ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກໍາມາທິການ ທີ່ໄດ້ຮັບການແຕ່ງຕັ້ງໂດຍອົງການສະຫະປະຊາຊາດ ໃຫ້ກວດກາການປາບປາມຜູ້ປະທ້ວງ ໃນອີຣ່ານ


ຢູ່ໃນຮູບທີ່ຖ່າຍອອກມາຈາກວິດີໂອ ໂດຍບຸກຄົນທີ່ບໍ່ໄດ້ສັງກັດຢູ່ໃນອົງການຂ່າວໃດໆ, ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ AP ຢູ່ນອກປະເທດອີຣ່ານ ເຊິ່ງສະແດງໃຫ້ເຫັນປະຊາຊົນຢືນຂັດຂວາງຢູ່ສີ່ແຍກ ໃນຂະນະທີ່ການປະທ້ວງຕໍ່ຕ້ານລັດຖະບານຍັງຄົງດໍາເນີນຢູ່ຕໍ່ໄປ, ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 26 ຕຸລາ 2022.
ຢູ່ໃນຮູບທີ່ຖ່າຍອອກມາຈາກວິດີໂອ ໂດຍບຸກຄົນທີ່ບໍ່ໄດ້ສັງກັດຢູ່ໃນອົງການຂ່າວໃດໆ, ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ AP ຢູ່ນອກປະເທດອີຣ່ານ ເຊິ່ງສະແດງໃຫ້ເຫັນປະຊາຊົນຢືນຂັດຂວາງຢູ່ສີ່ແຍກ ໃນຂະນະທີ່ການປະທ້ວງຕໍ່ຕ້ານລັດຖະບານຍັງຄົງດໍາເນີນຢູ່ຕໍ່ໄປ, ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 26 ຕຸລາ 2022.

ປະທານສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ປະກາດບັນດາສະມາຊິກ ຂອງຄະ​ນະ​ກຳ​ມາ​ທິ​ການ​ອິ​ດ​ສະ​ຫຼະ ​ເພື່ອຊອກຄົ້ນຫາຄວາມຈິງ ລະ ຫວ່າງປະເທດ ໂດຍດໍາເນີນການສືບສວນການປາບປາມທີ່ຮຸນແຮງຕໍ່ຜູ້ປະທ້ວງທີ່ສັນຕິຂອງອີຣ່ານ.

ເອກອັກຄະລັດຖະທູດຂອງອາເຈັນຕິນາ ທ່ານເຟເດຣິໂກ ວີລກາສ (Federico Villegas) ເຊິ່ງເປັນຫົວໜ້າສະພາສິດທິມະນຸດຂອງ 47 ປະເທດ, ໂດຍມີສໍານັກງານໃຫຍ່ຕັ້ງຢູ່ນະຄອນເຈນີວາ ກ່າວຢູ່ໃນຖະແຫຼງການໃນວັນອັງຄານວານນີ້ວ່າ ທະນາຍຄວາມຊາວບັງກລາແດັສ ທ່ານນາງຊາຣາ ໂຮສເຊນ (Sara Hossain) ຈະເປັນປະທານໃນຄະນະກໍາມາ​ທິການສາມຄົນ, ເຊິ່ງລວມມີສາດ ສະດາຈານທາງດ້ານກົດໝາຍຂອງປາກິສຖານ ທ່ານນາງຊາຮີນ ຊາດາ ອາລີ (Shaheen Sardar Ali), ແລະທະນາຍຄວາມທາງດ້ານສິດທິມະນຸດຂອງອາເຈັນຕິນາ ທ່ານນາງວິວຽນນາ ເຄຣີສຕິສວິກ (Viviana Krsticevic).

ຢູ່ໃນພາກປະຊຸມພິເສດຂອງວັນທີ 24 ພະຈິກ, ສະພາດັ່ງກ່າວໄດ້ພາກັນວິຈານການປາບປາມທີ່ຮຸນແຮງຕໍ່ກຸ່ມຜູ້ປະທ້ວງຢ່າງສັນຕິວິທີຂອງອີຣ່ານ, ລຸນຫຼັງການ ເສຍຊີວິດຂອງ ນາງມາຊາ ອາມີນີ ໃນກາງເດືອນກັນຍາທີ່ຜ່ານມາ, ແລະກໍໄດ້ລົງມະຕິໃຫ້ມີການແຕ່ງຕັ້ງ​ຄະ​ນະ​ສືບ​ສວນ​ອິ​ດ​ສະ​ຫຼະ​ເພື່ອຊອກຄົ້ນຫາຄວາມຈິງລະຫວ່າງປະເທດ ເພື່ອສືບສວນກ່ຽວກັບການປາບປາມທີ່ຮ້າຍແຮງດັ່ງກ່າວ. ນັກ ສຶກສາອາຍຸ 22 ປີ ເສຍຊີວິດໃນລະຫວ່າງທີ່ຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ຕໍາຫຼວດ ຫຼັງຈາກທີ່ຕໍາຫຼວດສິນທໍາ ໄດ້ຈັບໂຕຂອງນາງເນື່ອງຈາກຂໍ້ຫາໃສ່ຜ້າປົກຫົວທີ່ບໍ່ເໝາະສົມ. ການເສຍຊີວິດຂອງນາງ ໄດ້ເຮັດໃຫ້ເກີດມີການປະທ້ວງຂຶ້ນມາຍາວນານເປັນເວລາສາມເດືອນແລ້ວ.

ຄະນະກໍາມາທິການແມ່ຍິງທັງສາມຄົນ ໄດ້ຮັບໜ້າທີ່ໃຫ້ສອບສວນຂໍ້ກ່າວຫາການລະເມີດທາງດ້ານສິດທິມະນຸດຢູ່ໃນ ອີຣ່ານ ເຊິ່ງພົວພັນກັບການປະທ້ວງ, “ໂດຍສະເພາະ ແມ່ນກ່ຽວຂ້ອງກັບບັນດາແມ່ຍິງ ແລະເດັກນ້ອຍ.” ພວກເຂົາ ເຈົ້າຍັງໄດ້ຮັບອະນຸຍາດໃຫ້ຮີບໂຮມ, ວິເຄາະ ແລະເກັບຮັກສາຫຼັກຖານຕ່າງໆ. ພວກເຂົາເຈົ້າຈະລາຍງານໃຫ້ສະພາສິດທິມະນຸດຮັບຮູ້ໃນເດືອນມິຖຸນາປີ 2023, ພ້ອມກັນນັ້ນ ກໍຈະລາຍງານ ແລະນໍາສະເໜີຕໍ່ສະພາໂດຍການຄົ້ນພົບທັງໝົດດ້ວຍໂຕຂອງພວກເຂົາເຈົ້າເອງ ໃນເດືອນມີນາ ປີ 2024.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG