ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດ ສະຫະລັດ ຮັບຟັງ ການໂຕ້ຖຽງ ກ່ຽວກັບ ຄະດີເຄັກແຕ່ງງານ ຄົນຮັກຮ່ວມເພດ


ປະຊາຊົນເຕົ້າໂຮມກັນ ຢູ່ສວນສາທາລະນະ ລາຟາແຢັດ ເພື່ອເບິ່ງທຳນຽບຂາວ ເປີດໄຟສີຮຸ້ງ ເພື່ອລະນຶກເຖິງ ການຕັດສິນຂອງສານສູງສຸດ ເພື່ອປະຕິບັດການແຕ່ງານ ຂອງຄົນຮັກຮ່ວມເພດ ໃຫ້ຖືກຕ້ອງຕາມກົດໝາຍ ໃນນະຄອນຫຼວງ ວໍຊິງຕັນ.
ປະຊາຊົນເຕົ້າໂຮມກັນ ຢູ່ສວນສາທາລະນະ ລາຟາແຢັດ ເພື່ອເບິ່ງທຳນຽບຂາວ ເປີດໄຟສີຮຸ້ງ ເພື່ອລະນຶກເຖິງ ການຕັດສິນຂອງສານສູງສຸດ ເພື່ອປະຕິບັດການແຕ່ງານ ຂອງຄົນຮັກຮ່ວມເພດ ໃຫ້ຖືກຕ້ອງຕາມກົດໝາຍ ໃນນະຄອນຫຼວງ ວໍຊິງຕັນ.

ບັນດາຜູ້ພິພາກສາຂອງສານສູງສຸດ ສະຫະລັດ ໄດ້ຮັບຟັງການໂຕ້ຖຽງ ປາກເປົ່າ ໃນ
ນຶ່ງຄະດີທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າໃນຮອບປີ ເມື່ອວັນອັງຄານວານນີ້, ເຊິ່ງແມ່ນການ
ຂັດແຍ້ງທີ່ມີມາໄດ້ 5 ປີແລ້ວ ກ່ຽວກັບວ່າ ຄົນເຮັດເຂົ້າໜົມເຄັກຄວນມີພັນທະຕາມກົດ
ໝາຍ ເພື່ອສະໜອງເຄັກແຕ່ງງານໃຫ້ຄູ່ຮັກຮ່ວມເພດ ຫຼືບໍ່.

ຄະດີດັ່ງກ່າວ ແມ່ນຈຸດໃຈກາງຂອງຂອບເຂດລະຫວ່າງ ສິດເສລີພາບໃນການປາກ
ເວົ້າ ແລະ ການປະຕິບັດສາສະໜາຢ່າງເສລີ, ເມື່ອຄຳນຶງເຖິງກົດໝາຍທີ່ຫ້າມເຈົ້າ
ຂອງທຸລະກິດບໍ່ໃຫ້ຈຳແນກກີດກັນບົນພື້ນຖານ ຂອງເຊື້ອຊາດ, ສາສະໜາ, ເລື່ອງເພດ
ຫຼື ປັດໄຈອື່ນໆ.

ກຸ່ມທີ່ມີຜົນປະໂຫຍດຕ່າງໆ ໄດ້ໃຫ້ການໜູນຫຼັງແກ່ແຕ່ລະຝ່າຍ.

ຄູ່ຮັກຮ່ວມເພດ, ຜູ້ອາໄສຢູ່ໃນລັດ ໂຄໂລຣາໂດ ທ້າວ ຊາລີ ເຄຣກ ແລະ ທ້າວ ເດວິດ
ມັລລິນສ໌, ທີິ່ໄດ້ຮັບການສະໜັບສະໜູນຈາກສະຫະພັນເສລີພາບພົນລະເຮືອນ ອາເມຣິ
ກັນ, ໄດ້ໂຕ້ຖຽງວ່າ ຄູ່ຮັກຂອງເຂົາເຈົ້າ ຄວນສາມາດທີ່ຈະຊື້ເຄັກແຕ່ງງານ ທີ່ສັ່ງພິເສດ
ຂອງເຂົາເຈົ້າ ຈາກຮ້ານຂາຍເຄັກ ມາສເຕີພີສ໌.

ເຈົ້າຂອງໆຮ້ານເຄັກດັ່ງກ່າວ, ທ້າວ ແຈັກ ຟີລິບສ໌, ແມ່ນໄດ້ຮັບການສະໜັບສະໜູນ
ຈາກອົງການ ພັນທະມິດປົກປ້ອງສິດເສລີພາບ, ເຊິ່ງໄດ້ໂຕ້ຖຽງວ່າ ທ້າວ ຟີລິບສ໌, ຜູ້ທີ່
ອອກແບບ ເຄັກ, ແມ່ນນັກສິລະປະ, ເຮັດສິນຄ້າຂອງລາວ ຊຶ່ງໄດ້ຮັບການຍົກເວັ້ນ
ຈາກກົດໝາຍຮອງຮັບສາທາລະນະ.

ຄະດີທີ່ຖືກຍື່ນຕໍ່ສານສູງສຸດ ແມ່ນການຂໍອຸທອນຍື່ນໂດຍທ້າວຟີລິບສ໌ ແລະ ຜູ້ສະໜັບ
ສະໜູນຂອງລາວ, ຫຼັງຈາກການອຸທອນຂອງລັດ ໂຄໂລຣາໂດ ໄດ້ຕັດສິນເຫັນພ້ອມ
ກັບຄຳພິພາກສາດັ້ງເດີມ ທີ່ຮຽກຮ້ອງໃຫ້ຮ້ານເຄັກ ມາສເຕີພີສ໌ ເຮັດເຄັກໃຫ້ຄູ່ຮັກ
ຮ່ວມເພດ ແລະ ປ່ຽນນະໂຍບາຍຂອງຮ້ານ ແລະການຝຶກງານເພື່ອສະທ້ອນໃຫ້ເຫັນ
ການປ່ຽນແປງ.

ທ້າວ ຟີລິບສ໌ ໄດ້ປະຕິເສດທີ່ຈະປະຕິບັດຕາມຄຳສັ່ງ ແລະ ໃນທາງ ກົງກັນຂ້າມ ໄດ້
ຢຸດເຮັດເຄັກແຕ່ງງານ, ເປັນການເຄື່ອນໄຫວທີ່ລາວ ກ່າວວ່າ ໄດ້ສ້າງຄວາມເສຍຫາຍ
ຢ່າງຫຼວງຫຼາຍຕໍ່ທຸລະກິດ.

ນຶ່ງໃນການໂຕ້ຖຽງຕ່າງໆທີ່ບັນດາຜູ້ພິພາກສາ ໄດ້ພິຈາລະນາໃນວັນ ອັງຄານວານນີ້
ກໍແມ່ນວ່າ ເຄັກແຕ່ງງານ ຄວນຖືກພິຈາລະນາເປັນສິນ ຄ້າ ຫຼື ການສະແດງເຖິງເສລີ
ພາບໃນການປາກເວົ້າ ຫຼືບໍ່. ທ້າວ ຟີລິບສ໌, ເຊິ່ງແມ່ນຊາວຄຣິສຕຽນຫົວອານຸລັກນິຍົມ,
ກ່າວວ່າ ການເຮັດ ເຄັກໃຫ້ຄູ່ຮັກດັ່ງກ່າວ ຈະເທົ່າກັບການສະແດງຄວາມສະໜັບສະ
ໜູນຂອງລາວຕໍ່ການແຕ່ງງານຂອງເຂົາເຈົ້າ.

ການຕັດສິນຄະດີແມ່ນຄາດວ່າ ຈະບໍ່ມີຂື້ນກ່ອນປີ 2018.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG