ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 6 ຄົນ ເສຍຊີວິດ ຫຼັງຈາກ ເຮືອ ນຳທ່ຽວ ພິກຂວ້ຳ ໃນປະເທດ ໂຄລົມເບຍ


Colombia Boat
please wait
Embed

No media source currently available

0:00 0:01:41 0:00

ບັນດາເຈົ້າໜ້າທີ່ ໂຄລົມເບຍ ກ່າວວ່າ ປະຊາຊົນຢ່າງໜ້ອຍ 6 ຄົນ ໄດ້ເສຍຊີວິດ
ແລະ 31 ຄົນ ຫາຍສາບສູນ ຫຼັງຈາກເຮືອ 4 ຊັ້ນພ້ອມ ດ້ວຍຜູ້ໂດຍສານ 170 ຄົນ
ໄດ້ພິກຂວໍ້າ ຢູ່ອ່າງເກັບນໍ້າ Penol-Gatape, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ
ຄວາມນິຍົມ ໃກ້ກັບເມືອງ Medellin ໃນວັນອາທິດວານນີ້.

ໃນການໂອ້ລົມກັບບັນດານັກຂ່າວຢູ່ອ່າງເກັບນໍ້າແຫ່ງດັ່ງກ່າວ, ຫົວໜ້າຂອງໜ່ວຍ
ກອບກູ້ໄພພິບັດ ສຳລັບແຂວງ Antioquia, ທ່ານນາງ Margarita Moncada ກ່າວ
ວ່າ ປະຊາຊົນ 99 ຄົນ ໄດ້ຖືກຊ່ວຍເຫຼືອ ແລະ ອີກ 40 ຄົນ ສາມາດລອຍນໍ້າໄປສູ່
ບ່ອນປອດໄພໄດ້ ດ້ວຍຕົນເອງ.

ເຮືອ ແລະ ແຈັດສກີິ ໄດ້ຮີບເລັ່ງເຂົ້າໄປໃນຈຸດເກີດເຫດ, ແລະ ດຶງເອົາຜູ້ຄົນອອກມາ
ຈາກເຮືອທີ່ກຳລັງຈົມນໍ້າຢູ່.

ກຸ່ມນັກກູ້ໄພ ລວມມີ ນັກບິນກອງທັບອາກາດ ແລະ ນັກດັບເພີງ ໄດ້ ຊອກຫາຜູ້ລອດ
ຊີວິດຢູ່ໃນອ່າງເກັບນໍ້າ, ບ່ອນທີ່ເຮືອຂ້າມຟາກ Almairante ໄດ້ຫຼົ້ມນັ້ນ.

ໃນການເດີນທາງໄປຈຸດເກີດອຸບັດຕິເຫດ, ປະທານາທິບໍດີ Juan Manuel Santos
ໄດ້ກ່າວວ່າ ເຮືອລຳດັ່ງກ່າວບໍ່ໄດ້ບັນຈຸຜູ້ໂດຍ ສານເກີນຈຳນວນ.

ສາເຫດຂອງອຸບັດຕິເຫດແມ່ນບໍ່ຊັດເຈນ. ຜູ້ລອດຊີວິດບາງຄົນໄດ້ ກ່າວວ່າ ພວກເຂົາ
ເຈົ້າ ໄດ້ຍິນສຽງດັງ ກ່ອນເຮືອເລີ່ມຈົມລົງນໍ້າ.

ວັນຈັນມື້ນີ້ແມ່ນວັນພັກໃນປະເທດ ໂຄລົມເບຍ, ດັ່ງນັ້ນ ອ່າງເກັບນໍ້າ ແລະ ເມືອງທີ່ຢູ່
ໃກ້ຄຽງ ຈຶ່ງແມ່ນມີຜູ້ຄົນໜາແໜ້ນ ຫຼາຍກວ່າປົກກະຕິ.

Tourist Boat Sinks in Colombia
please wait

No media source currently available

0:00 0:02:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG