ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວັນ​ໂຄ​ລົມ​ບັສ ແລະ ວັນ​ແຫ່ງ​ຊົນ​ເຜົ່າ​ພື້ນ​ເມືອງ ແມ່ນໄດ້​ຮັບ​ການສະ​ເຫຼີມສະ​ຫຼອງ​ ພ້ອມ​ກັນ ໃນ​ວັນ​ຈັນ​ມື້ນີ້ ຢູ່ໃນ ສ​ຫລ


ພາບ​ຖ່າຍ​ໃນ​ວັນ​ທີ 27 ສິງ​ຫາ, 2017 ສະ​ແດງ​ໃຫ້​ເຫັນ​ຮູບ​ປັ້ນ​ຂອງ​ທ່ານ Christopher Columbus ຢູ່​ວົງ​ວຽນ Columbus ໃນ​ເຂດ​ແມນ​ຮັດ​ຕັນ ຂອງ​ນະ​ຄອນ New York
ພາບ​ຖ່າຍ​ໃນ​ວັນ​ທີ 27 ສິງ​ຫາ, 2017 ສະ​ແດງ​ໃຫ້​ເຫັນ​ຮູບ​ປັ້ນ​ຂອງ​ທ່ານ Christopher Columbus ຢູ່​ວົງ​ວຽນ Columbus ໃນ​ເຂດ​ແມນ​ຮັດ​ຕັນ ຂອງ​ນະ​ຄອນ New York

ວັນ​ຈັນມື້ນີ້ ​ແມ່ນ​ວັນ​ໂຄ​ລົມ​ບັສ​ (Colombus) ໃນ​ສະ​ຫະ​ລັດ, ມັນເປັນ​ວັນ​ພັກ​ຂອງ​ລັດ​ຖະ​ບານ​ກາງ​ທີ່​ສະ​ເຫຼີມ​ສະ​ຫຼອງ​ອັນ​ທີ່​ເອີ້ນ​ວ່າ ​ຜູ້​ຄົ້ນ​ພົບ​ອາ​ເມຣິ​ກາ — ທ່ານ​ຄ​ຣິ​ສ​ຕົບ​ເຟີ ໂຄ​ລົມ​ບັສ (Christopher Columbus) ນັກ​ສຳ​ຫລວດ​ຊາວ​ອີ​ຕາ​ລີ.

ປະທານາທິບໍດີ​ສະຫະລັດ, ທ່ານໂຈ ໄບ​ເດັນ ກໍ​ໄດ້​ປະກາດ​ເຊັ່ນ​ດຽວກັນ​ກັບອັນ​ທີ່​ທ່ານ​ໄດ້​ປະ​ກາດ ໃນ​ປີ​ກາຍ​ນີ້ ວ່າ ໃນ​ວັນ​ຈັນ​ມື້​ນີ້ ​ເປັນ "ວັນ​ແຫ່ງ​ຊົນ​ເຜົ່າ​ພື້ນ​ເມືອງ." ການປະກາດຂອງທ່ານ ບໍ່ໄດ້ເຮັດໃຫ້ວັນແຫ່ງ ຊົນເຜົ່າພື້ນເມືອງ ເປັນວັນພັກຂອງລັດ ຖະ ບານກາງເລີຍ ເຖິງແມ່ນວ່າ ການປະກາດຂອງທ່ານ​ໄບ​ເດັນ ​ສຳ​ລັບ​ວັນ​ນັ້ນ​ຮຽກ​ຮ້ອງ ວ່າ ໃຫ້​ມີການສະເຫຼີມສະຫຼອງ ໃນວັນຈັນທີສອງຂອງເດືອນຕຸລາ, ຊຶ່ງ​ເປັນມື້ດຽວກັນ ກັບວັນໂຄ​ລົມ​ບັສ (Colombus).

ຊາວພື້ນເມືອງອາເມຣິກັນ ແລະກຸ່ມອື່ນໆ ຮູ້​ສຶກບໍ່​ດີ​ໃຈມາດົນນານແລ້ວ ໃນການສະ ເຫລີມສະຫລອງວັນໂຄ​ລົມ​ບັສ ເພາະວ່າ ວັນພັກດັ່ງ​ກ່າວ ໄດ້ມອງຂ້າມການຕາຍ, ການທໍາລາຍ ແລະພະຍາດທີ່ທ່ານໂຄ​ລົມ​ບັສ ແລະລູກເຮືອຂອງທ່ານ​ໄດ້ນໍາເອົາມາ​ຫາຂົງ​ເຂດອາເມຣິກາ.

ວັນພັກທີ່ຮັບຮູ້ວ່າ ວັດທະນະທໍາທີ່​ມີຢູ່ໃນຂົງ​ເຂດອາເມຣິກາຫຼາຍພັນປີກ່ອນ ການມາເຖິງຂອງທ່ານໂຄ​ລົມ​ບັສນັ້ນ ແມ່ນຄ່ອຍໆດຶງດູດຄວາມ​ສົນ​ໃຈຂອງ​ຄົນ ຢູ່ໃນສະຫະ ລັດ ໂດຍທີ່ມີຫຼາຍກວ່າ 12 ລັດ ແລະ ຫຼາຍເມືອງ ຮັບຮູ້ການປະກອບສ່ວນຂອງປະ ຊາຊົນ​ເຜົ່າພື້ນເມືອງ ຢ່າງເປັນທາງການ ໃນວັນຈັນທີສອງ ຂອງເດືອນຕຸລາ.

ຢ່າງໃດກໍ່ຕາມ, ວັນໂຄ​ລົມ​ບັສ ຍັງຄົງຢູ່ໃນປະຕິທິນຂອງສ່ວນໃຫຍ່ຂອງສະຫະລັດ ແລະ ໃນວັນຈັນມື້ນີ້ ກໍ​ມີຫຼາຍໆ ຄົນຈະໃຫ້ກຽດລະ​ນຶກ​ເຖິງທ່ານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG