ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຊາວໂຄລອມເບຍ ພາກັນໄປ ລົງຄະແນນສຽງ ເພື່ອເລືອກເອົາ ປະທານາທິບໍດີ ຄົນໃໝ່


ພາບລວມສະແດງໃຫ້ເຫັນ ບັນດາຜູ້ສະໝັກແຂ່ງຂັນ
ເປັນປະທານາທິບໍດີ ໂຄລອມເບຍ ທ່ານກຸສຕາໂວ ເປໂຕຣ, ຊ້າຍ, ແລະ ທ່ານອີວານ ດູເກ ທັງສອງທ່ານ ແມ່ນຢູ່ໃນນະຄອນ ໂບໂກຕາ ຂອງ ໂຄລຳເບຍ. ພວກມີສິດອອກສຽງຊາວໂຄລອມເບຍ ພາກັນໄປໜ່ວຍເລືອກຕັ້ງ ເພື່ອລົງຄະແນນສຽງ ໃນວັນທີ່ 27 ພຶດສະພາ 2018.
ພາບລວມສະແດງໃຫ້ເຫັນ ບັນດາຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ໂຄລອມເບຍ ທ່ານກຸສຕາໂວ ເປໂຕຣ, ຊ້າຍ, ແລະ ທ່ານອີວານ ດູເກ ທັງສອງທ່ານ ແມ່ນຢູ່ໃນນະຄອນ ໂບໂກຕາ ຂອງ ໂຄລຳເບຍ. ພວກມີສິດອອກສຽງຊາວໂຄລອມເບຍ ພາກັນໄປໜ່ວຍເລືອກຕັ້ງ ເພື່ອລົງຄະແນນສຽງ ໃນວັນທີ່ 27 ພຶດສະພາ 2018.

ພວກມີສິດອອກສຽງ ຢູ່ໃນປະເທດໂຄລອມເບຍ ກຳລັງພາກັນໄປ ໜ່ວຍເລືອກຕັ້ງຕ່າງໆ
ໃນວັນອາທິດມື້ນີ້ ເພື່ອເລືອກເອົາ ປະທານາທິບໍດີ ຄົນໃໝ່.

ມັນເປັນການເລືອກຕັ້ງປະທານາທິບໍດີ ຄັ້ງທຳອິດ ນັບຕັ້ງແຕ່ ປະເທດອາເມຣິກາໃຕ້
ແຫ່ງນີ້ ໄດ້ລົງນາມໃນສັນຍາສັນຕິພາບ ກັບ ກຳລັງປົດປ່ອຍຂອງໂຄລອມເບຍ ຫຼື FARC
ເຊິ່ງອະດີດກຸ່ມກະບົດນີ້ ກໍໄດ້ກາຍເປັນພັກການເມືອງ.

ບັນດາຜູ້ສະໝັກທີ່ຢູ່ແຖວໜ້າ ກໍແມ່ນອະດີດສະມາຊິກສະພາສູງ ຫົວອະນຸລັກນິຍົມ
ທ່ານອີວານ ດູເກ ແລະ ທ່ານກຸສຕາໂວ ເປໂຕຣ ຜູ້ທີ່ເປັນອະດີດກອງໂຈນ ແລະ ເຄີຍ
ເປັນຜູ້ປົກຄອງ ນະຄອນໂບໂກຕາ ມາກ່ອນ.

ທ່ານດູເກ ຜູ້ອາລັກຂາຂອງອະດີດປະທານາທິບໍດີ ອາລວາໂຣ ຢູຣີເບ ເປັນຜູ້ຕ້ອງຕິ
ຢ່າງໃຫຍ່ ຂໍ້ຕົກລົງສັນຕິພາບ ກັບກຸ່ມ FARC ແລະສັນຍາວ່າ ຈະຕ່າວປີ້ນຂໍ້ຕົກລົງ
ດັ່ງກ່າວ.

ທ່ານເປໂຕຣ ໄດ້ໃຫ້ຄຳໝັ້ນສັນຍາ ວ່າ ຈະປະຕິຮູບເສດຖະກິດ ຂອງໂຄລອມເບຍ.
ທ່ານເປັນຜູ້ສະໝັກຝ່າຍຊ້າຍຄົນທຳອິດ ທີ່ມີໂອກາດຈະໄດ້ເຂົ້າຮອບສອງ ໃນການ
ເລືອກຕັ້ງປະທານາທິບໍດີ ດັ່ງກ່າວ.

ການຢັ່ງຫາງສຽງດ້ານການເມືອງຂອງໂຄລອມເບຍ ເປັນທີ່ຮູ້ຈັກກັນດີວ່າ ມີຄວາມຜິດ
ພາດຢ່າງຫຼວງຫຼາຍ ເຖິງຢ່າງນັ້ນກໍຕາມ ກໍເປັນການເປີດຄວາມເປັນໄປໄດ້ ຂອງຄວາມ
ຜິດຫວັງ ທີ່ອະດີດຜູ້ປົກຄອງ ເມືອງແມເດີລລິນ ທ່ານເຊີຣຈີໂອ ຟາຮາຣໂດ ຫຼື ອະດີດ
ຮອງປະທານາທິບໍດີ ທ່ານເຈີແມນ ວາຣກັສ ຈະຊະນະການເລືອກຕັ້ງ.

ບັນດານັກວິເຄາະດ້ານການເມືອງ ເຫັນດີນຳກັນວ່າ ເປັນໄປໄດ້ສູງ ທີ່ຈະບໍ່ມີຜູ້ສະໝັກ
ຄົນໃດເລີຍ ທີ່ຈະໄດ້ຮັບຄະແນນສຽງພຽງພໍ ໃນຮອບທຳອິດ ເພື່ອຈະຫລີກເວັ້ນ ການ
ຕັດສິນຊີ້ຂາດ ໃນເດືອນມິຖຸນາ.

ຜູ້ຊະນະເລີດ ການເລືອກຕັ້ງປະທານາທິບໍດີ ຈະເຂົ້າມາຮັບຕຳແໜ່ງແທນທ່ານຮວນ
ແມນູແອລ ແຊນໂຕສ ຜູ້ທີ່ໄດ້ລົງນາມ ໃນຂໍ້ຕົກລົງ ປີ 2016 ກັບກຸ່ມ FARC ແລະໄດ້
ຮັບລາງວັນໂນແບລ ຂະແໜງສັນຕິພາບ ເພື່ອຍຸຕິິບັນຫາຂັດແຍ້ງທີ່ແກ່ຍາວມາໄດ້ 5
ສັດຕະວັດ ມາແລ້ວ. ທ່ານແຊນໂຕສ ຈະລົງຈາກຕຳແໜ່ງໃນເດືອນສິງຫາປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG