ທ່ານສແຕນ ລີ ຜູ້ຊຶ່ງເປັນຫົວສະໝອງຂອງປື້ມມາໂວລ ຄອມມິກ (Marvel Comic)
ທີ່ມີວິລະບຸລຸດໃນທົ່ວຈັກກະວານ ໄດ້ເສຍຊີວິດ ໃນໄວ 95 ປີ.
ທ່ານລີ ແມ່ນຜູ້ທີ່ຮັບຜິດຊອບໃນການສ້າງຕົນຕົວຂອງບຸກຄົນທີ່ສຳຄັນ ທີ່ເອີ້ນວ່າ
ໄອຄອນ (Iconic) ເຊັ່ນ: Spider-Man, X-Men, Iron Man Hulk, Thor, Black
Panther ແລະ Fantastic Four.
ທ່ານລີ ໄດ້ຖືກນຳສົ່ງໄປຍັງສູນພະຍາບານ Cedars-Sinai ໃນນະຄອນ ລອສ ແອນເຈີ
ແລັສ ໃນຕອນເຊົ້າວັນຈັນວານນີ້ ບ່ອນທີ່ທ່ານໄດ້ຖືກປະກາດໄປວ່າ ເສຍຊີວິດ ຊຶ່ງທະ
ນາຍຄວາມຂອງທ່ານນາງ J. C. Lee ລູກສາວທ່ານ ໄດ້ປະກາດໃຫ້ຮູ້.
ທ່ານລີ ໄດ້ເລີ້ມໜ້າວຽກຂອງທ່ານ ໃນປີ 1939 ໃນຖານະທີ່ເປັນຜູ້ຊ່ອຍ ໃນບໍລິສັດ
Timely Comic, ທີ່ໃນທີ່ສຸດ ກໍໄດ້ເຂົ້າມາພົວພັນເຂົ້າໃນໜັງສື ມາໂວລ. ໃນຖານະທີ່
ເປັນນັກຂຽນໜັງສືກາຕູນ ໃນບໍລິສັດ ມາໂວລ ຄອມມິກສ໌ ແລະຕໍ່ມາ ເປັນຜູ້ພິມ, ທ່ານລີ
ແມ່ນຖືວ່າເປັນສະຖາປານິກຂອງໜັງສືກາຕູນ ໃນຍຸກນີ້.
ທ່ານຍັງໄດ້ພົວພັນກັບ ໃນຮູບເງົາ ແລະໄດ້ຮັບການສະແດງໃນຮູບເງົາທີ່ຍິ່ງໃຫຍ່ ທີ່ດັດ
ແປງມາຈາກໜັງສືກາຕູນຂອງທ່ານ. ຮູບເງົາທີ່ໃຊ້ການລົງທຶນສູງທີ່ອ້າງອີງມາຈາກຕົວ
ລະຄອນຂອງທ່ານລີ. X-Men ແມ່ນໄດ້ສ້າງຊື່ສຽງ ໃນປີ 2000, ທີ່ໄດ້ສ້າງລາຍໄດ້ 130
ລ້ານໂດລາ ໃນອາເມຣິກາເໜືອ. Spider-Man ຫຼືມະນຸດແມງມຸມ ໄດ້ສ້າງລາຍໄດ້ຢ່າງ
ມະຫາສານ ທີ່ດີຂຶ້ນ, ໄດ້ຫຼາຍກວ່າ 400 ລ້ານໂດລາ ໃນປີ 2002.
“ຂ້າພະເຈົ້າ ເຄີຍຄິດວ່າ ສິ່ງທີ່ຂ້າພະເຈົ້າໄດ້ສ້າງຂຶ້ນມານັ້ນ ບໍ່ແມ່ນສຳຄັນຫຼາຍດອກ,”
ຊຶ່ງທ່ານລີ ໄດ້ບອກໜັງສືພິມ Chicago Tribune ໃນປີ 2014 ແລະໄດ້ກ່າວຕໍ່ໄປວ່າ
“ພວກຜູ້ຄົນແມ່ນສ້າງສະພານເຊື່ອມຕໍ່ ແລະພົວພັນກັບການວິໄຈ ຄົ້ນຄວ້າທາງການ
ແພດ, ແລະນີ້ ຂ້າພະເຈົ້າແມ່ນຂຽນເລື້ອງລາວຕ່າງໆ ກ່ຽວກັບພວກຜູ້ຄົນທີ່ສ້າງຂຶ້ນ
ໃນຈິນຕະນາການ ທີ່ພິເສດ ແລະເປັນບ້າເປັນບໍ ແລະແຕ່ງຕົວແບບແປກໆ. ແຕ່ວ່າ
ຂ້າພະເຈົ້າຄວນຈະກັບມາທົບທວນໃໝ່ວ່າ ການບັນເທີງແມ່ນວ່າ ບໍ່ແມ່ນເລື້ອງງ່າຍ
ທີ່ມອງຂ້າມບໍ່ໄດ້.” ທ່ານລີ ໄດ້ຈັດ
ພິມໜັງສື ຫຼາຍໆເຫຼັ້ມ ຊຶ່ງຮວມທັງ The Superhero Women ໃນປີ 1977 ແລະໜັງສື
How to Draw Comic the Marvel ໃນປີ ຕໍ່ມາ, ຕອນທີ່ທ່ານໄດ້ຂຶ້ນຊື່ ຍົກໃຫ້ເປັນນັກ
ພິມປະຈຳປີ ໂດຍອົງການ Periodical and Book Association of America.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ