ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂຄລອມເບຍ ຕັ້ງກຳນົດເວລາ ໃນການເຈລະຈາ ກັບ ກຸ່ມກະບົດ


ທ່ານ Juan Manuel Santos ປະທານາທິບໍດີ Colombia
ທ່ານ Juan Manuel Santos ປະທານາທິບໍດີ Colombia
ປະທານາທິບໍດີ Colombia ໄດ້ຕັ້ງກໍານົດເວລາຂອງການເຈລະ
ຈາກັບກຸ່ມກະບົດ ທີ່ເປັນກຸ່ມຫົວຮຸນແຮງທີ່ມີມາເປັນເວລານານ
ທີ່ສຸດ ຢູ່ໃນຂົງເຂດອາເມຣິກາລາຕິນ.

ທ່ານ Juan Manuel Santos ກ່າວໃນວັນອາທິດວານນີ້ວ່າ ການເຈລະຈາສັນຕິພາບກັບກອງກຳລັງປະຕິວັດປະກອບອາວຸດ
ໂຄລອມເບຍ ຫລື FARC ຢ່າງຊ້າທີ່ສຸດຄວນບໍ່ໃຫ້ດໍາເນີນໄປ
ກາຍເດືອນພະຈິກປີໜ້າ.

ການເຈລະຈາລະຫວ່າງສອງຝ່າຍ ໄດ້ເລີ້ມຕົ້ນຂຶ້ນທີ່ປະເທດ
Norway ໃນເດືອນຕຸລາຜ່ານມານີ້ ແລະໄດ້ຍ້າຍໄປຈັດຢູ່ໃນ
ຄີວບາໃນເດືອນແລ້ວນີ້. ມີກໍານົດທີ່ຈະຈັດໃຫ້ມີການເຈລະ
ຈາກັນຂຶ້ນອີກຫລາຍຕອນ ໃນວັນພຸດ ທີ່ຈະມາເຖິງນີ້ ໃນ ປະເທດຄີວບາ ເຊັ່ນກັນ.

ຫົວຂໍ້ການເຈລະຈາທໍາອິດ ແມ່ນການປະຕິຮູບທີ່ດິນທີ່ເປັນບັນຫາສັບສົນນັ້ນ. ຫົວຂໍ້ອື່ນໆ ທີ່ເປັນຫົວຂໍ້ທີ່ຕົກລົງກັນຍາກເຊັ່ນກັນ ທີ່ຈະມີການເຈລະຈາໃນຂັ້ນຕໍ່ໄປ ລວມມີ ກົນໄກ ໃນການເຮັດໃຫ້ການເປັນປໍລະປັກກັນສິ້ນສຸດລົງ, ອານາຄົດທາງການເມືອງຂອງກຸ່ມ FARC, ການຄ້າຢາເສບຕິດທີ່ຜິດກົດໝາຍ ແລະການຈ່າຍທົດແທນຄວາມເສຍຫາຍ ໃຫ້ແກ່ພວກ ໄດ້ຮັບເຄາະຮ້າຍຈາກການຂັດແຍ້ງກັນຂອງສອງຝ່າຍ.

ລັດຖະບານໂຄລົມເບຍ ແລະພວກກະບົດ FARC ໄດ້ທໍາສົງຄາມກາງເມືອງທີ່ນອງເລືອດ ແລະເຮັດໃຫ້ຫລາຍແສນຄົນເສຍຊີວິດມາເປັນເວລາດົນນານ. ນັບແຕ່ປີ 1964 ເປັນຕົ້ນ ມາ ກຸ່ມຫົວຮຸນແຮງທີ່ວ່ານີ້ ໄດ້ທໍາການລັກພາຕົວຜູ້ຄົນໄປເພື່ອການເມືອງ ແລະໄດ້ທໍາການ
ໂຈມຕີກໍາລັງຮັກສາຄວາມປອດໄພ ໃນຂະນະທີ່ທຳການສູ້ລົບຕ້ານຝ່າຍລັດຖະບານນັ້ນ.
XS
SM
MD
LG