ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາດຈະມີ ການຖົກຖຽງ ຢ່າງຟົດເດືອດ ໃນການໂຕ້ວາທີ ຄັ້ງທີສອງ ຂອງ ພັກຣີພັບບລິກັນ


ທ່ານ Donald Trump ຜູ້ສະໝັກເປັນປະທານາທິບໍດີ ທີ່ມີຄະແນນນຳໜ້າ ຂອງພັກຣີພັບບລີກັນ.
ທ່ານ Donald Trump ຜູ້ສະໝັກເປັນປະທານາທິບໍດີ ທີ່ມີຄະແນນນຳໜ້າ ຂອງພັກຣີພັບບລີກັນ.

ມະຫາ​ເສດ​ຖີນັກທຸລະ​ກິດພັນລ້ານ ​ແລະ​ນັກ​ສື່​ມວນ​ຊົນ ທ່ານ
Donald Trump ຈະ​ຢູ່ຈຸດສູນກາງຂອງ​ເວ​ທີ ເວລາຜູ້​ສະໝັກ
ແຂ່ງ​ຂັນເປັນປະທານາທິບໍດີ ຂອງພັກຣີພັບ​ບລິ​ກັນ ປີ 2016
11 ຄົນ ໂຕ້ວາທີກັນເປັນເທື່ອທີ​ສອງໃນ​ວັນ​ພຸດມື້​ນີ້ຢູ່​ທີ່ ຫໍ​ສະ
ມຸດປະທານາທິບໍດີ Ronald Reagan ​ໃກ້​ກັບ​ນະຄອນ Los
Angeles.

ພ້ອມດ້ວຍ​ການ​ຄຸຍໂວ ສົ່ງ​ເສີມ​ຕົນ​ເອງ ທ່ານ Trump ຍັງສືບຕໍ່​
ມີຄະແນນ​ນຳ​ໜ້າ​ຢ່າງ​ໃຫຍ່ ​ຢູ່ໃນ​ການຢັ່ງ​ສຽງ ​ຜູ້ມີສິດປ່ອນ​ບັດ
ຊຶ່ງສ່ວນໃຫຍ່​ຄູ່​ແຂ່ງຂັນ​ຂອງ​ທ່ານ ຄາດ​ວ່າ ຈະ​ຮ່ວມກັນໂຕ້ຖຽງ
ຢ່າງ​ຫ້າວຫັນຕ້ານ​ທ່ານລະຫວ່າງ​ການໂຕ້ວາທີທາງໂທລະ​ພາບ
ທີ່ອອກອາກາດ​ທົ່ວ​ປະ​ເທດ ​ເພື່ອ​ຊຸກ​ຍູ້​ຄະແນນສຽງທີ່ບໍ່ຄ່ອຍດີປານໃດຂອງພວກເຂົາເຈົ້າ
ນັ້ນ. ​ແຕ່​ທ່ານ Trump ​ໄດ້ໂຈມຕີ​ຄູ່​ແຂ່ງຂັນ​ຂອງ​ທ່ານ​ຫລາຍ​ຄົນ ​ຢູ່​ໃນ​ການ​ໂຄສະ​ນາ​ຫາ​ສຽງ ຮວມ​ຢູ່​ນັ້ນກໍ​ມີ ອະ​ດີດ​ຜູ້​ປົກຄອງ​ລັດ Florida ທ່ານ Jeb Bush ລູກ​ຊາຍ ​ແລະ​ນ້ອງ
ຊາຍ​ຂອງ ອະດີດ​ປະທາ​ນາ​ທິບໍດີສະຫະລັດ ທີ່​ຄັ້ງ​ນຶ່ງ​ເຄີຍເບິ່ງກັນ​ວ່າ​ ເປັນ​ຜູ້​ສະໝັກ​ທີ່​ມີ
ຄະແນນນຳ​ໜ້າ ທີ່ຈະຖືກສະເໜີ​ເປັນ​ຜູ້ຕາງໜ້າ​ພັກ ​ກ່ອນ​ໜ້າກາ​ນ​ເຂົ້າ​ມາ​ຮ່ວມ​ຂອງ ທ່ານ
Trump.

​ເຖິງ​ແມ່ນ​ວ່າ ມີ​ການຈັດ​ຢູ່ ຫໍ​ສະມຸດ ​ເພື່ອ​ເປັນ​ກຽດ​ແກ່​ປະທານາທິບໍດີ ຄົນທີ 40 ຂອງ​ປະ
​ເທດກໍຕາມ ແຕ່ກໍຄາດ​ວ່າ​ຈະ​ມີ​ຄາລົມ​ທີ່​ເພັດ​ຮ້ອນ ລະຫວ່າງ​ຜູ້ແຂ່ງຂັນຂອງ ພັກ​ຣີພັບ​ບລິ
​ກັນດ້ວຍ​ກັນ ທີ່​ຈະ​ທົດ​ສອບກ່ຽວກັບຫລັກການດ້ານ​ການ​ເມືອງ​ທີ່ຍຶດໝັ້ນມາເປັນເວລາ
ດົນນານ ຂອງປະທານາທິບໍດີ Ronald Reagan ທີ່ວ່່າ “ບໍ່​ຄວນ​ກ່າວ​ເຖິງ​ເລື້ອງ​ບໍ່​ດີ​ໃດ​ໆ
​ໃຫ້​ແກ່​ເພື່ອນພັກຣີພັບ​ບລິ​ກັນ ດ້ວຍ​ກັນ.”

ຮ່ວມ​ກັບ​ທ່ານ Trump ​ແລະ Bush ຢູ່​ເທິງ​ເວທີ ກໍ​ຈະ​ມີສະມາຊິກ​ສະພາ​ສູງ ຄົນ​ປັດຈຸບັນ
ທ່ານ Marco Rubio, ທ່ານ Rand Paul ​ແລະ ທ່ານ Ted Cruz, ທ່ານ Scott Walker,
ທ່ານ Chris Christie, ທ່ານ John Kasich ຜູ້​ປົກຄອງ​ລັດ Wisconsin ຄົນ​ປັດຈຸບັນ
ລັດ New Jersey ​ແລະ ລັດ Ohio ຕາມລຳດັບ ພ້ອມດ້ວຍ ອະ​ດີດຜູ້​ປົກຄອງ​ລັດ
Arkansas ທ່ານ Mike Huckabee ທີ່ອອກກິນເບ້ຍ​ບະ​ນານ ໝໍ​ຜ່າຕັດ​ສະໝອງ ທ່ານ
Ben Carson ​ແລະ​ທ່ານ​ນາງ Carly Fiorina ອະດີດ​ຫົວໜ້າ​ບໍລິຫານ ບໍລິສັດຄອມ​ພິວ​
|ເຕີ Hewlett-Packard ທັງ​ສອງ​ທ່ານ ຄືກັນກັບ​ທ່ານ Trump ​ໄດ້​ຮັບ​ການ​ສະໜັບສະ
ໜູນ​ລະຫວ່າງຜູ້​ປ່ອນ​ບັດ ພັກຣີພັບ​ບລິ​ກັນ ​ເນື່ອງ​ຈາກ​ຢູ່​ໃນ​ຖານະນັກ ​ການ​ເມືອງ​ທີ່​ມາ​
ຈາກ​ຂ້າງນອກ.

ທ່ານ Carson ທີ່ມັກເວົ້າແບບສຸພາບຄ່ອຍໆນັ້ນ ພວມມີຄະແນນນໍາໜ້າຫຼາຍຂຶ້ນເລື້ອຍໆ
|ໃນການຢັ່ງຫາງສຽງຜູ້ມີສິດປ່ອນບັດໃນເດືອນແລ້ວນີ້ ແລະເປັນຜູ້ມີຄະແນນຫຼາຍເປັນ
ອັນດັບສອງຮອງຈາກທ່ານ Trump.

New Poll Shows Carson Pulling Close to Trump
please wait

No media source currently available

0:00 0:02:17 0:00

XS
SM
MD
LG