ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ອາລັກຂາ ປະທານາທິບໍດີໂອບາມາ ຖືກສົ່ງກັບຄືນປະເທດ ຍ້ອນປະພຶດຜິດວິໄນ


ເຄື່ອງໝາຍຂອງພະ​ແນ​ກອາລັກຂາ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງສະຫະລັດ
ເຄື່ອງໝາຍຂອງພະ​ແນ​ກອາລັກຂາ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງສະຫະລັດ

ພະ​ແນ​ກອາລັກຂາເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງສະຫະລັດເວົ້າວ່າ ພະນັກຂອງຕົນ 11 ຄົນທີ່
ຖືກສົ່ງໄປຍັງໂຄລໍາເບຍ ລ່ວງ​ໜ້າການຢ້ຽມຢາມຂອງປະທານ​າທິບໍດີ ບາຣັກ ​ໂອ​ບາ​ມາ
ໄດ້ຖືກ​ສົ່ງກັບຄືນປະເທດ ແລະຖືກສັ່ງໃຫ້ພັກການ ໃນຂະນະທີ່ມີ​ການສອບສວນໃນ
ຂໍ້ຫາປະພຶດຜິດວິໃນ ທີ່ກ່ຽວຂ້ອງກັບສາວໂສເພນີ.

ໃນວັນເສົາວານນີ້​ເຊ່ນ​ກັນ ກອງທັບສະຫະລັດປະກາດວ່າ ພະນັກງານທະຫານ 5 ຄົນ ທີ່ຖືກມອບໝາຍໃຫ້ໄປຊ່ວຍພະ​ແນ​ກອາລັກຂາ​ປະທານາທິບໍດີ ໃນການປະຕິບັດໜ້າ
ທີ່ນັ້ນ ກໍໄດ້ຖືກ “ກັກຂັງຢູ່ໃນຖານທັບ” ຢູ່ໂຄລໍາເບຍນັ້ນ.

ໂຄສົກປະຈໍາທໍານຽບຂາວ ທ່ານ Jay Carney ເວົ້າວ່າ ເຫດການທີ່ເກີດຂຶ້ນກ່ຽວ​ກັບ
ພະນັກງານທະຫານ ແມ່ນມາ​ຈາກກໍລະນີດຽວກັນກັບເລື້ອງທີ່ກ່ຽວຂ້ອງ ກັບພວກ​ເຈົ້າ​
ໜ້າ​ທີ່​ຄຸ້ມ​ຄອງ​ປະທານາທິບໍດີ.

ກ່າວ​ກັນ​ວ່າ ການປະພຶດຜິດວິ​ໄນທີ່ຖືກກ່າວຫານີ້ ໄດ້ເກີດຂຶ້ນກ່ອນໜ້າທີ່ທ່ານ ໂອບາ
ມາ ຈະໄປເຖິງເມືອງຕາກອາກາດ Cartagena ໃນມື້ວັນສຸກ.

ໂຄສົກ Carney ກ່າວອີກວ່າ ທ່ານປະທານາທິບໍດີ ມີຄວາມໝັ້ນໃຈ​ໃນຜູ້ອາລັກຂາທ່ານ ແລະເຫດການທີ່ເກີດຂຶ້ນນັ້ນ ບໍ່ໄດ້ມີຜົນກະທົບຕໍ່ຄວາມປອດໄພຂອງປະທານາທິບໍດີ
ແຕ່ຢ່າງໃດ.

XS
SM
MD
LG