ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ໂຄລອມ​ເບຍ ໂຈະ ການ​ເຈລະຈາ​ສັນຕິ​ພາບ ກັບ ພວກກະບົດ FARC


ປະທານາທິບໍດີ ​ໂຄລອມ​ເບຍ ທ່ານ Juan Manuel Santos (ກາງ) ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ ນະຄອນຫລງ ໂບໂກຕ້າ, ວັນທີ 16 ພະຈິກ 2014.
ປະທານາທິບໍດີ ​ໂຄລອມ​ເບຍ ທ່ານ Juan Manuel Santos (ກາງ) ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ ນະຄອນຫລງ ໂບໂກຕ້າ, ວັນທີ 16 ພະຈິກ 2014.

ປະທານາທິບໍດີ ​ໂຄລອມ​ເບຍ ທ່ານ Juan Manuel Santos ​
ໄດ້ໂຈະ ການ​ເຈລະຈາ​ສັນຕິ​ພາບ ກັບ ກຸ່ມ​ກະບົດ​ທີ່​ໃຫຍ່​ທີ​ສຸດ
​ຂອງ​ປະ​ເທດ ຫຼັງຈາກ ນາຍ​ພົນ​ຄົນ​ນຶ່ງ ​ແລະ ອີກ​ສອງ​ຄົນ ​ໄດ້​ຖືກ
ລັກ​ພາໂຕໄປ ໃນ​ວັນ​ອາທິດ​ວານ​ນີ້.

ນາຍ​ພົນ Ruben Alzate ​ໄດ້​ຖືກ​ຈັບ​ໂຕ ຫຼັງຈາກ​ທີ່​ເດີນທາງ​ໄປ
​ເຖິງ​ເຂດ​ຫ່າງ​ໄກ​ສອກຫລີກ ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ
ດ້ວຍ​ເຮືອລຳ​ນຶ່ງ ​ເພື່ອ​ໄປ​ກວດ​ສອບ ​ໂຄງການ​ພະລັງງານ ​ຂອງ
ພົນລະ​ເຮືອນ. ​ເຈົ້າໜ້າ​ທີ່​ທະຫານຄົນ​ນຶ່ງ ​ແລະ ທະນາຍຄວາມ
​ພົນ​ລະ​ເຮືອນອີກ​ຄົນ​ນຶ່ງ ກໍ​ໄດ້ຖືກລັກ​ເອົາ​ໂຕ​ໄປ​ເຊັ່ນ​ກັນ. ນາຍ
​ທະຫານ​ຄົນ​ນຶ່ງ​ຜູ້​ທີ່​ຂັບ​ເຮືອ ສາມາດ​ຫລົບ​ໜີ​ໄປ​ໄດ້ ແລະ ​ໄດ້​ແຈ້ງ
​ໃຫ້​ ​ບັນດາ​ເຈົ້າໜ້າ​ທີ່​ ຊາບ.

​ມີ​ລາຍ​ງານ​ວ່າ ນາຍ​ພົນ​ດັ່ງກ່າວ ​ໄດ້ລະ​ເມີດ​ກົດ​ລະບຽບ ​ໃນ​ການ​ເດີນທາງ​ໄປໃນບໍລິ​ເວນ
ເຂດຂອງ​ພົນລະ​ເຮືອນດັ່ງກ່າວ ​ແລະ ​ໂດຍ​ບໍ່​ມີ​ກຳລັງ​ປ້ອງ​ກັນສ່ວນ​ໂຕ ຕິດຕາມ​ໄປດ້ວຍ.

​ເຈົ້າໜ້າ​ທີ່​ເຈລະຈາ ສຳ​ຫລັບ​ ລັດຖະບານ​ໂຄ​ລອມ​ເບຍ ​ພວມ​ກຽມພ້ອມ ​ທີ່​ຈະ​ບິນ​ໄປ​ຍັງ ນະຄອນຫລວງ ຮາ​ວາ​ນາ ປະ​ເທດ​ຄິວ​ບາ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ຈະ​ເຂົ້າຮ່ວມ​ໃນ​ການ​ເຈລະຈາ​ຮອບໃໝ່ ກັບ ບັນດາສະມາຊິກ ຂອງ ກອງ​ກຳລັງ​ປະຕິວັດ​ໂຄ​ລອມ​ເບຍ ຫຼື FARC ​ແຕ່ ທ່ານ Santos ​ໄດ້​ຍົກ​ເລີກ​ການ​ເດີນທາງນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ​ມີ​ການ​ລັກ​ພາໂຕ​ໄປນັ້ນ. ການ​ເຈລະຈາ ອັນ​ຍືດ​ເຍື້ອນີ້ ​ແມ່ນ​ຍັງເປັນໄປຢູ່ຈົນ​ຮອດ 2 ປີ​ແລ້​ວ.

ທ່ານ Santos ກ່າວ​ວ່າ ​ໄດ້​ສົ່ງ​ກອງ​ທະຫານ ເຂົ້າໄປໃນ​ບໍລິ​ເວນ​ດັ່ງກ່າວ​ເພື່ອ​ຄົ້ນຫາ​ພວກ​ໂຕ​ປະກັນ ​ແລະ ທ່ານ​ໄດ້​ຕິດ​ຕໍ່​ຫາ ສະພາ​ກາ​ແດງ​ສາ​ກົນ ໃຫ້​ຊ່ອຍ​ເຫຼືອ​ໃນ​ການ​ເຈລະຈາ​ເພື່ອ​ການ​ປົດປ່ອຍພວກ​ໂຕ​ປະກັນນັ້ນ.

XS
SM
MD
LG