ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປຶ້ມລະບາຍສີ ເປັນທຸລະກິດ ທີ່ໃຫຍ່ ແລະ ຜ່ອນຄາຍ ຄວາມກົດດັນ


Adult Coloring Books: Big Business, and Stress Relief
please wait

No media source currently available

0:00 0:02:29 0:00

ແມ່ນແລ້ວ ມັນມີສິ່ງທີ່ເອີ້ນວ່າ​ ມື້ປຶ້ມລະບາຍສີແຫ່ງຊາດ ແລະ ໄດ້ຖືກຈັດຂຶ້ນທຸກໆປີ ໃນ ວັນທີ 2 ສິງຫາ. ມັນໄດ້ກາຍມາເປັນວັນສະເຫຼີມສະຫຼອງທີ່ມີຊື່ສຽງຍິ່ງຂຶ້ນ, ລວມໄປເຖິງ ການເພີ່ມຂຶ້ນຂອງປຶ້ມລະບາຍສີຂອງຜູ້ໃຫຍ່ ເຊິ່ງໄດ້ປະສົບຄວາມສຳເລັດຢ່າງວ່ອງໄວ ໃນຄວາມນິຍົມຊົມຊອບຂອງມັນ ໃນຂະນະທີ່ຈຳນວນຜູ້ໃຫຍ່ ຫຼາຍຂຶ້ນ ໄດ້ຄົ້ນພົບຄວາມ ສຸກຂອງການນັ່ງລົງເພື່ອລະບາຍສີອັນເປັນວິທີໜຶ່ງໃນການຜ່ອນຄາຍຈິດໃຈ. ນັກຂ່າວ Faiza Elmasry ມີລາຍງານ ກ່ຽວກັບ ຄວາມນິຍົມໃໝ່ ໃນປຶ້ມລະບາຍສີຂອງຜູ້ໃຫຍ່ນີ້. ແລະ ຕໍ່ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ. ນາງ Trina Lucido ໄດ້ປະດິດປຶ້ມລະບາຍສີ ແລະ ລາວກໍມີແຮງບັນດານໃຈຢູ່ອ້ອມຕົວ ຂອງລາວ.

ນາງ Lucido ກ່າວວ່າ “ມີມື້ໜຶ່ງຂ້າພະເຈົ້າໄດ້ເຫັນໃບໄມ້ໃບໜຶ່ງ ແລະ ນັ້ນລະມັນພາໃຫ້ ຂ້າພະເຈົ້າໄດ້ລະບາຍສີເຕັມໜ້າເຈ້ຍ ກ່ຽວກັບ ໃບໄມ້. ດັ່ງນັ້ນບາງຮູບແມ່ນມາຈາກປຶ້ມ ແຕ້ມຮູບ. ບາງຮູບມາຈາກຄຳເວົ້າຄຳໜຶ່ງທີ່ເປັນແຮງດົນໃຈ ແລະ ບາງຮູບແມ່ນມາຈາກ ສິ່ງທີ່ຂ້າພະເຈົ້າໄດ້ແນມເຫັນບາງຢ່າງຢູ່ເທິງພື້ນດິນ ແລະ ນັ້ນແມ່ນແຮງບັນດານໃຈ ຂອງຂ້າພະເຈົ້າສຳລັບມື້ນັ້ນ.”

ປຶ້ມລະບາຍສີຫົວຫຼ້າສຸດຂອງນາງ Lucido ມີທັງໝົດ 40 ໜ້າທີ່ເຕັມໄປດ້ວຍຮູບແຕ້ມ ກ່ຽວກັບ ດອກໄມ້, ນົກ ແລະ ຮູບຮ່າງເລຂາຄະນິດ. ນອກນັ້ນມັນຍັງມີທີ່ຫວ່າງໄວ້ ໃຫ້ຂຽນ ບັນທຶກເຫດການລົງ.

ນາງ Lucido ກ່າວວ່າ “ມັນເອີ້ນວ່າ ສີ, ຂຽນ ແລະ ປະດິດ. ຂ້າພະເຈົ້າຢາກເຮັດບາງ ຢ່າງທີ່ຈະສົ່ງເສີມຈິດໃຈຄົນໃຫ້ມີແນວຄິດສ້າງສັນ. ເມື່ອຂ້າພະເຈົ້າເຮັດການບັນທຶກ ສິລະປະ, ມີຄົນເຫັນບັນທຶກຂອງຂ້າພະເຈົ້າ ແລະ ກ່າວວ່າ ໂອ້! ຢາກໃຫ້ຂ້ອຍມີຄວາມ ຄິດສ້າງສັນຄືແນວນີ້ເດ. ມັນເຮັດໃຫ້ຂ້າພະເຈົ້າຮູ້ສຶກເສົ້າໃຈ ເພາະຂ້າພະ ເຈົ້າຄິດວ່າ ທຸກຄົນມີແນວຄິດສ້າງສັນ. ດັ່ງນັ້ນແນວຄິດຢູ່ເບື້ອງຫຼັງປຶ້ມຫົວນີ້, ແນວຄິດໃຫຍ່ກໍແມ່ນ ເພື່ອສະໜັບສະໜູນໃຫ້ຄົນມີແນວຄິດສ້າງສັນ.”

ປຶ້ມລະບາຍສີຜູ້ໃຫຍ່ແມ່ນທຸລະກິດທີ່ໃຫຍ່. ໃນເດືອນທັນວາທີ່ຜ່ານມາ, ປຶ້ມ 5 ຫົວຈາກ 10 ຫົວທີ່ໄດ້ຂາຍດີທີ່ສຸດໃນ ສະຫະລັດ ແມ່ນປຶ້ມລະບາຍສີ. ນາງ Lucido ກ່າວວ່າ ການ ຕອບຮັບຈາກບັນດາລູກຄ້າຂອງລາວແມ່ນກຳລັງໃຈທີ່ສຳຄັນ.

ນາງ Lucido ກ່າວວ່າ “ຂ້າພະເຈົ້າແຕ້ມຮູບຂອງຂ້າພະເຈົ້າດ້ວຍປາກກາທີ່ມີເສັ້ນໜາ ເພາະວ່າ ນັ້ນແມ່ນປາກກາທີ່ຂ້າພະເຈົ້າມັກໃຊ້. ແລະ ຂ້າພະເຈົ້າໄດ້ຍິນຈາກຄົນທີ່ມັກ ຄວາມໜາຂອງເສັ້ນປາກກາທີ່ຂ້າພະເຈົ້າແຕ້ມຫຼາຍ, ຄວາມຫ່າງຂອງເສັ້ນລະບາຍສີ ທີ່ຂ້າພະເຈົ້າແຕ້ມ. ສິ່ງອື່ນໆທີ່ຂ້າພະເຈົ້າໄດ້ຍິນຈາກຄົນ ແມ່ນ, ພວກເຂົາເຈົ້າຊື້ປຶ້ມ ພວກນີ້ໃຫ້ຄົນຜູ້ທີ່ບໍ່ສະບາຍ ຫຼື ຜູ້ທີ່ກຳລັງຜ່ານຜ່າເວລາອັນຫຍຸ້ງຍາກ. ພວກເຂົາເຈົ້າ ຮູ້ສຶກວ່າ ນີ້ແມ່ນບາງຢ່າງທີ່ຂ້ອນຂ້າງຊ່ວຍພວກເຂົາເຈົ້າໄດ້, ເກືອບວ່າຈະຮັກສາໂຣກ ໄດ້.”

ສີ, ຂຽນໜັງສື ແລະ ການປະດິດ ແມ່ນການເພີິ່ມເຕີມຄັ້ງຫຼ້າສຸດໃນສາຍຜະລິດຕະພັນ ຂອງນາງ Lucido, ເຊິ່ງໄດ້ເລີ່ມຂຶ້ນສອງທົດສະວັດທີ່ຜ່ານມາ ດ້ວຍບັດອວຍພອນທີ່ເຮັດ ດ້ວຍມື. ໃນຫຼາຍປີຜ່ານມາ, ລາວໄດ້ສ້າງເຈ້ຍ, ຜ້າ ແລະ ວັດຖຸບູຮານທີ່ສາມາດສະສົມໄດ້ ຢ່າງຫຼາກຫຼາຍ.

ຜູ້ຊ່ຽວຊານດ້ານທຸລະກິດ ແລະ ການຕະຫຼາດທ່ານນາງ Hillary Tattersall ກ່າວວ່າ ປຶ້ມ ລະບາຍສີແມ່ນບາດກ້າວທີ່ສຳຄັນສຳລັບນາງ Lucido ເພື່ອຂະຫຍາຍທຸລະກິດອອນໄລນ໌ ຂອງລາວຊື່ວ່າ Jubilee Flea, ແລະ ມີຄວາມຫວັງທີ່ຈະກ້າວໄປສູ່ການຜະລິດຂະໜາດ ໃຫຍ່.

ທ່ານນາງ Tattersall ກ່າວວ່າ “ຜະລິດຕະພັນຂອງລາວຈຳນວນຫຼາຍ ທີ່ຂ້າພະເຈົ້າໄດ້ ຂາຍໂດຍສ່ວນຕົວ ແລະ ໄດ້ເປັນຕົວແທນໃຫ້ມາຫຼາຍປີແມ່ນຜະລິດຕະພັນຊະນິດພິ ເສດ. ດັ່ງນັ້ນມັນຈະມີແຕ່ຜະລິດຕະພັນຊະນິດພິເສດ. ເພື່ອທີ່ຈະປະສົບຜົນສຳເລັດໃນ ການຄ້າຂາຍ, ເຈົ້າຕ້ອງມີສິນຄ້າຊະນິດພິເສດຫຼາຍຮ້ອຍ ແລະ ຫວັງວ່າຈະເປັນຫຼາຍ ພັນ ແລະ ຫຼາຍສິບພັນຢ່າງ.”

ນາງ Jackson ກ່າວວ່າ “ມັນເຮັດໃຫ້ຜ່ອນຄາຍອາລົມຫຼາຍ.”

ນາງ Susan Jackson ໄດ້ມາຮັບເອົາໜຶ່ງໃນປຶ້ມລະບາຍສີຂອງນາງ Lucido ທີ່ຮ້ານ ໃນທ້ອງຖິ່ນ, ແລະ ໄດ້ຖືກມັນດຶງດູດເອົາ, ລາວກ່າວວ່າ ຍ້ອນຄວາມງາມ ແລະ ຄວາມ ເປັນຂອງແທ້ຂອງມັນ. ລາວກ່າວວ່າ ການນັ່ງລົງ ແລະ ລະບາຍສີໃສ່ມັນ ພາໃຫ້ລາວມີ ຄວາມສຸກ.

ນາງ Jackson ກ່າວວ່າ “ຄວາມກົດດັນທຸກຢ່າງຂ້ອນຂ້າງວ່າຈະຕົກອອກໄປ. ມັນເຮັດ ໃຫ້ຄວາມຄິດຂອງເຈົ້າເປັນອິດສະຫຼະ. ມັນບໍ່ໄດ້ເປັນຕາຢ້ານຄືກັນກັບການພະຍາຍາມ ເຕີມ ເເຕ້ມໃສ່ເຈ້ຍທີ່ເປົ້າຫວ່າງ. ຮູບພາບທີ່ຂ້າພະເຈົ້າຄິດເຫັນຈະພາໃຫ້ເກີດຄວາມ ສຸກ. ມັນເຮັດໃຫ້ຂ້າພະເຈົ້າມີຄວາມສຸກ. ຂ້າພະເຈົ້າມັກຮູບນົກນ້ອຍຂອງລາວ. ມັນມີ ບາງຢ່າງຢູ່ ໃນຕົວຂອງມັນ. ມັນພາໃຫ້ຂ້າພະເຈົ້າຍິ້ມ. ດັ່ງນັ້ນຂ້າພະເຈົ້າຈຶ່ງຈະເອົາຮູບ ນົກນີ້ໄວ້ຕະຫຼອດໄປ.”

ສຳລັບຕອນນີ້, ມັນມີຄວາມຮຽກຮ້ອງຕ້ອງການຢ່າງແຮງ ສຳລັບປຶ້ມລະບາຍສີຂອງຜູ້ໃຫຍ່ ແລະ ມັນຈະເຮັດໃຫ້ນາງ Lucido ມີຄວາມສຸກ ແລະ ຫຍຸ້ງກັບວຽກຂອງລາວສະເໝີ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG