ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ແຊນໂຕສ ກ່າວວ່າ ບໍ່ມີຜູ້ນຳປະເທດລາຕິນຜູ້ໃດ ຈະຍອມຮັບ ການໃຊ້ກຳລັງທະຫານ ໃນເວເນຊູເອລາ


ປະທານາທິບໍດີ ຂອງໂຄລອມເບຍ ທ່ານ Juan Manuel Santos, ຊ້າຍ, ໂອ້ລົມກັບສື່ມວນຊົນ ໃນຂະນະທີ່ ຮອງ
ປະທານາທິບໍດີ ສະຫະລັດ ທ່ານ Mike Pence ຮັບຟັງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນ Cartagena, ປະເທດ
ໂຄລອມເບຍ, ວັນທີ 13 ສິງຫາ 2017.
ປະທານາທິບໍດີ ຂອງໂຄລອມເບຍ ທ່ານ Juan Manuel Santos, ຊ້າຍ, ໂອ້ລົມກັບສື່ມວນຊົນ ໃນຂະນະທີ່ ຮອງ ປະທານາທິບໍດີ ສະຫະລັດ ທ່ານ Mike Pence ຮັບຟັງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນ Cartagena, ປະເທດ ໂຄລອມເບຍ, ວັນທີ 13 ສິງຫາ 2017.

ປະທານາທິບໍດີໂຄລອມເບຍ ທ່ານ Juan Manuel Santos ກ່າວວ່າ ບໍ່ມີປະເທດໃດ
ໃນລາຕິນອາເມຣິກາ ຈະຍອມຮັບການແຊກແຊງເຂົ້າໃນ ເວເນຊູເອລາ ໃນຮູບແບບ
ກຳລັງທະຫານຂອງສະຫະລັດ ແລະ ວ່າມັນບໍ່ຄວນຖືກນຳມາ ພິຈາລະນາເລີຍ.

ທ່ານ Santos ໄດ້ຈັດກອງປະຊຸມຖະແຫລງຂ່າວ ຮ່ວມກັບຮອງປະທານາທິບໍດີ
ສະຫະລັດ ທ່ານ Mike Pence ທີ່ກຳລັງຢ້ຽມຢາມປະເທດດັ່ງກ່າວຢູ່ ໃນນະຄອນ
Cartagena.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນສຸກຜ່ານມານີ້ ວ່າ ທ່ານຈະບໍ່ຍົກເວັ້ນ
ຄວາມເປັນໄປໄດ້ ໃນການໃຊ້ກຳລັງທະຫານຂອງສະຫະລັດ ເພື່ອຈະຊ່ອຍຟື້ນຟູ
ປະຊາທິປະໄຕ ໃຫ້ແກ່ເວເນຊູເອລາ.

ດ້ວຍການຫວນກັບຄືນໄປຫາ ຫຼາຍທົດສະຫວັດຜ່ານມາ ໃນການປະຕິບັດທາງ
ທະຫານ ຂອງສະຫະລັດ ທົ່ວທະວີບ ອາເມຣິກາ ລາຕິນ ທ່ານ Santos ກ່າວວ່າ
ບໍ່ມີຜູ້ນຳ ລາຕິນ ຄົນໃດ ຢາກໃຫ້ “ເງົາມືດນັ້ນ” ອອາມາປາກົດອີກ.

ທ່ານກ່າວຕື່ມວ່າ ການກັບຄືນມາ ຂອງປະຊາທິປະໄຕ ຢູ່ໃນ ເວເນຊູເອລາ ນັ້ນ
ຕ້ອງເປັນໄປຢ່າງສັນຕິ ໂດຍເອີ້ນ ອາເມລິກາວ່າ “ເປັນທະວີບແຫ່ງສັນຕິພາບ
...ໃຫ້ພວກເຮົາຮັກສາມັນໄວ້ ຄືຈັ່ງຊັ້ນ.”

ທ່ານ Pence ບໍ່ໄດ້ເວົ້າວ່າທ່ານຈະຍົກເວັ້ນ ການໃຊ້ກຳລັງທະຫານ ແຕ່ທ່ານກໍບໍ່ໄດ້
ສົນທະນາກ່ຽວກັບເລື່ອງນີ້ເລີຍ.

ທ່ານກ່າວວ່າ ມີທາງເລືອກອື່ນໆຢູ່ ເພື່ອກົດດັນ ລະບອບການປົກຄອງໃນເວເນຊູເອລາ
ຂອງ ທ່ານ Maduro ປະກອບດ້ວຍ ການກົດດັນດ້ານເສດຖະກິດຕື່ມອີກ ແລະ ດ້ານ
ການທູດນຳ. ທ່ານໄດ້ຮັບປະກັນແກ່ ທ່ານ Santos ແລະ ໝົດທຸກຄົນ ວ່າ ສະຫະລັດ
ຈະບໍ່ຄອຍຖ້າ ໃນຂະນະທີ່ ເວເນຊູເອລາ “ພັງທະລາຍລົງ” ແລະ ຕົກ ລົງໄປສູ່ລະບອບ
ຜະເດັດການ.

ທ່ານໄດ່ກ່າວຕໍ່ໄປວ່າ ຄວາມລົ້ມແຫລວ ຂອງລັດຖະບານໃນເວເນຊູເອລາ ສົ່ງຜົນ
ອະຕະລາຍ ຕໍ່ທະວີບດັ່ງກ່າວທັງໝົດ. ທ່ານໄດ້ກ່າວວ່າ ທ່ານທຣຳ ໄດ້ສົ່ງທ່ານເອງ
ໄປຍັງ ອາເມຣິກາ ລາຕິນ ເພື່ອເຕົ້າໂຮມ ແລະ ຮວບຮວມ ການສະໜັບສະໜູນ ໃນ
ຂົງເຂດ ສຳລັບຄວາມຈຳເປັນ ທີ່ຈະຕ້ອງຊ່ອຍເຫຼືອປະຊາຊົນ ເວເນຊູເອລາ.

ເມື່ອຕອນເຊົ້າວັນອາທິດວວານນີ້ ຜູ້ອຳນວຍການ ອົງການສືບລັບ ຫຼື CIA ທ່ານ Mike
Pompeo ໄດ້ບອກ ລາຍການ Fox News Sunday ວ່າ ທ່ານທຣຳ ໄດ້ສົນທະນາ
ກ່ຽວກັບ ຄວາມເປັນໄປໄດ້ ທີ່ຈະປະຕິລັດການດ້ານທະຫານ ເພື່ອ “ໃຫ້ ຄວາມຫວັງ
ແລະ ໂອກາດ ແກ່ປະຊາຊົນຊາວເວເນຊູເອລາ ສ້າງສະພາບການ ບ່ອນທີ່ປະຊາ
ທິປະໄຕ ສາມາດຟື້ນຄືນໄດ້.”
ເວເນຊູເອລາ ໄດ້ເອີ້ນ ການຂົ່ມຂູ່ ຂອງທ່ານທຣຳ ວ່າ
“ບໍ່ຮອບຄອບ.”

ໂຄລອມເບຍ ແມ່ນບ່ອນຢຸດແວ່ ແຫ່ງທຳອິດ ສຳລັບການເດີນທາງ ໄປຍັງ ອາເມຣິກາ
ລາຕິນ ໄລຍະນຶ່ງສັບປະດາ ຂອງທ່ານ Pence ຊຶ່ງ ລວມທັງການຢ້ຽມຢາມ ອາເຈັນ
ຕິນາ ຊີເລ ແລະ ປານາມານຳ.

Pence LAT AM
please wait
Embed

No media source currently available

0:00 0:02:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG