ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຄລອມເບຍ ປະກາດ ​​ການຍຶດຢາ​ໂຄ​ເຄນ ​​ໃຫຍ່​ສຸດ ​ເປັນປະຫວັດ​ການ


​​​​​​​ປະທານາທິບໍດີ ​Colombia Juan Manuel Santos ກວດກາ
ເບິ່ງຢາ​ໂຄ​ເຄນ 12 ໂຕນ ທີ່ຍຶດມາໄດ້ ໃນເມືອງ Apartado, Colombia, 8 ພະຈິກ 2017.
​​​​​​​ປະທານາທິບໍດີ ​Colombia Juan Manuel Santos ກວດກາ ເບິ່ງຢາ​ໂຄ​ເຄນ 12 ໂຕນ ທີ່ຍຶດມາໄດ້ ໃນເມືອງ Apartado, Colombia, 8 ພະຈິກ 2017.

​ປະທານາທິບໍດີ ​Colombia ທ່ານ Juan Manuel Santos ໄດ້ປະກາດໃນ​ວັນ​ພຸດ
​ວານ​ນີ້​ວ່າ ເມື່ອໄວໆມານີ້ ຕຳຫຼວດຍຶດໄດ້ຢາ​ໂຄ​ເຄນ ຈຳນວນ 12 ​ໂຕນໄດ້ ຊຶ່ງ​ເປັນ
​ການ​ຍຶດຢາ​ເສບ​ຕິດ​ທີ່​ໃຫຍ່​ສຸດ ​ໃນ​ປະຫວັດ​ສາດຂອງ Colombia.

ຢາໂຄ​ເຄນດັ່ງກ່າວ ​ແມ່ນ​ໄດ້​ຖືກ​ພົບ​ເຫັນ​ເກັບໄວ້ຢູ່​ໃຕ້​ດິນ ​ໃນ​ຂະນະ​ທີ່​ມີ​ການ​ກວດ​ຄົ້ນ
​ສວນ​ໝາກກ້ວຍ 4 ​ແຫ່ງ ທີ່ເມືອງ Antioquia​ ທາງ​ພາກຕາເວັນຕົກສຽງ​ເໜືອ ​ຂອງ
​ປະເທດ. ຕຳຫຼວດ​ປະ​ເມີນ​ມູນ​ຄ່າ​ຂອງຢາ​ໂຄ​ເຄນ ທີ່​ຍຶດມາ​ໄດ້​ນັ້ນ ​ແມ່ນຕົກຢູ່​ປະມານ
360 ລ້ານ​ໂດ​ລາ.

ປະທານາທິບໍດີ Santos ​ກ່າວວ່າ ຢາໂຄເຄນທີ່ຍຶດໄດ້ນີ້ ​ແມ່ນເປັນຂອງ​ທ້າວ Dairo
Antonio Uusuga ທີ່​ຮູ້​ກັນໃນອີກຊື່​ນຶ່ງວ່າ “Otoniel” ຜູ້​ຊຶ່ງໄດ້​ຖືກລະບຸ​ວ່າ ​ແມ່ນ​ຜູ້ນຳ
​ຂອງ​ກຸ່ມ Gulf Clan ຊຶ່ງເປັນກຸ່ມຄ້າຢາເສບຕິດ​ລາຍ​ໃຫຍ່​ທີ່​ສຸດ​ໃນ Colombia.
ສະຫະລັດ ​ໄດ້​ສະ​ເໜີ​ໃຫ້ເງິນລາງວັນ ໃນການຈັບ​ເປັນ​ຫຼື​ຕາຍ​ຜູ້ກ່ຽວ ໃນ​ມູນ​ຄ່າ 5 ລ້ານ
ໂດລາ.

Colombia ​ແມ່ນນຶ່ງ​ໃນ​ປະ​ເທດ​ທີ່ນຳໜ້າໃນການ​ຜະລິດຢາ​ໂຄ​ເຄນຂອງ​ໂລກ
ຊຶ່ງການ​ ຜະລິດແມ່ນກະປະມານ​ວ່າ 866 ​ໂຕນ ​ໃນ​ປີ 2016 ອິງ​ຕາມ​ເຈົ້າ​ໜ້າ​ທີ່​ປາບ
ປາມຢາ​ເສບ​ຕິດ​ແລະອາ​ຊະ​ຍາ​ກຳ​ຂອງສະຫະປະຊາຊາດ. ໃນປີ​ນີ້ ຕຳຫຼວດ​ຍຶດຢາ
​ໂຄ​ເຄນ ​ໄດ້ແລ້ວ​ໃນຈຳນວນ 362 ​ໂຕນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG