ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເວເນຊູເອລາ ຕັດສຳພັນ ກັບໂຄລອມເບຍ


ປະທານາທິບໍດີ ເວເນຊູເອລາ ທ່ານ Hugo Chavez ໃນລະຫວ່າງ ການຮຽນຈົບ ຂອງ ສະຖາບັນ ຕຳຫຼວດແຫ່ງຊາດ (22 ກໍລະກົດ 2010)
ປະທານາທິບໍດີ ເວເນຊູເອລາ ທ່ານ Hugo Chavez ໃນລະຫວ່າງ ການຮຽນຈົບ ຂອງ ສະຖາບັນ ຕຳຫຼວດແຫ່ງຊາດ (22 ກໍລະກົດ 2010)

ປະທານາທິບໍດີ ເວເນຊູເອລາ ທ່ານ HUGO CHAVEZ ໄດ້ຕັດຄວາມສຳພັນ ທາງດ້ານການທູດ ກັບໂຄລອມເບຍ ທີ່ເປັນເພື່ອນບ້ານ ຫຼັງຈາກ ໂບໂກຕ້າໄດ້ກ່າວຫາປະເທດ ຂອງທ່ານວ່າ ໃຫ້ບ່ອນຫຼົບລີ້ ແກ່ພວກກອງໂຈນ ຝ່າຍຊ້າຍ.

ປະທານາທິບໍດີ CHAVEZ ໄດ້ປະກາດ ທາງໂທລະພາບ ແຫ່ງຊາດ ໃນວັນພະຫັດ ວານນີ້ ໂດຍເວົ້າວ່າ ທ່ານໄດ້ຖືກ ບັງຄັບ ໃຫ້ຕັດຂາດ ທຸກຄວາມສຳພັນ ຍ້ອນໂຄລອມເບຍ ກ່າວອ້າງວ່າ ທ່ານບໍ່ໄດ້ ດຳເນີນການຫຍັງ ຕໍ່ພວກກະບົດ ທີ່ມີການ ກ່າວຫາວ່າ ພາກັນຫຼົບລີ້ ຢູ່ໃນດິນແດນ ຂອງເວເນຊູເອລານັ້ນ. ທ່ານ CHAVEZ ເວົ້າວ່າ ທ່ານໄດ້ມີຄຳສັ່ງ ໃຫ້ກອງທັບ ເວເນຊູເອລາ ຢູ່ໃນຂັ້ນກຽມພ້ອມ ສູງສຸດ ໃນບໍລິເວນຊາຍແດນ ທີ່ຕິດກັບ ໂຄລອມເບຍ.

ປະທານາທິບໍດີ CHAVEZ ໄດ້ຕັດຄວາມສຳພັນ ທາງດ້ານການທູດ ຫຼັງຈາກ ໂຄລອມເບຍ ໄດ້ຍື່ນຄຳຮ້ອງຮຽນ ຕໍ່ສະພາຖາວອນ ຂອງອົງການ ບັນດາປະເທດ ໃນອະເມຣິກາ ຫຼື OAS ທີ່ກຸງວໍຊິງຕັນ ເພື່ອນຳສະເໜີ ຮູບພາບ ແຜນທີ່ ການປະສານງານ ແລະຮູບວີດີໂອ ທີ່ໂຄລອມເບຍ ເວົ້າວ່າ ໄດ້ສະແດງ ໃຫ້ເຫັນວ່າ ພວກກະບົດຝ່າຍຊ້າຍ 1,500 ຄົນ ຫຼົບລີ້ຢູ່ໃນ ເວເນຊູເອລາ.

ເອກອັກຄະລັດຖະທູດ ຂອງໂຄລອມເບຍ ປະຈຳ ອົງການ OAS ທ່ານ LUIS ALFONSO HOYOS ກ່າວວ່າ ເອກກະສານເຫຼົ່ານີ້ ໄດ້ສະແດງໃຫ້ເຫັນ ໃນອັນທີ່ທ່ານ ເອີ້ນວ່າ ການມີໜ້າ ທີ່ໝັ້ນຄົງ ເຂັ້ມແຂງ ແລະເພີ້ມຂຶ້ນ ເລື້ອຍໆ ຂອງກຸ່ມ ກໍ່ການຮ້າຍ ໃນເວເນຊູເອລາ.

ທ່ານ HOYOS ກ່າວວ່າ ເວເນຊູເອລາ ບໍ່ໄດ້ໂຈມຕີ ພວກະບົດເຫຼົ່ານີ້ ດັ່ງທີ່ຄວນຈະເປັນ. ທ່ານໄດ້ທ້າ ພວກເຈົ້າໜ້າທີ່ ເວເນຊູເອລາ ໃຫ້ອະນຸຍາດ ຄະນະສັງເກດການ ອິດສະຫຼະ ເຂົ້າໄປກວດກາເບິ່ງ ສະຖານທີ່ຕ່າງໆ ບ່ອນທີ່ທ່່ານກ່າວວ່າ ມີພວກກະບົດ ໂຄລອມເບຍ ຫຼົບລີ້ຢູ່ນັ້ນ.

ເອກອັກຄະລັດຖະທູດ ຂອງເວເນຊູເອລາ ປະຈຳອົງການ OAS ທ່ານ ROY CHADERTON ກ່າວວ່າ ເອກກະສານ ທີ່ທ່ານ HOYOS ນຳສະເໜີນັ້ນ ບໍ່ໄດ້ມີຫຼັກຖານ ທີ່ໜັກແໜ້ນໃດໆ ສະແດງ ໃຫ້ເຫັນວ່າ ມີພວກກອງໂຈນ ຫຼົບລີ້ຢູ່ໃນ ເວເນຊູເອລາ.

ຕໍ່ມາ ລັດຖະມົນຕີ ການຕ່າງປະເທດ ເວເນຊູເອລາ ທ່ານ NICOLAS MADURO ປະກາດວ່າ ລັດຖະບານ ຂອງທ່ານ CHAVEZ ໄດ້ສັ່ງໃຫ້ອັດ ສະຖານທູດຂອງຕົນ ທີ່ນະຄອນຫຼວງ ໂບໂກຕ້າ ແລະໃຫ້ເວລາ ແກ່ພວກນັກການທູດ ໂຄລອມເບຍ ໃນເວເນຊູເອລາ 72 ຊົ່ວໂມງ ເພື່ອເດີນທາງ ອອກຈາກປະເທດ ດັ່ງກ່າວ.

XS
SM
MD
LG