ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ເວເນຊູເອລາກັບໂຄລໍາເບຍ ຮື້ຟື້ນ​ສາຍ​ພົວພັນລະຫວ່າງກັນ


ທ່ານ Hugo Chavez ພົບປະກັບທ່ານ Juan Manuel Santos ພົບປະກັນ ໃນວັນອັງຄານວານນີ້, ທີ 10 ສິງຫາ 2010

ປະທານາທິບໍດີໂຄລໍາເບຍ ທ່ານ JUAN MANUEL
SANTOS ແລະປະທານາທິບໍດີເວເນຊູເອລາ ທ່ານ
HUGO CHAVEZ ໄດ້ຟື້ນຟູຄວາມສຳພັນທາງດ້ານການ
ທູດລະຫວ່າງປະເທດທັງສອງທີ່ໄດ້ຖືກຕັດຂາດໃນເດືອນ
ແລ້ວ ໂດຍຝ່າຍ​ເວ​ເນ​ຊູ​ເອລາ ຍ້ອນບັນຫາຂັດແຍ້ງກ່ຽວ​
ກັບການກ່າວຫາເວເນຊູເອລາວ່າໃຫ້ການສະໜັບສະໜຸນ
ຕໍ່ພວກກະບົດຝ່າຍຊ້າຍຂອງໂຄລໍາເບຍ.

ພວກຜູ້ນຳຂອງປະເທດທັງສອງໄດ້ປະກາດຂ່າວ​ການ​ຟື້ນ​ຟູ​ສາຍ​ພົວພັນ​ກັນນີ້ໃນຕອນແລງຂອງວັນອັງຄານວານນີ້ ຫຼັງຈາກໄດ້ເຈລະຈາຫາລືກັນຢູ່ທີ່​ປາສາດເກົ່າສະໄໝອານານິຄົມແຫ່ງນຶ່ງທີ່ເມືອງ SANTA MARTA ຊຶ່ງເປັນຫົວເມືອງ ແຄມທະເລຂອງໂຄລໍາເບຍ ບ່ອນທີ່ທ່ານ SIMON BOLI-
VAR ວິລະຊົນໃນການຕໍ່ສູ້ເພື່ອເອກກະລາດໃນສັດຕະວັດທີ 19 ໄດ້ເສຍຊີວິດ.

ຄວາມເຄັ່ງຕຶງຢູ່ຕາມບໍລິເວນຊາຍແດນຂອງປະເທດທັງສອງໄດ້ເພີ້ມທະວີຂຶ້ນມາໄດ້ນຶ່ງ
ປີກວ່າໆແລ້ວ ຂະນະທີ່ທ່ານ CHAVEZ ຜູ້ຊຶ່ງນັບຖືທ່ານ BOLIVAR ວ່າເປັນຜູ້ກະຕຸກ
ຊຸກຍູ້ຂະບວນການສັງຄົມນິຍົມຂອງທ່ານນັ້ນໄດ້ດຳ ເນີນການໃນອັນທີ່ໂຄລໍາເບຍ
ເອີ້ນວ່າ ການຫ້າມຄ້າຂາຍກັບໂຄລໍາເບຍນັ້ນກ່ອນຕັດຄວາມສຳພັນຢ່າງສິ້ນເຊີງໃນ
ເດືອນແລ້ວນີ້.

ທ່ານ SANTOS ເຂົ້າຮັບຕໍາ​ແໜ່​ງປະທານາທິບໍດີ​ໂຄ​ລໍາ​ເບຍໃນເດືອນແລ້ວ. ທ່ານເວົ້າ
ວ່າ ຜູ້ນຳທັງສອງໄດ້ດຳເນີນບາດກ້າວອັນໃຫຍ່ຫຼວງໃນການຟື້ນຟູຄວາມເຊື່ອໝັ້ນຊຶ່ງກັນ
ແລະກັນ.

XS
SM
MD
LG