ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປົກຄອງລັດໂຄໂລຣາໂດ ຫລຸດຜ່ອນໂທດຈຳຄຸກ ໃຫ້ແກ່ຄົນຂັບລົດບັນທຸກ ເຫຼືອຢູ່ 10 ປີ  


ພວກພະນັກງານກຳລັງມ້ຽນຊິ້ນສ່ວນເພພັງຢູ່ຖະໜົນຫຼວງຂອງ ເມືອງເລກວູດ ລັດ ໂຄໂລຣາໂໍດ, ວັນທີ 26 ເມສາ 2019, ຫຼັງຈາກອຸປະຕິເຫດລົດຕຳກອງກັນຂຶ້ນ.
ພວກພະນັກງານກຳລັງມ້ຽນຊິ້ນສ່ວນເພພັງຢູ່ຖະໜົນຫຼວງຂອງ ເມືອງເລກວູດ ລັດ ໂຄໂລຣາໂໍດ, ວັນທີ 26 ເມສາ 2019, ຫຼັງຈາກອຸປະຕິເຫດລົດຕຳກອງກັນຂຶ້ນ.

ຜູ້ປົກຄອງລັດໂຄໂລຣາໂດ ທ່ານຈາແຣດ ໂປລິສ (Jared Polis) ໃນວັນພະ ຫັດວານນີ້
ໄດ້ຫລຸດຜ່ອນຄຳຕັດສິນລົງໂທດຈຳຄຸກໃຫ້ສັ້ນລົງ ແກ່ຄົນຂັບລົດ ບັນທຸກ ຖືກຕັດສິນວ່າມີ
ຄວາມຜິດ ໃນການກໍ່ອຸປະຕິເຫດຂອງລົດຕຳກັນທີ່ຮ້າຍແຮງນັ້ນ ລົງມາຢ່າງຫຼວງຫຼາຍເປັນ
10 ປີ ຈາກການຕັດສິນໃນເບື້ອງຕົ້ນເປັນເວລາເຖິງ 110 ປີ ທີ່ໄດ້ຄວາມດຶງດູດຄວາມບໍ່ພໍ
ໃຈຫຼາຍຢ່າງກວ້າງຂວາງ.

ຄຳຕັດສິນລົງໂທດຂອງ ທ້າວໂຣໂຈລ ອາກິແລຣາ-ເມີແດໂຣສ (Rogel Aguilera-
Mederos ໄດ້ຢູ່ໃນລະຫວ່າງການຕິດຕໍ່ພົວພັນ ແລະເລື້ອງການຂໍຜ່ອນຜັນໂທດ ກັບທ່ານ
ໂປລິສ ມາໄດ້ຫຼາຍປີແລ້ວ.

ການເຄື່ອນໄຫວດັ່ງກ່າວມີຂຶ້ນນຶ່ງມື້ ຫຼັງຈາກຜູ້ພິພາກສາຄົນນຶ່ງ ມີກຳນົດຮັບຟັງໃນເດືອນ
ໜ້າ ເພື່ອພິຈາລະນາຄຳຕັດສິນລົງໂທດ ໃນການຮ້ອງຂໍຂອງທະນາຍຄວາມປະຈຳເຂດ ຜູ້
ທີ່ໄດ້ມີແຜນທີ່ຈະຂໍໃຫ້ຫລຸດຜ່ອນໂທດລົງມາເປັນ 20 ປີ ຫາ 30 ປີ.

ປະມານ 5 ລ້ານຄົນ ໄດ້ເຊັນຄຳຮ້ອງທາງອອນລາຍ ເພື່ອຮຽກຮ້ອງໃຫ້ອະໄພໂທດແກ່ ທ້າວ
ອາກີແລຣາ-ເມີແອໂຣສ ຜູ້ທີ່ໄດ້ຖືກຕັດສິນວ່າມີຄວາມຜິດຂອງການຄາດຕະກຳດ້ວຍຍານ
ພາຫະນະ ແລະຂໍ້ກ່າວຫາອື່ນໆທີ່ກໍ່ໃຫ້ເກີດການລະເບີດພາໃຫ້ລົດຕຳກັນຫຼາຍຄັນ ແລະ
ເຮັດໃຫ້ມີຜູ້ເສຍຊີວິດສີ່ຄົນ ໃນປີ 2019.

ທ້າວອາກີແລຣາ-ເມີແດໂຣສ ໄດ້ໃຫ້ການວ່າ ລາວໄດ້ຂັບລົດແກ່ໄມ້ຖ່ອນ ເມື່ອເວລາເບຣກ
ລົດບັນທຸກໄມ້ຂອງລາວບໍ່ເຮັດວຽກ ພາໃຫ້ລົດແລ່ນລົງຄ້ອຍຊັນຢູ່ຖະໜົນລະຫວ່າງລັດ
ເລກທີ 70 ຢູ່ຕີນພູ Rocky Mountain.

ບັນດາໄອຍະການໄດ້ໂຕ້ຖຽງວ່າ ໃນຂະນະທີ່ລົດບັນທຸກຂອງທ້າວອາກີແລຣາ-ເມີແດໂຣສ
ໄດ້ແລ່ນລົງມາຈາກພູຢູ່ນັ້ນ ລາວສົມຄວນທີ່ໃຊ້ທາງແລ່ນສະເພາະລົດທີ່ຄວບຄຸມບໍ່ໄດ້ຢູ່ຕາມ
ຂອບທາງ ຊຶ່ງອອກແບບມາເພື່ອຄວາມປອດໄພໃຫ້ແກ່ລົດທີ່ເບຣກບໍ່ເຮັດວຽກ.

ອຸປະຕິເຫດໄດ້ເຮັດໃຫ້ທ້າວໄມເກີລ ແອນເຈີລ ລາມາສ ອາແຣລລາໂນ (Miguel Angel
Lamas Arellano ອາຍຸ 24 ປີ ທ້າວວິລລຽມ ເບລີ (William Baily) ອາຍຸ 67 ປີ ນາງດອຍ
ແຮຣິສັນ (Doyle Harrison) ອາຍຸ 61 ປີ ແລະ ທ້າວສະແຕນເລ ໂປລີຕາໂນ (Stanley Politano) ອາຍຸ 69 ປີ ເສຍຊີວິດ.

ຢູ່ໃນໜັງສືຂຽນ ຫາ ທ້າວອາກີແລຣາ-ເມີແອໂຣສ ອະທິບາຍເຖິງການຕັດສິນຂອງທ່ານ
ໂປລິສ ກ່າວວ່າ ໃນຂະນະທີ່ລາວບໍ່ໄດ້ຕຳນິໃນອຸປະຕິເຫດ ການຕັດສິນລົງ ໂທດ 110 ປີ
ບໍ່ສົມເຫດສົມຜົນ ເວລາປຽບທຽບໃສ່ກັບພວກນັກໂທດຜູ້ທີ່ມີຄວາມຕັ້ງໃຈເຮັດ ແລະວາງ
ແຜນເຮັດ ຫຼືອາຊະຍາກຳຄວາມຮຸນແຮງ.

ຜູ້ປົກຄອງລັດກ່າວວ່າຄະດີອາດຫວັງວ່າເຮັດໃຫ້ມີການສົນທະນາກ່ຽວກັບກົດໝາຍຕັດ
ສິນລົງໂທດ.

ທ່ານໂປລິສ ຂຽນວ່າ “ມີຄວາມຮິບດ່ວນເພື່ອປົວແປງການຕັດສິນລົງໂທດທີ່ບໍ່ ທ່ຽງທຳ
ແລະຮັກສາຄວາມເຊື່ອໜັ້ນໃນຄວາມເປັນລະບຽຮຽບຮ້ອຍ ແລະທ່ຽງທຳ ຂອງລະບົບຍຸຕິ
ທຳ ແລະຕິດຕາມມາ ທີ່ຂ້າພະເຈົ້າໄດ້ເລືອກເອົາການຜ່ອນຜັນ ໂທດຂອງເຈົ້າ ໃນປັດ
ຈຸບັນນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG