ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. Comey ວ່າ ປ. ທຣໍາ ກົດດັນທ່ານ ໃຫ້ເຊົາສືບສວນ​ທ່ານ Flynn


ທ່ານ James Comey ອະດີດຫົວໜ້າ​ສືບ​ລັດ​ລັດຖະບານ​ກາງ FBI ໃຫ້ການຕໍ່ ຄະນະກຳມະການສືບລັບສະພາສູງ ສະຫະລັດ ໃນວັນທີ 8 ມິຖຸນາ 2017.
ທ່ານ James Comey ອະດີດຫົວໜ້າ​ສືບ​ລັດ​ລັດຖະບານ​ກາງ FBI ໃຫ້ການຕໍ່ ຄະນະກຳມະການສືບລັບສະພາສູງ ສະຫະລັດ ໃນວັນທີ 8 ມິຖຸນາ 2017.

ທ. James Comey ອະດີດຫົວໜ້າ​ສືບ​ລັດ​ລັດຖະບານ​ກາງ ຫລື FBI ເຊື່ອ​ວ່າ ທ່ານທຣໍາ ​​ພະຍາຍາມ​ທີ່​ຈະ​​ເຮັດ​ໃຫ້​ທ່ານເລີກລົ້ມການສືບສວນ ​​ອະ​ດີດ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.​

ທ່ານ James Comey ອະດີດຫົວໜ້າ​ສືບ​ລັດ​ລັດຖະບານ​ກາງ FBI ທີ່​ຖືກ​ໄລ່​ອອກ
​ຫວ່າງ​ມໍ໋ໆ​ມາ​ນີ້ ກ່າວ​ຢູ່​ລັດຖະສະພາ​ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ເຊື່ອ​ວ່າ ປະທານາ
ທິບໍດີ​ສະຫະລັດ ທ່ານ​ດໍຣ​ໂນ​ລ ທຣໍາ ​ໄດ້​ພະຍາຍາມ​ທີ່​ຈະເຮັດ​ໃຫ້​ທ່ານເລີກລົ້ມການ
​ສືບສວນ​ຕໍ່​ອະ​ດີດ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງທ່ານ​ທຣໍາ ​ແລະວ່າ ບັນດາ
​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ໄດ້​ແຜ່ຜາຍ​ຂ່າວ “ຂີ້​ຕົວະ, ເປັນທີ່ແຈ້ງຂາວ ແລະເຂົ້າໃຈໄດ້
​ງ່າຍໆ” ​ເພື່ອ​ປົກ​ປິດ​ເຫດຜົນ​ທີ່ພາໃຫ້​ທ່ານຖືໄລ່​ອອກ​ຈາກ​ໜ້າ​ທີ່.

Trump Lawyer: President Never Told Comey ‘I Need Loyalty, I Expect Loyalty’
please wait

No media source currently available

0:00 0:01:09 0:00

ທ່ານ Comey ​ໄດ້ກ່າວ​ຕໍ່​ບັນດາ​ສະ​ມາ​ຊິກ​ສະພາ​ສູງວ່າ “ບໍ່​ມີຂໍ້​ສົງ​ໄສແຕ່ຢ່າງໃດ
ເລີຍ ​ທີ່​ຂ້າພະ​ເຈົ້າ​ໄດ້ ​ຖືກ​ໄລ່​ອອກ ຍ້ອນເລື່ອງ​ການ​ສືບສວນກ່ຽວກັບຣັດ​ເຊຍ” ໂດຍ
ໝາຍ​ເຖິງ​ການ​ສືບສວນ​ຢ່າງກວ້າງ​ຂວາງກ່ຽວກັບການແຊກເຊງຂອງຣັດ​ເຊຍຕໍ່​ການ
​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ໃນ​ປີ​ແລ້ວນີ້ ຊຶ່ງບັນດາ​ອົງການ​ສືບ​ລັບ​ອາ​ເມຣີກັນ
​ໄດ້​ກ່າວ​ວ່າ ​ເປັນຄວາມ​ພະຍາຍາມ​ຂອງ​ວັງ Kremlin ທີ່​ຈະ​ຊ່ວຍ​ທ່ານ​ທຣໍາ ໃຫ້​ໄດ້​ຊະ
ນະ​ ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ຈາກພັກເດ​ໂມ
​ແຄຣັດ ທີ່ເປັນຄູ່ແຂ່ງ​ຂອງ​ທ່ານ ໃນການ​ເລື​ອກຕັ້ງໂດຍຜູ້ແທນນັ້ນ.

ອະດີດຫົວໜ້າສືບລັບ ລັດຖະບານກາງ ທ່ານ James Comey ໃຫ້ການຕໍ່ສະມາຊິກ ຄະນະກຳມະການສືບລັບສະພາສູງ ທີ່ລັດຖະສະພາ.
ອະດີດຫົວໜ້າສືບລັບ ລັດຖະບານກາງ ທ່ານ James Comey ໃຫ້ການຕໍ່ສະມາຊິກ ຄະນະກຳມະການສືບລັບສະພາສູງ ທີ່ລັດຖະສະພາ.

ທ່ານ Comey ກ່າວ​ວ່າ “ຄວາມ​ພະ​ຍາ​ຍາມຂອງປະທານາທິບໍດີ “​ເພື່ອ​ປ່ຽນ​ວິທີ​ທາງ
ຂອງການ​ສືບສວນກ່ຽວກັບຣັດ​ເຊຍ ທີ່​ໄດ້ດໍາເນີນໄປ ນັ້ນ​ໄດ້​ເປັນ​ເລື່ອງ​ໃຫຍ່ຫລາຍ.”

Comey on Dinner: Trump Asked for ‘Loyalty in the Context Of Asking Me to Stay’
please wait

No media source currently available

0:00 0:01:11 0:00

ຄຳ​ໃຫ້ການ​ຂອງ​ທ່ານ Comey ຢູ່ຕໍ່ໜ້າ​ຄະນະ​ກຳມະການ​ສືບລັບອງສະພາ​ສູງ ​ເປັນ​
ໂອກາດ​ທຳ​ອິດ​ຂອງ​ທ່ານ ທີ່ໄດ້​ກ່າວ​ຢູ່​ໃນ​ສາທາລະນະຊົນ ​ກ່ຽວ​ກັບ​ການພົບ​ປະ ​ແລະ
ການ​ສົນທະນາ​ ທີ່​ທ່ານ​ໄດ້​ມີ​ກັບປະທານາທິບໍດີ​ທຣໍາ ລະຫວ່າງ​ຫລາຍເດືອ​ນຜ່ານມາ
ກ່ອນ​ທີ່​ທ່ານ​ໄດ້​ຖືກ​ໄລ່​ອອກ​ຈາກ​ໜ້າ​ທີ່​. ອະ​ດີດ​ຫົວໜ້າ​ອົງການ​ບັງຄັບໃຊ້​ກົດໝາຍ​ທີ່
ໃຫຍ່ສຸດ​ຂອງ​ປະ​ເທດ ​ໄດ້​ຖືກ​ ​ບັນ​ດາ​ສະມາຊິກ​ສະພາ​ສູງຈາກພັກຣີພັບ​ບລິກກັນ ​ແລະ
ພັກ​ເດ​ໂມ​ແຄຣັດປ່ຽນ​ກັນສອບ​ຖາມ​ ເປັນ​ເວ​ລາເກືອບ​ສາມ​ຊົ່ວ​ໂມງ ຊຶ່ງເປັນຊ່ວງເວລາໍ່
ອັນສໍາຄັນຍິ່ງ ແລະຖືກ​ຖ່າຍອອກ​ອາກາດສົດ ທາງ​ໂທລະພາບ​ສະຫະລັດ​ທີ່​ສຳຄັນ​ທັງ
​ໝົດ ​ແລະຖ່າຍ​ທອດ​ຢູ່​ທົ່ວ​ໂລກ.

ອະດີດທີປຶກສາທຳນຽບຂາວ ທ່ານ Michael Flynn (ກາງ)
ອະດີດທີປຶກສາທຳນຽບຂາວ ທ່ານ Michael Flynn (ກາງ)

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG