ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄລົມເບຍ ບັນລຸຄວາມ ກ້າວໜ້າ ໃນການເຈລະຈາ ກັບກຸ່ມ ຕໍ່ຕ້ານລັດຖະບານ


ປະທານາທິບໍດີ ຄິວບາ ທ່ານ ຣາອູລ ຄາສໂຕຣ, ກາງ, ໃຫ້ກຳລັງໃຈປະທານາທິບໍດີ ໂຄລົມເບຍ ທ່ານ ຮວນ ມາຮູແອລ ຊານຕອສ, ຊ້າຍ, ແລະ ຜູ້ບັນຊາການ FARC ທີໂມເລອອນ ຈີເມເນສ ຈັບມືກັບຫຼັງຈາກໄດ້ບັນລຸຂໍ້ຕົກລົງສັນຕິພາບ ທີ່ເປັນອຸປະສັກ ຈາກຄັ້ງທີ່ຜ່ານມາ ໃນການເຈລະຈາ ທີ່ນະຄອນຫຼວງ ຮາວານາ. 23 ກັນຍາ, 2015.
ປະທານາທິບໍດີ ຄິວບາ ທ່ານ ຣາອູລ ຄາສໂຕຣ, ກາງ, ໃຫ້ກຳລັງໃຈປະທານາທິບໍດີ ໂຄລົມເບຍ ທ່ານ ຮວນ ມາຮູແອລ ຊານຕອສ, ຊ້າຍ, ແລະ ຜູ້ບັນຊາການ FARC ທີໂມເລອອນ ຈີເມເນສ ຈັບມືກັບຫຼັງຈາກໄດ້ບັນລຸຂໍ້ຕົກລົງສັນຕິພາບ ທີ່ເປັນອຸປະສັກ ຈາກຄັ້ງທີ່ຜ່ານມາ ໃນການເຈລະຈາ ທີ່ນະຄອນຫຼວງ ຮາວານາ. 23 ກັນຍາ, 2015.

ປະທານາທິບໍດີ​ຂອງ ​ໂຄລົ​ມ​ເບຍ ​ແລະ ພວກ​ຕໍ່ຕ້ານ​ລັດຖະບານ FARC ​ໄດ້​ບັນລຸ​ຄວາມ ກ້າວໜ້າ​ທີ່​ສຳຄັນໃນ​ຕອນ​ແລງຂອງວັນ​ພຸດ​ວານ​ນີ້ ເພື່ອເຮັດໃຫ້ການ​ນອງ​ເລືອດ​ທີ່​ມີມາດົນ​ນານ​ກວ່າ 50 ປີສິ້ນສຸດລົງ.

ປາທາ​ນາ​ທິບໍດີ Juan Manuel Santos ​ແລະຜູ້ນຳ​ພວກ​ຕໍ່ຕ້ານ​ລັດ​ຖະບານ ​ໄດ້​ຕົກລົງ​ທີ່​ຈະເຊັນ​ສົນທິ​ສັນຍາ​ສັນຕິພາບຂັ້ນສຸດ ທ້າຍ​ ໃນ​ເດືອນມີນາ​ປີໜ້າ​ນີ້. ຂໍ້​ຕົກ​ລົງນີ້​ແມ່ນ​ໄດ້​ບັນລຸໃນ​ນະຄອນຫຼວງ ຮາ​ວາ​ນາ, ບ່ອນ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຈັດການ​ເຈລະ ຈາສັນຕິພາບ ​ເປັນ​ເວລາ 3 ປີ ​ເຊິ່ງສະໜັບ​ສ​ະໜູນ​ໂດ​ຍ ຄິວ​ບາ ​ແລະ ນໍ​ເວ.

ທ່ານ Santos ​ໄດ້​ປະກົດ​ຕົວ​ເປັນ​ຄັ້ງ​ທຳ​ອິດ​ ໃນ​ການ​ເຈ​ລະ​ຈາເມື່ອ​ວັນ​ພຸດ​ວານ​ນີ້ເພື່ອປະ ກາດ​ຄວາມ​ກ້າວໜ້າ, ​ເຊິ່ງ​ໄດ້​ເກີດ​ຂຶ້ນ ໃນ​ເວລາ​ທີ່​ ທັງ​ສອງ​ຝ່າຍ ​ຊຶ່ງໃນທີ່ສຸດກໍ​ຕົກລົງ​ກັນ​ໄດ້ ກ່ຽວກັບ​ບັນຫາ​ທີ່ລະອຽດ​ອ່ອນ​ຂອງຄວາມ​ຍຸດຕິ​ທຳ​ສຳລັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ໂດຍ​ພວກ​ຕໍ່ຕ້ານ​ລັດຖະບານ.

ຂໍ້​ຕົກລົງນີ້ ​ຈະອະນຸຍາດ​ໃຫ້​ມີ​ການໃຫ້​ນິລະໂທດ​ກຳໂດຍ​ທົ່ວ​ໄປ ​ຕໍ່​ພວກ​ນັກ​ສູ້​ຕໍ່ຕ້ານ​ລັດຖະບານ, ​ແຕ່​ວ່າ​ບໍ່​ແມ່ນ​ໃນ​ກໍລະນີ​ຂອງ​ການ​ກະທຳ​ຜິດ​ທີ່​ຮຸນ​ແຮງ​ເຊັ່ນ ອາ​ຊະ​ຍາ​ກຳ​ສົງຄາມ, ການ​ຂົ່ມ​ຂືນ ​ແລະ ການລັກພາ​ໂຕ. ພວກ​ຕໍ່ຕ້ານ​ລັດຖະບານ​ຜູ້​ທີ່​ໄດ້​ສາລະພາບ​ຕໍ່​ການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ບໍ່​ຮ້າຍ​ແຮງ​ ​ອາດ​ຈະ​ບໍ່​ຕ້ອງ​ໄດ້​ຖືກ​ຈັບ​ເຂົ້າ​ຄຸກ, ​ແຕ່​ວ່າ​ອາດ​ຈະ​ຖືກ​ໃຫ້​ຊົດ​ໃຊ້​ຕໍ່​ຜູ້ທີ່ໄດ້​ຮັບ​ເຄາະ​ຮ້າຍ ​ແລະ ຈຳກັດ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ອິດສະຫຼະ​ຂອງ​ພວກ​ເຂົາ​ແທນ.

ນັກ​ເຈລະຈາ​ຂອງ FARC ​ໄດ້​ປະຕິຍານໂດຍ​ຕະຫຼອດ​ມາ​ວ່າ​ຈະເຮັດ​ໃຫ້​ນັກ​ຕໍ່ສູ້​ຂອງ​ພວກ​ເຂົາ​ຢູ່​ນອກ​ຄຸກ.

ພວກ​ຕໍ່ຕ້ານ​ລັດຖະບານ​ ກໍ​ຍັງ​ຕ້ອງ​ປົດ​ອາວຸດຂອງ​ພວກ​ເຂົາ​ພາຍ​ໃນ 60 ມື້​ຂອງ​ກຳນົດ​ເສັ້ນ​ຕາຍ​ໃນ​ເດືອນມີນາ. ສ່ວນລາຍລະອຽດ​ກ່ຽວ​ກັບ​ວິ​ທີທີ່​ພວກ​ເຂົາ​ຈະ​ຍອມ​ຈຳນົນມອບອາວຸດ ຂອງ​ພວກ​ເຂົາ​ແນວໃດ​ນັ້ນ ແມ່ນ​ຍັງ​ຕ້ອງ​ໄດ້​ຊອກ​ຫາ​ວິທີ​ຢູ່.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ ສະຫະລັດ ທ່ານ John Kerry ​ໄດ້ໂທ​ລະ​ສັບ​ໄປສະແດງ​ ຄວາມ​ຍິນ​ດີ​ຕໍ່​ປະທານາທິບໍດີ Santos.

Colombia Peace
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG