍ​ງານ​ວ່າ ຄຳ​ສັ່ງ​ດັ່ງກ່າວ​ນີ້ປາກົດວ່າ​ຜິດ​ແປກ​ໄປ​ຈາກ​ການ​ປະຕິບັດ​ທີ່​ເຄີຍ​ມີ​ມາ​ເປັນ​ເວລາ​ຫລາຍໆ​ທົດ​ສະ​ວັດ ​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ເອກ​ອັກຄະ​ລັດຖະທູດ​ ທີ່​ໄດ້​ຮັບ​ຜົນ​ກະທົບຈະ​ບໍ່​ໄດ້ຮັບການ​ຕໍ່​ເວລາ​ແມ່ນ​ແຕ່​ໄລຍະ​ສັ້ນໆ​ໃນ​ການແຕ່ງຕັ້ງຂອງ​ພວກ​ເຂົາເຈົ້າ ຍ້ອນ​ເຫດຜົນ​ເຊັ່ນ​ວ່າ ​ໃຫ້​ພວກ​ລູກ​ເຕົ້າ​ເສັດ​ສິ້ນ​ໄຕຣມາດ​ຮຽນ ຫລືຮັບ​ມື​ກັບ​ບັນຫາ​ສຸຂະ ພາບ​ຂອງ​ຄອບຄົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG