ໃນເວລາທີ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຢ້ຳໃນອາທິດທີ່ຜ່ານມາວ່າ ຈຸດປະສົງຂອງລັດຖະບານຂອງທ່ານ ທີ່ຈະຈົ່ງກຳລັງ ອາເມຣິກັນ ຈຳນວນນຶ່ງໄວ້ໃນ ຊີເຣຍ ເພື່ອຄວບຄຸມບໍ່ນ້ຳມັນໃນພາກຕາເວັນອອກຂອງປະເທດນັ້ນ, ບັນດາຜູ້ຊ່ຽວຊານ ແລະ ຜູ້ສັງເກດການໄດ້ເຕືອນວ່າ ຄຳເວົ້າຂອງທ່ານປະທານາທິບໍດີ ອາດສົ່ງເສີມທັດສະນະຄະຕິທີ່ວ່າ ການມີສ່ວນຮ່ວມຂອງ ສະຫະລັດ ໃນພາກພື້ນຕາເວັນອອກກາງແມ່ນເພື່ອການຂົ່ມຂູ່ເອົາເງິນ.
ທ່ານ ທຣຳ ໄດ້ກ່າວເມື່ອວັນອາທິດທີ່ຜ່ານມາ, ໃນຂະນະທີ່ປະກາດການຕາຍຂອງຫົວໜ້າກຸ່ມລັດອິສລາມ ທ້າວ ອາບູ ບາເກີ ອາລ-ແບັກດາດີ ໃນລະຫວ່າງການບຸກໂຈມຕີຢູ່ແຂວງ ອິດລິບ ທີ່ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງ ຊີເຣຍ ໃກ້ກັບເຂດຊາຍແດນ ເທີກີ ວ່າ “ພວກເຮົາຈະປະທະຫານຂອງພວກເຮົາໄວ້ເພື່ອປົກປ້ອງນ້ຳມັນ. ແລະ ພວກເຮົາອາດຕ້ອງໄດ້ຕໍ່ສູ້ເພື່ອນ້ຳມັນ. ມັນບໍ່ເປັນຫຍັງດອກ. ບາງເທື່ອຄົນອື່ນໆຢາກໄດ້ນ້ຳມັນນັ້ນ, ເຊິ່ງໃນກໍລະນີນັ້ນເຂົາເຈົ້າຕ້ອງໄດ້ຕໍ່ສູ້ຢ່າງໜັກ. ແຕ່ມັນມີນ້ຳມັນຈຳນວນຫຼາຍຢູ່ທີ່ນັ້ນ.”
ທ່ານ ທຣຳ ໄດ້ແນະນຳຕໍ່ໄປວ່າ ທ່ານອາດຈ້າງບໍລິສັດ ສະຫະລັດ ເຊັ່ນ Exxon Mobil ເພື່ອປະຕິຮູບຄວາມສາມາດໃນການຜະລິດຂອງບໍ່ນ້ຳມັນດັ່ງກ່າວ ແລະ “ກະຈາຍຄວາມຮັ່ງມີອອກໄປທົ່ວ.”
ຄຳເຫັນຕ່າງໆຈາກປະທານາທິບໍດີ ສະຫະລັດ ແມ່ນ “ຂໍ້ຄວາມທີ່ເປັນໄພຫາຍະນະຢ່າງແຮງ” ທີ່ອາດໄປເຂົ້າຂ້າງສັດຕູຂອງ ສະຫະລັດ ຜູ້ທີ່ໄດ້ໂຕ້ແຍ້ງວ່າການແຊກແຊງຂອງ ສະຫະລັດ ຢູ່ໃນພາກພື້ນດັ່ງກ່າວວ່າ ຂາດພື້ນຖານທາງກົດໝາຍ, ອີງຕາມການກ່າວຂອງທ່ານ ນິໂຄລາສ ເຮຣາສ, ນັກຄົ້ນຄວ້າ ກ່ຽວກັບ ພາກພື້ນຕາເວັນອອກກາງ ຢູ່ສູນກາງ ເພື່ອຄວາມປອດໄພ ອາເມຣິກັນ ໃໝ່ໃນນະຄອນຫຼວງ ວໍຊິງຕັນ.
ທ່ານໄດ້ກ່າວວ່າ “ປະທານາທິບໍດີ ຊີເຣຍ ທ່ານ ບາຊາ ອາລ-ອາສຊາດ ແລະ ຣັດເຊຍ ສາມາດໃຊ້ຄຳເວົ້າຂອງທ່ານ ທຣຳ ເປັນເຫດຜົນສຳລັບການດຳເນີນການໂຈມຕີໃສ່ກອງກຳລັງ ສະຫະລັດ ໃນພາກຕາເວັນອອກຂອງ ຊີເຣຍ, ແລະວ່າ ມັນໝາຍຄວາມວ່າ ສິ່ງທີ່ທ່ານໄດ້ກ່າວ ກ່ຽວກັບ ນ້ຳມັນຂອງ ຊີເຣຍ ນັ້ນ, ປະທານາທິບໍດີ ທຣຳ ແມ່ນໄດ້ກາຍເປັນຍາມຮັກສາຄວາມປອດໄພ ທີ່ເປັນຝັນຮ້າຍສຳລັບກອງກຳລັງ ອາເມຣິກັນ.”
ທ່ານ ເຮຣາສ ໄດ້ກ່າວວ່າ ທ່ານ ທຣຳ ເບິ່ງຄືວ່າ ຢາກໃຊ້ການຄວບຄຸມບໍ່ນ້ຳມັນນັ້ນ ເພື່ອຟື້ນຟູອຳນາດທາງການເມືອງ ຂອງ ອາເມຣິກາ ໃນ ຊີເຣຍ ທີ່ໄດ້ປະສົບກັບການຕົກຕ່ຳຢ່າງຫຼວງຫຼາຍໃນຕົ້ນເດືອນນີ້ ເມື່ອ ສະຫະລັດ ໄດ້ຖອນ ກອງກຳລັງຂອງເຂົາເຈົ້າ ອອກຈາກເຂດຊາຍແດນພາກຕາເວັນອອກສຽງເໜືອຂອງ ຊີເຣຍ ຕິດກັບ ເທີກີ ຢ່າງກະທັນຫັນ. ທ່ານ ເຮຣາສ ໄດ້ໂຕ້ຖຽງວ່າ, ອິດທິພົນດັ່ງກ່າວອາດຊ່ວຍ ສະຫະລັດ ສຳລັບການຫຼິ້ນບົດບາດໃນການສ້າງອະນາຄົດຂອງ ຊີເຣຍ ໃນການຕົກລົງກັນທາງການເມືອງ ທີ່ໄດ້ຮັບການໜູນຫຼັງໂດຍອົງການ ສະຫະປະຊາຊາດ ເພື່ອສິ້ນສຸດສົງຄາມກາງເມືອງຂອງປະເທດນັ້ນ.