ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂຄລົມເບຍ ຍືດເວລາ ຂໍ້ຕົກລົງການຢຸດຍິງ ກັບພວກກະບົດ


ນັກສຶກສາມະຫາວິທະຍາໄລ ຮ້ອງຄຳຂວັນໃນການສະໜັບສະໜູນສັນຕິພາບ ໃນນະຄອນຫຼວງ Bogota, ໂຄລົມເບຍ, 12 ຕຸລາ, 2016.
ນັກສຶກສາມະຫາວິທະຍາໄລ ຮ້ອງຄຳຂວັນໃນການສະໜັບສະໜູນສັນຕິພາບ ໃນນະຄອນຫຼວງ Bogota, ໂຄລົມເບຍ, 12 ຕຸລາ, 2016.

ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ໄດ້ກ່າວໃນວັນພະຫັດວານນີ້ ວ່າ ທ່ານໄດ້ເຫັນດີທີ່ຈະຍືດເວລາຂໍ້ຕົກລົງການຢຸດຍິງກັບກຸ່ມກະບົດທີ່ນິຍົມລັດທິມາກຊິສ ໃນປະເທດ ໃນຄວາມຫວັງຂອງການຟື້ນຟູຂໍ້ຕົກລົງສັນຕິພາບທີ່ໄດ້ລົ້ມແຫຼວນັ້ນ.

ຕົ້ນສະບັບຂອງຂໍ້ຕົກລົງການຢຸດຍິງລະຫວ່າງ ລັດຖະບານ ໂຄລົມເບຍ ແລະ ກອງກຳລັງ ປະຕິວັດຕິດອາວຸດຂອງ ໂຄລົມເບຍ ຫຼື FARC ແມ່ນມີກຳນົດທີ່ຈະໝົດອາຍຸໃນທ້າຍ ເດືອນຕຸລານີ້, ແຕ່ຕອນນີ້ຈະຖືກຍືດເວລາໄປເຖິງທ້າຍປີ.

ທ່ານ Santos ໄດ້ກ່າວໃນການກ່າວຄຳປາໄສອອກທາງໂທລະພາບວ່າ “ຂ້າພະເຈົ້າໄດ້ ທຳການຕັດສິນໃຈທີ່ຈະຍືດເວລາຂອງຂໍ້ຕົກລົງການຢຸດຍິງສອງຝ່າຍໄປຈົນຮອດວັນທີ 31 ເດືອນທັນວາ. ຂ້າພະເຈົ້າຈະເຮັດໃຫ້ກະຈ່າງແຈ້ງວ່າ: ນີ້ບໍ່ແມ່ນຄຳຂາດ ຫຼື ເສັ້ນ ຕາຍແຕ່ຢ່າງໃດ, ແຕ່ຂ້າພະເຈົ້າຫວັງວ່າ ຂັ້ນຕອນການໄດ້ຮັບຂໍ້ຕົກລົງໃໝ່ທັງໝົດຈະ ສຳເລັດລົງດ້ວຍດີກ່ອນໜ້ານັ້ນ.”

ການປະກາດກ່ຽວກັບ ການຂະຫຍາຍເວລາການຢຸດຍິງ ໄດ້ເກີດຂຶ້ນບໍ່ດົນຫຼັງຈາກທ່ານ Santos ໄດ້ພົບປະກັບພວກປະທ້ວງຜູ້ທີ່ໄດ້ປະທ້ວງໃນນະຄອນຫຼວງ Bogota ຮຽກຮ້ອງ ໃຫ້ລັດຖະບານດຳເນີນໜ້າກັບຂໍ້ຕົກລົງສັນຕິພາບ ແມ່ນກະທັ້ງທີ່ມັນໄດ້ຖືກປະຕິເສດ ໂດຍບັນດາຜູ້ລົງຄະແນນສຽງກໍຕາມ.

ພວກຜູ້ລົງຄະແນນສຽງໄດ້ປະຕິເສດຂໍ້ຕົກລົງຢ່າງຫວຸດຫວິດ ດ້ວຍການຊະນະດ້ວຍຄະ ແນນ 50.2 ເປີເຊັນ ຫຼື ໂດຍຈຳນວນຂອງຄະແນນສຽງພຽງ 54,000 ຄະແນນ. ຜົນທີ່ອອກ ມາໄດ້ເຮັດໃຫ້ບັນດາຜູ້ນຳ ໂຄລົມເບຍ ຕົກໃຈ ໃນຂະນະທີ່ການຢັ່ງຫາງສຽງສາທາລະນະ ທີ່ນຳໄປສູ່ການລົງຄະແນນສຽງນັ້ນ ໄດ້ຄາດຄະເນວ່າການລົງປະຊາມະຕິຈະໄດ້ຮັບການ ອະນຸມັດໂດຍຄະແນນ 2 ຫາ 1 ຕົວເລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Colombia Peace Santos
please wait
Embed

No media source currently available

0:00 0:01:50 0:00

XS
SM
MD
LG