ທ່ານ ເຈມສ໌ ໂຄມີ ອະດີດຜູ້ອຳນວຍການ ອົງການສືບລັບສັນຕິບານກາງ ຫຼື ແອັຟ ບີ ໄອ
ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ “ບໍ່ມີສິນລະທຳ ເໝາະສົມທີ່ຈະເປັນ ປະທານາ
ທິບໍດີ ” ແລະກໍມີຫຼັກຖານບາງອັນ ທີ່ສະແດງວ່າ ທຣຳ ຂັດຂວາງຄວາມຍຸຕິທຳ.
ທ່ານ ໂຄມີ ເວົ້າວ່າ “ມັນມີບາງອັນ ທີ່ສຳຄັນ ໄປກວ່ານັ້ນ ທີ່ວ່າ ພວກເຮົາທັງໝົດຄວນ
ເຕົ້າໂຮມກັນ ແລະເວົ້າວ່າ ປະທານາທິບໍດີຂອງພວກເຮົາຕ້ອງໄດ້ຮິບໂຮມ ເອົາການ
ເຄົາຣົບນັບຖື ແລະຍຶດໝັ້ນຢູ່ກັບຄ່ານິຍົມ ທີ່ເປັນຮາກເຫງົ້າຂອງປະເທດນີ້. ສິ່ງທີ່
ສຳຄັນກໍຄື ໃຫ້ເປັນຜູ້ເວົ້າຄວາມຈິງ. ປະທານາທິບໍດີຜູ້ນີ້ ບໍ່ສາມາດທີ່ຈະເຮັດແນວ
ນັ້ນໄດ້.”
ຄວາມເຫັນດັ່ງກ່າວ ຂອງທ່ານໂຄມີ ໄດ້ມີຂຶ້ນ ຢູ່ໃນການສຳພາດກັບໂທລະພາບ ເອ ບີ ຊີ
ໃນຕອນເດິກຂອງຄືນວັນອາທິດວານນີ້ ລ່ວງໜ້າ ການພິມປຶ້ມ ທີ່ທ່ານ ໂຄມີ ໄດ້ຂຽນຂຶ້ນ
ທີ່ສ່ວນນຶ່ງ ແມ່ນໄດ້ເວົ້າເຖິງບົດບາດຂອງທ່ານ ໃນການສືບສວນສອບສວນ ໃນທັງເລື່ອງ
ການແຊກແຊງຂອງຣັດເຊຍໃນການເລືອກຕັ້ງປີ 2016 ແລະເຣື່ອງ ການໃຊ້ອີເມລສ່ວນ
ຕົວຂອງທ່ານນາງ ຮິລເລິຣີ ຄລິນຕັນ ຈາກພັກເດໂມກຣັດ ລວມທັງການໂອ້ລົມສົນທະນາ
ສ່ວນຕົວ ກັບທ່ານ ທຣຳ ກ່ອນທ່ານປະທານາທິບໍດີຈະໄລ່ຜູ້ກ່ຽວອອກຈາກໜ້າທີ່ ໃນປີ
ກາຍນີ້.
ຄັ້ງນຶ່ງ ໃນຈຳນວນການພົບປະກັນຫຼາຍໆຄັ້ງດັ່ງກ່າວ ຊຶ່ງທ່ານ ໂຄມີ ໄດ້ບັນລະຍາຍໃຫ້
ສາທາລະນະຊົນຊາບ ໃນເວລາໃຫ້ການຊ້ອງໜ້າສະພານັ້ນ ທ່ານ ໂຄມີເວົ້າວ່າ ທ່ານ
ທຣຳ ໄດ້ຍົກຂຶ້ນມາ ການສືບສວນສອບສວນທ່ານ ໄມເກິລ ຟລິນ ຊຶ່ງຄັ້ງນຶ່ງເຄີຍເປັນທີ່
ປຶກສາແຫ່ງຊາດຂອງທ່ານ ທຣຳວ່າ ທ່ານທຣຳ ໄດ້ຂໍຮ້ອງໃຫ້ຜູ້ອຳນວຍການ ແອັຟ ບີ
ໄອ ວ່າ “ໃຫ້ຍົກເລີກໄດ້ບໍ່.”
ທ່ານ ໂຄມີເວົ້າວ່າ “ແນ່ນອນ ນັ້ນແມ່ນເປັນຫຼັກຖານບາງຢ່າງ ທີ່ເປັນການຂັດຂວາງ
ຂະບວນການຍຸຕິທຳ. ມັນແລ້ວແຕ່ ແລະຂ້າພະເຈົ້າພຽງແຕ່ເປັນພະຍານຊື່ໆໃນ
ເລື່ອງນິ້ ບໍ່ແມ່ນໄດ້ເປັນຜູ້ສືບສວນ ຫຼືໄອຍະການ ມັນຂຶ້ນກັບສິ່ງອື່ນໆຫຼາຍຢ່າງ
ຊຶ່ງສະທ້ອນໃຫ້ເຫັນ ເຈດຕະນາຂອງຜູ້ກ່ຽວ.”
ທ່ານ ທຣຳ ໄດ້ປະຕິເສດ ວ່າເພິ່ນບໍ່ໄດ້ຂໍຮ້ອງໃຫ້ຢຸດເຊົາການສືບສວນທ່ານ ຟລິນ ຜູ້ຊຶ່ງ
ໄດ້ຍອມຮັບຜິດ ວ່າໄດ້ຕົວະລ່າຍ ພວກສອບສວນ ແອັຟ ບີ ໄອ ກ່ຽວກັບການຕິດຕໍ່ພົວ
ພັນກັບ ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະຣັດ. ນອກນັ້ນ ທ່ານທຣຳຍັງໄດ້
ໃຊ້ທວິດເຕີ້ ເອີ້ນທ່ານໂຄມີວ່າ ຄົນຂີ້ຕົວະ ນຳອີກ.