ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ໂຄລອມເບຍ ປ່ອຍໂຕປະກັນ ທ່າມກາງ ການໂຈະ ການເຈລະຈາ ສັນຕິພາບ


ໃນພາບຖ່າຍນີ້ ທີ່ເປີດເຜີຍ ໂດຍຫ້ອງການ ຂອງອົມບັສແມນ ຂອງ ໂຄລອມເບຍ (Colombia's Ombudsman's Office), ເຊິ່ງເຈົ້າໜ້າທີ່ຂອງ ອົງການກາແດງສາກົນ ທ່ານນຶ່ງ ກຳລັງໂອ້ລົມ ກັບໂຕປະກັນ 6 ຄົນ ທີ່ໄດ້ຖືກປ່ອຍໂຕ ໂດຍກຸ່ມກະບົດ ກອງທັບປົດປ່ອຍແຫ່ງຊາດ ຫຼື ELN, ໃນໝູ່ບ້ານ ໂຊໂຄ (Choco) ພະແນກເຂດຕາເວັນຕົກ ຂອງໂຄລອມເບຍ, ວັນທີ 12 ກັນຍາ 2018.
ໃນພາບຖ່າຍນີ້ ທີ່ເປີດເຜີຍ ໂດຍຫ້ອງການ ຂອງອົມບັສແມນ ຂອງ ໂຄລອມເບຍ (Colombia's Ombudsman's Office), ເຊິ່ງເຈົ້າໜ້າທີ່ຂອງ ອົງການກາແດງສາກົນ ທ່ານນຶ່ງ ກຳລັງໂອ້ລົມ ກັບໂຕປະກັນ 6 ຄົນ ທີ່ໄດ້ຖືກປ່ອຍໂຕ ໂດຍກຸ່ມກະບົດ ກອງທັບປົດປ່ອຍແຫ່ງຊາດ ຫຼື ELN, ໃນໝູ່ບ້ານ ໂຊໂຄ (Choco) ພະແນກເຂດຕາເວັນຕົກ ຂອງໂຄລອມເບຍ, ວັນທີ 12 ກັນຍາ 2018.

ກຸ່ມກະບົດສຸດທ້າຍຂອງໂຄລອມເບຍ ທີ່ຍັງຫລົງເຫຼືອຢູ່ນັ້ນ ກໍຄື ກຸ່ມ ELN ໄດ້ປ່ອຍໂຕ
ປະກັນ 6 ຄົນ ທີ່ຕົນໄດ້ລັກພາໂຕໄປ ເມື່ອເດືອນແລ້ວນີ້.

ພວກທີ່ຖືກຈັບເປັນໂຕປະກັນ ປະກອບມີ ເຈົ້າໜ້າທີ່ຕຳຫຼວດ 3 ຄົນ ທະຫານກອງທັບບົກ
ນຶ່ງຄົນ ແລະ ພະນັກງານສັນຍາຈ້າງ ທີ່ເປັນພົນລະເຮືອນ 2 ຄົນ ໄດ້ຖືກປ່ອຍໂຕ ໃນວັນ
ພະຫັດມື້ນີ້ ຢູ່ໃນເມືອງໂຊໂຄ (Choco) ທາງພາກຕາ ເວັນຕົກຂອງປະເທດ ໃຫ້ແກ່ຄະນະ
ປະຕິບັດພາລະກິດເພື່ອມະນຸດສະທຳ ທີ່ປະກອບດ້ວຍ ບັນດາສະມາຊິກ ຄະນະກຳມະ
ການ ນາໆຊາດ ຂອງອົງການສະພາ ກາແດງ ຫຼື Red Cross.

ປະທານາທິບໍດີ ອີວານ ດູເກ ໄດ້ໂຈະການເຈລະຈາສັນຕິພາບ ກັບ ກຸ່ມກະບົດ ELN
ບໍ່ດົນຫຼັງຈາກທີ່ໄດ້ເຂົ້າຮັບຕຳແໜ່ງ ເມື່ອເດືອນແລ້ວນີ້ ແລະໄດ້ຮຽກຮ້ອງໃຫ້ກຸ່ມດັ່ງກ່າວ
ຍຸຕິທຸກການເຄື່ອນໄຫວ ໃນການກໍ່ອາຊະຍາກຳຕ່າງໆ ລວມທັງ ການລັກພາໂຕ ແລະ
ໃຫ້ປ່ອຍໂຕປະກັນ ທັງໝົດ.

ທ່ານ ດູເກ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະຂຽນຂໍ້ຕົກລົງສັນຕິພາບຄືນໃໝ່ ທີ່ໄດ້ເຈລະຈາ
ຕົກລົງກັນ ໄປແລ້ວ ໂດຍປະທານາທິບໍດີ ຄົນກ່ອນ ຄື ທ່ານ ຮວນ ແມນນູແອລ ແຊນຕົສ
ທີ່ໄດ້ຍຸຕິສົງຄາມກາງເມືອງ ທີ່ແກ່ຍາວມາໄດ້ 5 ທົດ ສະວັດ ລະຫວ່າງ ລັດຖະບານ ແລະ
ກຸ່ມກະບົດຫລັກ ຄື ກຸ່ມກຳລັງປະກອບອາວຸດ ປະຕິວັດຂອງໂຄລອມເບຍ ທີ່ເອີ້ນຫຍໍ້ວ່າ
FARC ນັ້ນ. ສ່ວນກຸ່ມກະບົດ ELN ມີສະມາຊິກ 1,500 ຄົນ ໄດ້ປະຕິເສດ ທີ່ຈະລົງນາມ
ໃນສັນຍາສັນຕິພາບດັ່ງກ່າວ.

ພວກກະບົດຝ່າຍຊ້າຍ ໄດ້ເລີ້ມຕົ້ນການສູ້ລົບ ແບບສົງຄາມກອງໂຈນ ໃນປີ 1964
ເພື່ອໂຄ່ນລົ້ມ ລັດຖະບານຂອງໂຄລອມເບຍ ຫຼາຍຊຸດຜ່ານມາ. ປະຊາຊົນ ຫຼາຍກວ່າ
220,000 ຄົນ ໄດ້ຖືກຂ້າຕາຍ ແລະ ອີກຫຼາຍລ້ານຄົນ ຕ້ອງໄດ້ອົບພະຍົບຫຼົບໄພ.
ພວກກະບົດ ໄດ້ໃຊ້ການລັກລອບ ຄ້າຢາເສບຕິດ ແລະ ການລັກພາໂຕເພື່ອຮຽກຄ່າໄຖ່
ເພື່ອຫາເງິນມາເຮັດສົງຄາມຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG