ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານໂຄໂລຣາໂດ ​ຫ້າມ​ບໍ່​ໃຫ້ທ່ານທຣໍາ ເຂົ້າ​ຮ່ວມການປ່ອນບັດ​ເລືອກ​ຕັ້ງ ປະທານາທິບໍດີຂັ້ນຕົ້ນ ຂອງລັດ


ແຟ້ມຮູບ-ຜູ້ພິພາກສາ ທ່ານເອຣິກ ໂອລຊັນ, ຂວາສຸດ, ໂຕ້ແຍ້ງຢູ່ໜ້າສານສູງສຸດຂອງລັດໂຄໂລຣາໂດ ໃນນະຄອນເດັນເວີ, ວັນທີ 6 ທັນວາ 2023. ສານສູງລັດໂຄໂລຣາໂດ, ໃນວັນອັງຄານແລ້ວນີ້ ໄດ້ປະກາດວ່າ ທ່ານທຣໍາ ບໍ່ມີສິດໃນທໍານຽບຂາວ ພາຍໃຕ້ມາດຕາການກໍ່ຈະລາຈົນຂອງລັດຖະທໍາມະນູນສະຫະລັດ.
ແຟ້ມຮູບ-ຜູ້ພິພາກສາ ທ່ານເອຣິກ ໂອລຊັນ, ຂວາສຸດ, ໂຕ້ແຍ້ງຢູ່ໜ້າສານສູງສຸດຂອງລັດໂຄໂລຣາໂດ ໃນນະຄອນເດັນເວີ, ວັນທີ 6 ທັນວາ 2023. ສານສູງລັດໂຄໂລຣາໂດ, ໃນວັນອັງຄານແລ້ວນີ້ ໄດ້ປະກາດວ່າ ທ່ານທຣໍາ ບໍ່ມີສິດໃນທໍານຽບຂາວ ພາຍໃຕ້ມາດຕາການກໍ່ຈະລາຈົນຂອງລັດຖະທໍາມະນູນສະຫະລັດ.

ອະດີດປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈະບໍ່ປາກົດຕົວໃນການເລືອກຕັ້ງຂັ້ນຕົ້ນ ໃນລັດໂຄໂລຣາໂດ, ເນື່ອງຈາກສານສູງສຸດຂອງລັດໄດ້ຕັດ ສິນໃນວັນອັງຄານແລ້ວນີ້ ໃນຄຳ​ພິ​ພາກ​ສາທີ່​ມີ​ການຕິດຕາມຢ່າງໃກ້ຊິດ ທ່າມ ກາງຄວາມພະຍາຍາມທີ່ຄ້າຍຄືກັນຢູ່ໃນລັດອື່ນໆ ເພື່ອຕັດສິດຂອງທ່ານ ຈາກການລົງແຂ່ງຂັນເລືອກຕັ້ງຄືນໃໝ່.

ໃນ​ບັນ​ຫາດັ່ງກ່າວ ​ບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທີ 14 ຂອງ​ ​ສະ​ຫະ​ລັດ ແລະ​ພາກ​ສ່ວນ​ທີ່​ຫ້າມ​ເຈົ້າ​ໜ້າ​ທີ່ ທີ່​ມີ​ສ່ວນ​ຮ່ວມ​ໃນ “ການ​ກໍ່ຈະລາຈົນ ຫຼື​ກໍ່ກະ​ບົດ.” ​ເຂົ້າ​ຮັບ​ຕຳ​ແໜ່ງ.

ສານ​ກ່າວ​ວ່າ ການ​ຕັດ​ສິນ​ຂອງ​ຕົນ​ຈະ​ຖືກ​ໂຈະ​ໄວ້​ຈົນ​ເຖິງ​ວັນ​ທີ 4 ມັງ​ກອນ ຫຼື​ຈົນ​ກວ່າ​ສານ​ສູງ​ສຸດ​ຂອງ​ ສະ​ຫະ​ລັດ ​ຈະ​ຕັດ​ສິນ​ໃນຄະ​ດີດັ່ງ​ກ່າວນີ້. ເຈົ້າ​ໜ້າ​ທີ່​ລັດໂຄໂລຣາໂດ​ກ່າວ​ວ່າ ວັນ​ທີ 5 ມັງກອນ​ນີ້ ​ແມ່ນເສັ້ນ​ຕາຍ ໃນ​ການ​ພິມ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ຂັ້ນ​ຕົ້ນ​ຂອງ​ລັດ ເຊິ່ງ​ເປັນ​ການ​ແຂ່ງ​ຂັນ​ໃນ​ແຕ່​ລະ​ລັດ ທີ່​ພັກຣີພັບ​ບລິ​ກັນ ຈະ​ໄດ້​ເລືອກ​ເອົາ​ຜູ້​ສະໝັກ​ຂອງ​ຕົນ ​ເພື່ອລົງແຂ່ງຂັນ ກັບ ​ທ່ານໄບເດັນ ​ໃນ​ການ​ເລືອກ​ຕັ້ງ​ປີ 2024.

ສານສູງສຸດຂອງລັດໂຄໂລຣາໂດໄດ້ຕັດສິນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນດ້ວຍ​ຄະ​ແນນ 4-3 ​ກ່ຽວ​ກັບບົດບາດຂອງທ່ານທຣໍາໃນການກໍ່ຈະລາຈົນເມື່ອວັນທີ 6 ມັງກອນ ປີ 2021 ຢູ່ທີ່ຫໍລັດຖະສະພາສະຫະລັດ ໃນລະຫວ່າງທີ່ຜູ້ສະໜັບສະໜຸນຂອງທ່ານ ໄດ້ຂັດຂວາງການຮັບຮອງໄຊຊະນະ ຂອງປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງປີ 2020 ທີ່ໄດ້ເອົາຊະນະ ທ່ານທຣໍາ Trump, ໂດຍຕັດສິດ ທ່ານທຣໍາ ຈາກການ​ເຂົ້າຕໍາແໜ່ງປະທານາທິບໍດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG