ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຳ​ປັ່ນ​ການ​ຄ້າ ມີ​ກຳ​ນົດ​ຈະ​ເດີນ​ທາງ​ອອກ​ຈາກ ຢູ​ເຄ​ຣນ ໃນ​ວັນ​ສຸກ​ມື້​ນີ້


ກຳ​ປັ່ນ ນາ​ວິ​ສ​ຕາມ, ທີ່​ຂົນ​ສິນ​ຄ້າ​ໝາກ​ສາ​ລີ, ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ, ຢູ​ເຄ​ຣນ, 5 ສິງ​ຫາ 2022.
ກຳ​ປັ່ນ ນາ​ວິ​ສ​ຕາມ, ທີ່​ຂົນ​ສິນ​ຄ້າ​ໝາກ​ສາ​ລີ, ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ, ຢູ​ເຄ​ຣນ, 5 ສິງ​ຫາ 2022.

ສູນ​ກາງ​ການ​ປະ​ສານ​ງານ​ຮ່ວມ​ທີ່​ຄວບ​ຄຸມ​ການ​ປະ​ຕິ​ບັດ​ງານ​ຂອງຂໍ້​ຕົກ​ລົງ​ທີ່​ຖືກ​ໄກ່​ເກ່ຍ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ເທີ​ກີ ເພື່ອ​ນຳ​ເອົາ​ກຳ​ປັ່ນ​ການ​ຄ້າ​ພ້ອມ​ກັບ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ໄປ​ສູ່​ຕະຫຼາດ​ໂລກ ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ກຳ​ປັ່ນ​ອີກ​ສາມ​ລຳ​ແມ່ນ​ຄາດ​ວ່າ​ຈະ​ອອກ​ເດີນ​ທາງ​ໃນ​ວັນ​ສຸກມື້ນີ້.

ກຳ​ປັ່ນ​ລຳ​ທຳ​ອິດ, ຊື່​ວ່າ ຣາ​ໂຊ​ນີ, ໄດ້​ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ ໂອ​ເດ​ຊ​າ ເມື່ອ​ວັນ​ຈັ​ນ​ທີ່​ຜ່ານ​ມາ, ແລະ ໄດ້​ເດີນ​ທາງ​ໄປ​ສູ່​ປະ​ເທດ ເລ​ບາ​ນອນ ພ້ອມ​ດ້ວຍ​ສິນ​ຄ້າ​ທີ່​ເປັນ​ໝາກ​ສາ​ລີ.

ກຳ​ປັ່ນ ນາ​ວິ​ສ​ຕາ (Navistar) ຈະ​ເປັນກຳ​ປັ່ນ​ລຳ​ທີ​ສອງ​ທີ່​ຈະ​ອອກ​ເດີນ​ທາງ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ, ຂົນ​ສົ່ງ​ສາ​ລີ 33,000 ໂຕນ​ໄປ​ປະ​ເທດ ໄອ​ຣ​ແລນ.

ສູນ​ກາງ​ການ​ປະ​ສານ​ງານ​ຮ່ວມ, ເຊິ່ງ​ປະ​ກອບ​ມີ​ບັນ​ດາ​ຜູ້​ແທນ​ຈາກ ຢູ​ເຄ​ຣນ, ຣັດ​ເຊຍ, ເທີ​ກີ ແລະ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ນັ້ນ, ກໍ​ຍັງ​ໄດ້ອະ​ນຸ​ຍາດ​ໃຫ້​ສົ່ງ​ກຳ​ປັ່ນ​ອອກ​ເດີນ​ທາ​ງ​ອີກ​ສອງ​ລຳ​ໃນ​ວັນ​ສຸກມື້ນີ້​ ຈາກ​ເມືອງ ຊໍ​ໂນມອ​ສ (Chornomorsk). ກຳ​ປັ່ນ ໂພ​ລາ​ເນັດ (Polarnet) ຈະ​ຂົນ​ສົ່ງ​ສາ​ລີ 12,000 ໂຕນ​ ມຸ່ງ​ໜ້າ​ໄປ​ເມືອງ ຄາ​ຣາ​ຊູ, ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ເທີ​ກີ, ແລະ ກຳ​ປັ່ນ ໂຣ​ເຈັນ, ເຊິ່ງບັນ​ຈຸ​ສາ​ລີຫຼາຍກວ່າ 13,000 ໂຕນ​ນັ້ນ, ແມ່ນ​ຈະ​ມຸ່ງ​ໜ້າ​ໄປ​ປະ​ເທດ ອັງ​ກິດ.

ອາ​ຫານ​ປະ​ເພດ​ເມັດ​ລວມ​ທັງ​ໝົດ 58,000 ໂຕນ ​ແມ່ນ​ພາກ​ສ່ວນ​ທີ່​ນ້ອຍ​ຂ​ອ​ງ​ອາ​ຫານຫຼາຍກວ່າ 20 ລ້ານ​ໂຕນຢູ່​ໃນ​ຄັງ​ຂອງ ຢູ​ເຄ​ຣນ ແລະ ເທິ​ງ​ກຳ​ປັ່ນ​ການ​ຄ້າ​ທີ່​ກຳ​ລັງ​ລໍ​ຖ້າ​ເດີນ​ທາງ​ອອກ​ຈາກ​ປະ​ເທດ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ​ມັນ​ມີ​ກຳ​ປັ່ນ​ປະ​ມານ 28 ລຳ​ທີ່​ກຳ​ລັງ​ລໍ​ຖ້າ​ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ ຢູ​ເຄ​ຣນ.

ສູນ​ກາງ​ການ​ປະ​ສານ​ງານ​ຮ່ວມ​ຍັງ​ໄດ້​ອະ​ນຸ​ມັດ​ການ​ເຄື່ອນ​ໄຫວ ຂອງ​ກຳ​ປັ່ນ ຟູ​ລ​ມາ ເອັ​ສ (Fulmar S), ເຊິ່ງ​ກຳ​ລັງ​ລໍ​ຖ້າ​ການກວດ​ການັ້ນ, ເພື່ອ​ເຂົ້າ​ໄປ​ໃນ​ທ່າ​ເຮືອ ຊໍ​ໂນມອ​ສ. ກຳ​ປັ່ນ​ດັ່ງ​ກ່າວ​ໄດ້​ຈອດ​ຢູ່​ເຂດກວດ​ກາ​ຂອງ​ສູນ​ກາງ​ດັ່ງ​ກ່າວ​ໃກ້​ກັບ​ນະ​ຄອນ ອິ​ສ​ຕານ​ບູ​ລ.

ກຳ​ປັ່ນ​ທີ່​ວ່າ​ນັ້ນ​ມີ​ກຳ​ນົດ​ທີ່​ຈະ​ອອກ​ເດີນ​ທາງ​ໃນ​ຕອນ​ເຊົ້າ​ວັນ​ສຸກນີ້, ແຕ່​ສູນ​ກາງ​ກາ​ນ​ປະ​ສານ​ງານ​ຮ່ວມ​ເວົ້າ​ວ່າ​ການ​ເດີນ​ທາງ​ອາດ​ຖືກ​ກະ​ທົບ “ໂດຍ​ຄວາມ​ພ້ອມ, ສະ​ພາ​ບ​ອາ​ກາດ ຫຼື ສະ​ຖາ​ນະ​ການ​ທີ່ບໍ່​ຄາດ​ຝັນ​ອື່ນໆ.” ລູກ​ເຮືອ ແລະ ສິນ​ຄ້າ​ຂອງ​ກຳ​ປັ່ນ​ດັ່ງ​ກ່າວ​ ຈະ​ຖືກກວດ​ກາ ເວ​ລາ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຮອດ​ບໍ​ລິ​ເວນກວດ​ກາ​ໃນ​ເຂດ​ນ່ານນ້ຳ​ຂອງ ເທີ​ກີ.

ສູນ​ກາງ​ການ​ປະ​ສານ​ງານ​ຮ່ວມ​ເວົ້າ​ວ່າ, ອີງ​ຕາມ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ກັບ​ກຳ​ປັ່ນ​ລຳ​ທຳ​ອິດ​ທີ່​ໄດ້​ເດີນ​ທາງ​ອອກ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​, ເຊິ່ງ​ແມ່ນ​ກຳ​ປັ່ນ ຣາ​ໂຊ​ນີ ນັ້ນ, ຕອນນີ້​ເຂົາ​ເຈົ້າ​ກຳ​ລັງ​ທົດ​ສອບ​ການ​ເຄື່ອນ​ຍ້າຍ​ກຳ​ປັ່ນຫຼາຍ​ລຳ​ໃນ​ເສັ້ນ​ທາງ​ທີ່​ປອດ​ໄພ, ທັງ​ຂາ​ອອກ ແລະ ຂາ​ເຂົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG