ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກສະແດງຕະຫຼົກ ທ່ານ Jerry Lewis ເສຍຊີວິດ ຄົບອາຍຸ 91 ປີ


ທ່ານ Jerry Lewis ຖ່າຍຮູບລວມສຳລັບຮູບເງົາຕະຫຼົກ
"Max Rose" ໃນງານເທດສະການຮູບເງົາ Cannes ຄັ້ງທີ 66. 23 ພຶດສະພາ, 2013.
ທ່ານ Jerry Lewis ຖ່າຍຮູບລວມສຳລັບຮູບເງົາຕະຫຼົກ "Max Rose" ໃນງານເທດສະການຮູບເງົາ Cannes ຄັ້ງທີ 66. 23 ພຶດສະພາ, 2013.

ນັກຕະຫຼົກອະມະຕະ ອາເມຣິກັນ ທ່ານ Jerry Lewis, ຜູ້ທີ່ໄດ້ລວມຕົວກັບມື້ລາງ Dean
Martin ກ່ອນການສະແດງໃນຮູບຂອງຕົນເອງນັ້ນ, ໄດ້ເສຍຊີວິດແລ້ວ ລວມອາຍຸໄດ້ 91
ປີ ທີ່ບ້ານຂອງຜູ້ກ່ຽວໃນນະຄອນ Las Vegas.

ໃນລະຫວ່າງຈຸດສູງສຸດຂອງຄວາມໂດ່ງດັງຂອງພວກເພິ່ນນັ້ນ, ທ່ານ Martin ແລະ ທ່ານ
Lewis ໄດ້ເປັນຜູ້ຄອບຄອງສະຖານທີ່ບັນເທີງກາງຄືນທັງຫຼາຍ, ວິທະຍຸ ແລະ ຫຼັງຈາກ
ນັ້ນກໍແມ່ນຫ້ອງຂາຍປີ້ຮູບເງົາ ດ້ວຍການສະແດງຕະຫຼົກທີ່ສົດຊື່ນ ແລະ ເປັນທຳມະຊາດ,
ຄອງອັນດັບສູງສຸດໃນໂຮງສາຍຮູບເງົາຈາກປີ 1950 ຫາ 1956.

ຫຼັງຈາກໄດ້ແຍກຕົວອອກຈາກກັນ ທ່ານ Lewis ກໍຍັງຄົງຕິດອັນດັບໜຶ່ງ ໃນຕາຕະລາງ
ຮູບເງົາ ຜ່ານຊຸມປີ 1960 ດ້ວຍຄວາມໂດ່ງດັງຂອງຮູບເງົາຄຸນນະພາບສູງເຊັ່ນ The
Bellboy ໃນປິ 1960 ແລະ ຮູບເງົາ The Nutty Professor ໃນປີ 1963. ໃນຖານະ
ເປັນດາລາທີ່ດັງທີ່ສຸດຂອງບໍຣິສັດຮູບເງົາ Paramount ນັ້ນ, ທ່ານໄດ້ມີອິດສະຫຼະ ທີ່ຈະ
ລົງມືເຮັດສິ່ງສ້າງສັນທີ່ທ່ານຢາກເຮັດ.

ນອກນັ້ນ ທ່ານ Lewis ຍັງເປັນທີ່ຮູ້ຈັກກັນດີ ຍ້ອນການຕໍ່ສູ້ກັບໂຣກປະສາດ ແລະ ກ້າມ
ເນື້ອ ຄື ໂຣກກ້າມເນື້ອເສື່ອມ ເປັນເວລາດົນກວ່າເຄິ່ງສັດທະວັດ, ຈັດລາຍງານໂທລະ
ພາບເພື່ອຫາເງິນຊ່ວຍເຫຼືອການກຸສົນໃນວັນກຳມະກອນປະຈຳປີ ແລະ ຫາເງິນໄດ້ເກືອບ
2.5 ຕື້ໂດລາ ຈາກປີ 1955 ຈົນຮອດປີ 2011.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG