ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານລັດໂຄໂລຣາໂດ ຫ້າມທ່ານທຣຳ ຈາກການລົງຄະແນນສຽງ ເລືອກຕັ້ງປະທານາທິບໍດີຂັ້ນຕົ້ນ


ແຟ້ມພາບ - ທະນາຍຄວາມ ເອຣິກ ໂອລສັນ (ຂວາສຸດ), ໂຕ້ແຍ້ງຕໍ່ໜ້າສານສູງສູດ ຂອງລັດ ໂຄໂລຣາໂດ ໃນນະຄອນເດັນເວີ, ວັນທີ 6 ທັນວາ 2023. ສານສູງສູດລັດໂຄໂລຣາໂດ ໃນວັນອັງຄານ ໄດ້ປະກາດວ່າທ່ານທຣຳ ບໍ່ມີສິດດຳລົງຕໍາແໜ່ງໃນທຳນຽບຂາວ ພາຍໃຕ້ມາດຕະການກ່ຽວກັບການຕໍ່ຕ້ານລັດຂອງລັດຖະທຳມະນູນສະຫະລັດ.
ແຟ້ມພາບ - ທະນາຍຄວາມ ເອຣິກ ໂອລສັນ (ຂວາສຸດ), ໂຕ້ແຍ້ງຕໍ່ໜ້າສານສູງສູດ ຂອງລັດ ໂຄໂລຣາໂດ ໃນນະຄອນເດັນເວີ, ວັນທີ 6 ທັນວາ 2023. ສານສູງສູດລັດໂຄໂລຣາໂດ ໃນວັນອັງຄານ ໄດ້ປະກາດວ່າທ່ານທຣຳ ບໍ່ມີສິດດຳລົງຕໍາແໜ່ງໃນທຳນຽບຂາວ ພາຍໃຕ້ມາດຕະການກ່ຽວກັບການຕໍ່ຕ້ານລັດຂອງລັດຖະທຳມະນູນສະຫະລັດ.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະບໍ່ປາກົດຕົວໃນການເລືອກຕັ້ງຂັ້ນຕົ້ນ ໃນລັດໂຄໂລຣາໂດ, ສານສູງສຸດຂອງລັດ ໄດ້ຕັດສິນໃນວັນອັງຄານວານນີ້ ໃນການຕັດສິນໃຈທີ່ ຖືກຕິດຕາມເບິ່ງຢ່າງໃກ້ຊິດ ທ່າມກາງຄວາມພະຍາຍາມທີ່ຄ້າຍຄືກັນຢູ່ໃນລັດອື່ນໆ ເພື່ອຈະຕັດສິດທ່ານ ຈາກການສະໝັກຮັບເລືອກຕັ້ງຄືນໃໝ່.

​ບັນ​ຫາທີ່ສຳຄັນ​ແມ່ນບົດແກ້ໄຂ​ລັດຖະທຳມະນູນຂໍ້ທີ 14 ຂອງລັດຖະທຳມະນູນ​ສະ​ຫະ​ລັດ ແລະ​ມາດຕາ​ທີ່​ຫ້າມ​ເຈົ້າ​ໜ້າ​ທີ່​ທີ່​ມີ​ສ່ວນ​ຮ່ວມ​ໃນ “​ການກໍ່ການຈະລາ ຈົນ ຫຼື​ກໍ່​ກະ​ບົດ” ​ໃນ​ຂະ​ນະ​ທີ່ດຳ​ລົງ​ຕຳ​ແໜ່ງ.

ສານ​ກ່າວ​ວ່າ ການ​ຕັດ​ສິນ​ຂອງ​ຕົນ​ຈະ​ຖືກ​ໂຈະ​ໄວ້​ຈົນ​ເຖິງ​ວັນ​ທີ 4 ມັງ​ກອນ ຫຼື​ຈົນ​ກວ່າ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ​ ຈະ​ຕັດ​ສິນຄະ​ດີ​ດັ່ງ​ກ່າວ. ເຈົ້າ​ໜ້າ​ທີ່ລັດໂຄໂລຣາໂດ ​ໄດ້​ກ່າວ​ວ່າ ວັນ​ທີ 5 ມັງກອນ ແມ່ນ​ເສັ້ນ​ຕາຍ​ ໃນ​ການ​ພິມ​ບັດລົງຄະແນນສຽງ ສຳລັບການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂັ້ນ​ຕົ້ນ​ຂອງ​ລັດ ຊຶ່ງ​ເປັນນຶ່ງໃນ​ການ​ແຂ່ງ​ຂັນ​ຂັ້ນ​ລັດ ທີ່​ພັກຣີພັບ​ບລິ​ກັນ ຈະ​ໃຊ້ ເພື່ອ​ເລືອກ​ເອົາ​ຜູ້​ສະໝັກ​ຂອງ​ຕົນ ​ເພື່ອຕໍ່ສູ້​ກັບທ່ານ ໄບເດັນ ​ໃນ​ການ​ເລືອກ​ຕັ້ງ​ປີ 2024.

ສານສູງສຸດຂອງລັດໂລຣາໂດ ໄດ້ຕັດສິນ ​ໃນ​ຄຳ​ພິ​ພາກ​ສາ ແບບທີ່ບໍ່ເຄີຍມີມາກ່ອນດ້ວຍຄະແນນ 4 ຕໍ່ 3 ວ່າ ບົດບາດຂອງ ທ່ານທຣຳ ໃນການກໍ່​ຈະ​ລາ​ຈົນ​ເມື່ອວັນທີ 6 ມັງກອນ 2021 ຢູ່ລັດຖະສະພາສະຫະລັດ, ໃນລະຫວ່າງທີ່ພວກສະໜັບສະໜຸນຂອງທ່ານ ໄດ້ຂັດຂວາງການຮັບຮອງໄຊຊະນະຂອງປະທານາ ທິບໍດີໂຈ ໄບເດັນ ໃນປີ 2020 ຕໍ່ທ່ານ ທຣຳ, ເຊິ່ງໄດ້ຕັດສິດທ່ານທຣຳອອກຈາກການດຳລົງຕຳແໜ່ງປະທານາທິບໍດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG