ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຫວັງໄດ້ລ່ອງເຂົ້າໄປຫາ ທ່າເຮືອນິວຢອກ ທ້າມກາງການລະບາດ ຂອງໄວຣັສ ໂຄໂຣນາ


ກໍາປັ່ນ USNS Comfort ໄດ້ກາຍຮູບປັ້ນເທພີແຫ່ງອິດສະລະພາບໄປ ເພື່ືອຈະເຂົ້າໄປຫາທ່າເຮືອນິວຢອກ ໃນຂະນະທີ່ມີການລະບາດຂອງໄວຣັສໂຄໂຣນາ ຫລື COVID-19 ຢູ່ໃນນະຄອນດັ່ງກ່າວ (ພາບຖ່າຍໃນວັນທີ 30 ມີນາ, 2020)
ກໍາປັ່ນ USNS Comfort ໄດ້ກາຍຮູບປັ້ນເທພີແຫ່ງອິດສະລະພາບໄປ ເພື່ືອຈະເຂົ້າໄປຫາທ່າເຮືອນິວຢອກ ໃນຂະນະທີ່ມີການລະບາດຂອງໄວຣັສໂຄໂຣນາ ຫລື COVID-19 ຢູ່ໃນນະຄອນດັ່ງກ່າວ (ພາບຖ່າຍໃນວັນທີ 30 ມີນາ, 2020)

ກໍາປັ່ນ ຄອມຝອດ (Comfort) ຂອງກອງທັບເຮືອສະຫະລັດ ໄດ້ເຂົ້າໄປຈອດທີ່ທ່າເຮືອ ຂອງນະຄອນ ນິວຢອກ ໃນຕອນເຊົ້າໆ ຂອງວັນຈັນວານນີ້ ຊຶ່ງໄດ້ນໍາເອົາຄວາມຫວັງ ແລະການບັນເທົາທຸກໄປ ໃຫ້ແກ່ຕົວເມືອງທີ່ມີປະ ຊາຊົນ 8 ລ້ານ 6 ແສນຄົນອາໄສຢູ່ ບ່ອນທີ່ເປັນໃຈກາງການລະບາດ ລະດັບໂລກ ຂອງໄວຣັສໂຄໂຣນາໃນສະຫະລັດນັ້ນ.

ກໍາປັ່ນສີຂາວລໍາໃຫຍ່ໆ ມີເຄື່ອງໝາຍຂອງກາແດງແມ່ນມີ 1,000 ຕຽງ ສໍາ ລັບຄົນປ່ວຍ ແລະມີຫ້ອງ ປະຕິບັດງານຢູ່ 12 ຫ້ອງ. ພະນັກງານການແພດ ຂອງກໍາປັ່ນລໍານີ້ ຈະໃຫ້ ການປິ່ນປົວແກ່ຄົນປ່ວຍ ທີ່ຕິດເຊື້ອໄວຣັສໂຄໂຣນາ ໃນການພະຍາຍາມທີ່ຈະປົດເປື້ອງ ພາລະໜັກໜາສ່ວນໃດສ່ວນນຶ່ງອອກຈາກ ໂຮງໝໍຕ່າງໆ ທີ່ຮັບເອົາຄົນປ່ວຍບໍ່ໄຫວ ທີ່ສຸມໃສ່ການລະບາດຂອງໄວຣັສນີ້ ນັ້ນ.

“ເມື່ອຮູ້ວ່າມີກອງທັບຂອງສະຫະລັດມາຢູ່ທີ່ນີ້ ກໍເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ ສຶກໄດ້ ແລ້ວວ່າ ສະພາບ ການຕ່າງໆ ຈະດີຂຶ້ນ (OK),” ນັ້ນຄືຄໍາເວົ້າຂອງ ທ່ານ ບິລ ເດິ ບລາສຊິໂອ (Bill de Blasio), ເຈົ້າຄອງ ນະຄອນນິວຢອກ ທີ່ກ່າວຕໍ່ພວກນັກຂ່າວ ຢູ່ຂົວ ທີ່ຍື່ນອອກໄປກາງນໍ້າ ບ່ອນທີ່ກໍາປັ່ນຈອດຢູ່ນັ້ນ. ທ່ານ ກ່າວຕໍ່ໄປວ່າ “ກໍາປັ່ນລໍານີ້ແມ່ນ ເຮັດໃຫ້ປະທັບໃຈຫລາຍ. ມັນກໍມາປາ ກົດໂຕຂຶ້ນຢູ່ບ່ອນຫັ້ນ ຢູ່ທ່າເຮືອຂອງພວກເຮົາ ຄືກັນກັບແສງໄຟ ສັນຍານໃຫ້ ເຫັນເຖິງຄວາມຫວັງ.”

ກໍາປັ່ນຄອມຝອດ ໄດ້ແລ່ນຂຶ້ນໄປຈາກເມືອງນໍຟອກຄ໌ (Norfolk) ລັດເວີຈີ ເນຍ ບ່ອນທີ່ມັນໄດ້ໄປ ຜ່ານການສ້ອມແປງບາງຢ່າງ ກ່ອນຈະເອົາໄປໃຊ້ງານ ຢູ່ນິວຢອກໄດ້. ທ່າເຮືອຂອງເມືອງນັ້ນ ກໍຕ້ອງ ໄດ້ຂຸດດິນອອກເຊັ່ນກັນ ເພື່ອ ຈະໃຫ້ກໍາປັ່ນເຂົ້າໄປຈອດຢູ່ ຫັ້ນໄດ້. ບັນດາເຈົ້າໜ້າທີ່ທັງຫລາຍເວົ້າວ່າ ກໍາ ປັ່ນລໍາດັ່ງກ່າວຄາດວ່າຈະເລີ້ມຮັບເອົາຄົນປ່ວຍ ໄວເທົ່າທີ່ຈະໄວໄດ້ໃນວັນ ອັງຄານມື້ນີ້.

“ອັນນີ້ ທີ່ຈິງແລ້ວມັນຕ້ອງໄດ້ໃຊ້ເວລາ 2 ອາທິດ ກໍາປັ່ນລໍານີ້ ຈຶ່ງສາມາດ ເຂົ້າຈອດໄດ້ ແຕ່ພວກເຂົາເຈົ້າ ເຮັດໃຫ້ມັນຈອດໄດ້ພາຍໃນ 8 ມື້,” ທ່ານ ບລາສຊິໂອຜູ້ທີ່ຮູ້ສຶກລ່ວງໃຈເວົ້າອອກມາ. ທ່ານເວົ້າຕໍ່ໄປວ່າ “ສິ່ງນັ້ນກໍໝາຍ ຄວາມວ່າ ການຊ່ວຍເຫລືອໄດ້ມາເຖິງໄວກວ່າທີ່ຄິດໄວ້ ແລະພວກເຮົາຈະ ສາມາດເຮັດ ວຽກງານກອບກູ້ຊີວິດຄົນໄວ້ໄດ້ໃນດຽວນີ້ໂລດ.”

ນາຍພົນເຮືອໂທຈອນ ມັສຕິນ (John Mustin) ຮອງຜູ້ບັນຊາການທະຫານ ໃນກອງທັບເຮືອສະຫະລັດ ເວົ້າວ່າ ກໍາປັ່ນຄອມຝອດ ຕາມປົກກະຕິແລ້ວ ແມ່ນຢູ່ແນວໜ້າ ຂອງການປະຕິບັດງານດ້ານມະນຸດ ສະທໍາຂອງສະຫະລັດ ຢູ່ຕ່າງປະເທດ.

ທ່ານກ່າວອີກວ່າ “ກໍາປັ່ນລໍານີ້ ແມ່ນເປັນຕົວແທນໃຫ້ແກ່ສິ່ງທີ່ດີໆ ທັງໝົດ ຂອງປະຊາຊົນອາເມຣິກາ. ສິ່ງທັງຫລາຍທັງປວງເຫຼົ່ານັ້ນ ແມ່ນຈິດໃຈກວ້າງ ເອື້ອເຟື້ອເພື່ອແຜ່, ສິ່ງທັງໝົດເຫລົ່ານັ້ນແມ່ນການກຽມພ້ອມ, ການຕອບສະ ໜອງ ແລະແນ່ວແນ່.”

ນະຄອນນິວຢອກ ແມ່ນມີກໍລະນີທີ່ໄດ້ຮັບການຢືນຢັນວ່າ ຕິດເຊື້ອໄວຣັສ ໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດມາຈາກໄວຣັສໂຄໂຣນາຊະໜິດໃໝ່ນັ້ນ ຫລາຍກວ່າ 36,000 ລາຍແລ້ວ. ຮອດວັນຈັນວານນີ້ ມີປະຊາຊົນໃນນະ ຄອນແຫ່ງນັ້ນ ເສຍຊິວິດໄປ 790​ ຄົນ ຍ້ອນໄວຣັສນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG