ທ່ານ Juan Manuel Santos ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງປະທານາທິບໍດີຮອບຕັດສິນຊີ້ຂາດຂອງໂຄລຳເບຍ
ຊຶ່ງທ່ານຈະໄດ້ສືບທອດອຳນາດຕໍ່ປະທານາທິບໍດີ Alvaro Uribe ທີ່ຈະພົ້ນຈາກຕຳແໜ່ງໄປ ຫລັງຈາກໄດ້ດຳລົງຕຳແໜ່ງມາ 2 ສະໄໝ.
ທ່ານ Santos ຊຶ່ງເປັນອະດີດລັດຖະມຸນຕີປ້ອງກັນປະເທດ ໄດ້ໃຫ້ຄຳ ໝັ້ນສັນຍາວ່າ ຈະສືບຕໍ່ວຽກງານຂອງທ່ານ Uribe ໃນ
ການຕໍ່ຕ້ານ ການລັກລອບຄ້າຢາເສບຕິດທີ່ຜິດກົດໝາຍ ແລະຕໍ່ສູ້ກັບພວກກະບົດຝ່າຍຊ້າຍນັ້ນ.
ປະທານາທິບໍດີທ່ີຖືກເລືອກຕັ້ງໃໝ່ ທີ່ສະໝັກເລືອກຕັ້ງໃນນາມພັກສາມັກຄີຊາດ ໄດ້ຮັບສຽງສະໝັບສະໝຸນ 69 ເປີເຊັນຂອງຄະແນນສຽງ
ເລືອກຕັ້ງທັງໝົດ ສົມທຽບກັບ ບໍ່ຮອດ 28 ເປີເຊັນຂອງຄູ່ແຂ່ງ ຄືທ່ານ Antanas Mockus ຊຶ່ງເປັນອະດີດເຈົ້າຄອງກຳແພງ
ນະຄອນ ຫລວງ Bogota ແລະຜູ້ສະໝັກຈາກພັກ Green Party.
ພ້ອມດຽວກັນ ຕຳຫລວດກ່າວວ່າ ຄວາມຮຸນແຮງທີ່ເກີດຂຶ້ນໃນມື້ເລືອກ ຕັ້ງວັນອາທິດວານນີ້ ໄດ້ເຮັດໃຫ້ເຈົ້າໜ້າທ່ີຕຳຫລວດ
ຢ່າງນ້ອຍ 7 ຄົນ ເສຍຊີວິດ ເວລາລະເບີດແຄມທາງລູກນຶ່ງແຕກຂຶ້ນໃກ້ໆກັບໜ່ວຍລາດຕາເວັນ ໃນພາກຕາເວັນອອກສຽງເໜືອ
ຂອງປະເທດ ແລະທະຫານ 3 ຄົນໄດ້ເສຍຊີວິດໄປໃນການຕໍ່ສູ້ກັບພວກກອງໂຈນ.