ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ໂຄລອມເບຍ ພະຍາຍາມ ຟື້ນຟູ ຂໍ້ຕົກລົງສັນຕິພາບ ຫຼັງການລົງປະຊາມະຕິ

ບັນດານັກສຶກສາ ມະຫາວິທະຍາໄລ ແລະ ບັນດາຜູ້ສະໜັບສະໜູນ ຂໍ້ຕົກລົງສັນຕິພາບ ທີ່ໄດ້ລົງນາມ ລະຫວ່າງ ລັດຖະບານ ແລະ ກອງກຳລັງ ປະຕິວັດປະກອບອາວຸດແຫ່ງໂຄລອມເບຍ ຫຼື FARC ພາກັນປະທ້ວງ ໃນລະຫວ່າງ ການໂຮມຊຸມນຸມ ຢູ່ດ້ານໜ້າ ລັດຖະສະພາ ໃນນະຄອນຫຼວງ Bogota, Colombia, ວັນທີ 3 ຕຸລາ 2016.

ບັນດາເຈົ້າໜ້າທີ່ຂອງໂຄລອມເບຍ ໄດ້ພົບປະກັບ ຄະນະຜູ້ຕາງໜ້າ ຈາກກອງກຳລັງ ປະຕິວັດປະກອບອາວຸດແຫ່ງໂຄລອມເບຍ ຫຼື FARC ທີ່​ປະ​ເທດ​ຄິວ​ບາໃນວັນອັງຄານ ວານນີ້ ເພື່ອ​ເຈລະຈາ​ຫາ​ທາງກອບ​ກູ້ ຂໍ້ຕົກລົງສັນຕິພາບ ແຕ່ຍັງບໍ່ທັນຈະແຈ້ງ​ເທື່ອວ່າ ພວກກະບົດມີ​ຄວາມ ​ເຕັມ​ໃຈຊ່ຳໃດ ທີ່ຈະກັບຄືນໄປສູ່​ໂຕະເຈລະຈາອີກ.

ນອກເໜືອ​ໄປຈາກ ການເຈລະຈາຄືນ​ໃໝ່ກັບພວກກະບົດແລ້ວປະທາ ນາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ຈະພົບປະກັບ ອະດີດປະທານາທິບໍດີ ທ່ານ Alvaro Uribe ຜູ້ນຳພາການຄັດ ຄ້ານຕໍ່ຂໍ້​ຕົກລົງສັນຕິພາບ ກັບ ກຸ່ມ FARC. ທ່ານ Uribe ໄດ້ບອກ ຕໍ່ສະຖານີວິທະຍຸຂອງໂຄລອມເບຍ ວ່າ ທ່ານຍິນດີທີ່ຈະສະໜອງຂໍ້​ຄິດ ເຫັນຕໍ່ແນວທາງໄປສູ່ສັນຕິພາບກັບກຸ່ມກະບົດ FARC ແລະ ການສິ້ນສຸດລົງ​ຂອງສົງຄາມ ທີ່ຍາວນານເຖິງ 52 ປີ ​ໃນປະເທດດັ່ງກ່າວ.

ຜູ້ສະໜັບສະໜູນ ຂໍ້ຕົກລົງສັນຕິພາບ ລະຫວ່າງ ລັດຖະບານ ໂຄລອມເບຍ ແລະ ກຸ່ມ Revolutionary Armed Forces of Colombia ໂບກທຸງ ໃນລະຫວ່າງ ການໂໍຮມຊຸມນຸມ ຢູ່ດ້ານໜ້າ ລັດຖະສະພາ ໃນນະຄອນຫຼວງ Bogota ຂອງໂຄລອມເບຍ, ວັນທີ 3 ຕຸລາ 2016.

ບັນດາຜູ້ລົງຄະແນນສຽງ ໄດ້ປະຕິເສດຕໍ່ຂໍ້ຕົກລົງດັ່ງກ່າວດ້ວຍ​ຄະ​ແນນ ສຽງຢ່າງຫວຸດ ຫວິດ 50.2 ຕໍ່ 49.7 ເປີເຊັນ ຫຼືພຽງ​ແຕ່ 54,000 ສຽງເທົ່ານັ້ນ.

ການຢັ່ງຫາງສຽງ ກ່ອນໜ້າການລົງຄະແນນສຽງໃນວັນອາທິດ ຜ່ານມາ ໄດ້ທຳນາຍວ່າ ການລົງປະຊາມະຕິ ຈະມີ​ການ​ຮັບຮ​ອງ​ເອົາດ້ວຍຄະ​ແນນສຽງ 2 ຕໍ່ 1.

ປະທານາທິບໍດີ Santos ໄດ້ກ່າວວ່າ ທ່ານຈະຕໍ່ອາຍຸຂໍ້​ຕົກລົງຢຸດຍິງ ທີ່ໄດ້ບັນລຸກັບ ພວກກະບົດ ອອກໄປຮອດ ວັນທີ 31 ເດືອນຕຸລາ ໃນຄວາມພະຍາຍາມ ທີ່ຈະອຳນວນ ຄວາມສະດວກ​ໃຫ້​ແກ່ການເຈລະຈາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG