ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໂຄລໍາເບຍ ກ່າວຫາ ເວເນຊູເອລາ


ເຮືອບິນເຮຣີຄອບເຕີ້ທະຫານ ຂອງໂຄລອມເບຍ
ເຮືອບິນເຮຣີຄອບເຕີ້ທະຫານ ຂອງໂຄລອມເບຍ

ໂຄລໍາເບຍ ຮຽກຮ້ອງໄປຍັງ ອົງການຂອງບັນດາປະເທດໃນ ທະວີບອະເມຣິກາ ໃຫ້ເປີດ ກອງປະຊຸມ ສະພາຖາວອນ ເພື່ອແກ້ໄຂ ການກ່າວຫາ ຂອງໂຄລໍາເບຍ ທີ່ວ່າ ພວກກະບົດຝ່າຍຊ້າຍ ໄດ້ເຂົ້າໄປຫຼົບລີ້ ຢູ່ໃນປະເທດເພື່ອນບ້ານເວເນຊູເອລາ.

ເຈົ້າໜ້າທີ່ ໂຄລໍາເບຍ ໄດ້ທຳການຮ້ອງຮຽນ ໃນມື້ວັນສຸກວານນີ້ ຫຼັງຈາກ ເວເນຊູເອລາ ຮຽກໂຕ ເອກອັກຄະລັດຖະທູດ ຂອງຕົນ ປະຈຳໂບໂກຕ້າ ກັບຄືນປະເທດ ເພື່ອເປັນການ ປະທ້ວງ ຕໍ່ການກ່າວຫາ ທີ່ວ່ານີ້.

ໃນການປະຕິເສດ ຕໍ່ການກ່າວອ້າງ ຂອງໂບໂກຕ້ານັ້ນ ກະຊວງການຕ່າງປະເທດ ເວເນຊູ ເອລາ ເອີ້ນການກ່າວຫາ ນີ້ວ່າ ເປັນຄວາມພະຍາຍາມ ອັນໃໝ່ ຂອງປະທານາທິບໍດີ ໂຄລໍາເບຍ ທ່ານ ALVARO URIBE ທີ່ຈະທຳລາຍ ຄວາມສຳພັນ ລະຫວ່າງ ປະເທດທັງສອງ. ກະຊວງຕ່າງປະເທດ ເວເນຊູເອລາ ໄດ້ກ່າວຫາ ໂຄລໍາເບຍວ່າ ຕົວະລ່າຍ ຮຸກຮານ ແລະບໍ່ນັບຖື ເວເນຊູເອລາ ແລະເວົ້າຕື່ມວ່າ ເວເນຊູເອລາ ຈະດຳເນີນ ມາຕະການ ແບບໜັກແໜ້ນ ທັງທາງດ້ານ ການເມືອງ ແລະທາງດ້ານ ການທູດ ຖ້າສະຖານະການ ຫາກຍັງດຳເນີນ ຢູ່ຕໍ່ໄປ.

ທຳນຽບ ຂອງປະທານາທິບໍດີ URIBE ກ່າວໃນມື້ວັນພະຫັດ ຜ່ານມານີ້ວ່າ ຕົນມີຫຼັກຖານ ທີ່ວ່າ ຜູ້ນຳ 4 ຄົນ ຂອງກຸ່ມກຳລັງ ປະຕິວັດ ປະກອບອາວຸດ ຂອງໂຄລໍາເບຍ ທີ່ເອີ້ນ ຫຍໍ້ ເປັນພາສາອັງກິດວ່າ FARC ນັ້ນ ແລະຜູ້ນຳ ອີກຄົນນຶ່ງ ຂອງກຸ່ມ ກອງທັບປົດປ່ອຍ ແຫ່ງຊາດ ຢູ່ໃນປະເທດ ເວເນຊູເອລາ. ຜູ້ນຳຂອງກຸ່ມ FARC ນາຍ IVAN MARQUEZ ແມ່ນຮວມຢູ່ໃນ ລາຍຊື່ ທີ່ກ່າວມານັ້ນ.

XS
SM
MD
LG